Homeຂ່າວຕ່າງປະເທດຫວຽດນາມແບນກຸ່ມລີ້ໄພໃນສະຫະລັດ "ກຸ່ມກໍ່ການຮ້າຍ"

ຫວຽດນາມແບນກຸ່ມລີ້ໄພໃນສະຫະລັດ “ກຸ່ມກໍ່ການຮ້າຍ”

Published on

ສຳນັກຂ່າວເອພີ ແລະ ເອເອຟພີລາຍງານຈາກນະຄອນຫຼວງຮ່າໂນ່ຍ ປະເທດຫວຽດນາມ ເມື່ອວັນທີ 31 ມັງກອນ 2018 ວ່າ ການປະກາດຂອງລັດຖະບານຫວຽດນາມໃນນະຄອນຫຼວງຮ່າໂນຍ ມີຂຶ້ນເມື່ອ 1 ເດືອນ ຫຼັງຈາກສະມາຊິກ 15 ຄົນໃນຫວຽດນາມຂອງກຸ່ມລີ້ໄພໃນສະຫະລັດ ຖືກສານຕັດສິນໃຫ້ມີຄວາມຜິດຈາກການປະຕິບັດການລົ້ມເຫລວໃນຄວາມພະຍາຍາມໂຈຕີດ້ວຍລະເບີດ ທີ່ສະໜາມບິນນານາຊາດເຕິນເຊິນເຫມິດ ໃນເມືອງໂຮຈີມິນ ທາງພາກໃຕ້ ເຊິ່ງເປັນສະໜາມບິນທີ່ໃຫຍ່ທີ່ສຸດຂອງປະເທດ ເມື່ອເດືອນ ເມສາ 2017

ລັດຖະບານຄອມມູນິດຫວຽດນາມເຊື່ອມໂຍງປະຕິບັດການດັ່ງກ່າວກັບກຸ່ມຊາວຫວຽດນາມໃນລັດແຄລິຟໍເນຍ ສະຫະລັດອາເມລິກາ ທີ່ກໍ່ຕັ້ງລັດຖະບານພັດຖິ່ນໃນນາມ ລັດຖະບານກາງຊົ່ວຄາວຂອງຫວຽດນາມ ຫຼື ພີຊີຈີວີ (Provisional Central Government of Vietnam) ເມື່ອປີ 1993 ແລະ ມີຄວາມກ່ຽວພັນກັບອະດີດລັດຖະບານຫວຽດນາມໃຕ້ທີ່ສະຫະລັດໜູນຫຼັງ ແລະ ບໍ່ຊະນະສົງຄາມ

ເມື່ອທ້າຍເດືອນ ທັນວາ 2017 ສານໃນເມືອງໂຮຈີມິນມີຄຳພິພາກສາລົງໂທດຈຳຄຸກສະມາຊິກ 15 ຄົນຂອງ ພີຊີຈີວີ ສູງສຸດ 16 ປີ ຈາກຄວາມຜິດຖານກໍ່ການຮ້າຍ ແລະ ຕຳຫຼວດຍັງໄດ້ອອກໝາຍຈັບກຸມທ້າວ ດ໋າວ ມິນ ກວນ ຊາວຫວຽດນາມທີ່ແປງສັນຊາດເປັນສະຫະລັດ ແລະ ປະກາດຕົວເປັນນາຍົກລັດຖະມົນຕີຂອງພີຊີຈີວີ ແລະ ນາງ ລີຊາ ຝ່າມ ສະມາຊິກຂອງກຸ່ມ ຕາມຂໍ້ຫາຢູ່ເບື້ອງຫຼັງຄວາມພະຍາຍາມໂຈມຕີສະໜາມບິນເຕິນເຊິນເໝິດ

ກະຊວງຄວາມໝັ້ນຄົງສາທາລະນະຫວຽດນາມ ກ່າວໃນຖະແຫຼງການເມື່ອວັນພຸດວ່າ ພີຊີຈີວີເປັນອົງກອນກໍ່ການຮ້າຍ ຜູ້ທີ່ກ່ຽວຂ້ອງກັບກຸ່ມນີ້ ບໍ່ວ່າໃນຮູບແບບໃດ ຈະຖືວ່າເປັນຜູ້ກໍ່ການຮ້າຍ ເຊິ່ງທາງການຫວຽດນາມຈະດຳເນີນມາດຕະການຕາມກົດໝາຍ

ອີກກຸ່ມຊາວຫວຽດນາມລີ້ໄພໃນລັດແຄລິຟໍເນຍ ພັກປະຕິຮູບຫວຽດນາມ (Vietnam Reform Party) ຫຼື ຫວຽດເຕິນ ຖືກທາງການຮ່າໂນຍປະກາດໃຫ້ເປັນອົງກອນກໍ່ການຮ້າຍໃນປີ 2016 ແລະ ຖືກກ່າວຫາວ່າສົ່ງອາວຸດ ແລະ ແຜນໂຈມຕີຫວຽດນາມ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...