Homeຄວາມງາມ9 ພຶດຕິກໍາທີ່ເຮັດໃຫ້ ອາຍຸສັ້ນ

9 ພຶດຕິກໍາທີ່ເຮັດໃຫ້ ອາຍຸສັ້ນ

Published on

 

 

ສະໄໝ​ນີ້​ ຄົນ​ສ່ວນຫນຶ່ງ​ທີ່​ຫັນ​ມາ​ໃສ່​ໃຈ​ສຸຂະພາບ​ກັນ​ຫລາຍ​ຂຶ້ນ ອັນ​ນີ້​ກໍ​ດີ​ຢູ່​ແລ້ວ​  ແຕ່​ອີກ​ສ່ວນຫນຶ່ງ​ນັ້ນ​ກໍ​ເອີ້ນວ່າ ​ບໍ່​ໃສ່​ໃຈ​ສຸຂະພາບ​ເລີຍ ມີ​ການ​ໃຊ້​ຊີວິດ​ແບບ​ປ່ອຍ​ໄປ​ຕາມ​ມີ​ຕາມ​ເກີດ ແບບ​ນີ້​ບໍ່​ໄດ້​ແລ້ວ​ ເພາະ​ການ​ໃຊ້​ຊີວິດ​ປະຈຳວັນ​ຂອງ​ເຮົາ​ນີ້ແຫລະ ທີ່​ຈະ​ບອກ​ໄດ້​ເລີຍ​ວ່າ ​ເຮົາ​ຈະ​ມີ​ອາ​ຍຸ​ຍື່ນ​ພຽງ​ໃດ ຖ້າຈັ່ງຊັ້ນ​ເຮົາ​ມາ​ເບິ່ງ​ພຶດຕິກຳ​ທີ່​ເຮັດໃຫ້ ອາ​ຍຸ​ສັ້ນ!ກັນເລີຍ

  1. ການ​ນອນ​ເດິກ

Schlaflos mit Uhr in der Nacht. Frau kann nicht sc

ກ່ອນ​ອື່ນ​ເລີຍ ຄື ການ​ນອນ​ເດິກ ບໍ່​ວ່າ​ຈະ​ໄປ​ທ່ຽວ​ມາ ເຮັດວຽກ​ເລີກ​ຊ້າ ຕິດ​ລະຄອນ ຫລື ​ເບິ່ງ​ເຕະບານ ກໍ​ຕາມ ການ​ນອນ​ເດິກ​ນັ້ນ ​ເຮັດໃຫ້​ບໍ່​ມີ​ຮໍ​ໂມນ​ຕ້ານ​ມະ​ເຮັງ​ຫລັ່ງ​ອອກ​ມາ ນອກ​ຈາກ​ນັ້ນ​ແລ້ວ​ ຈະ​ຍິ່ງ​ເຮັດໃຫ້​ເກີດ​ພະຍາດ​ຮ້າຍ​ອື່ນໆ ໄດ້​ອີກ ເຊັ່ນ ຄວາມ​ດັນ​ເລືອດ​ສູງ ໄຂ​ມັນ​ສູງ ແລະ​ ພະຍາດ​ຕຸ້ຍ ເພາະ​ຄົນ​ນອນ​ເດິກ​ກໍ​ມັກ​ຈະ​ຢາກກິນກິນນີ້ຫລາຍຂຶ້ນ ຍິ່ງ​ງ່າຍ​ຕໍ່​ການ​ກິນ​ກາງ​ຄືນ​

  1. ສູບ​ຢາ ​ແລະ ​ກິນ​ເຫລົ້າ

2

ອັນ​ນີ້​ແນ່ນອນ​ຢູ່​ແລ້ວ​ວ່າ ​ທັງ​ສອງ​ສິ່ງ​ນີ້​ເປັນ​ຜົນ​ເສຍ​ກັບ​ອະໄວຍະວະ​ພາຍ​ໃນ ​ແລະ​ພາຍນອກ​ຂອງ​ຮ່າງກາຍ ເພາະ​ປອດ​ ແລະ ​ຕັບ​ຈະ​ເຮັດວຽກ​ໜັກ ເປັນ​ຜົນ​ໃຫ້​ເຖົ້າໄວ​ແລະ​ ເປັນ​ມະ​ເຮັງ​ນໍາ​ມາ ເພາະ​ສະ​ນັ້ນ​ເຮົາ​ຈຶ່ງ​ຄວນຫ​ລຸດ ແລະ ​ເຊົາຊະ​ຕັ້ງ​ແຕ່​ຕອນ​ນີ້​ ເພື່ອ​ສຸຂະ​ພາບ​ທີ່​ດີ​ຂອງ​ເຮົາ

  1. ມັກ​ກິນ​ແຕ່​ໄຂ​ມັນ

3

ເພາະ​ໄຂ​ມັນ ​ແລະ ​ໂປ​ຕີນ​ຈາກ​ຊີ້ນ​ນັ້ນ​ ເປັນ​ແຫລ່ງ​ອາຫານ​ຊັ້ນ​ໜຶ່ງ​ຂອງ​ມະ​ເຮັງ ທີ່​ຈະ​ເຮັດໃຫ້​ເຊວ​ມະ​ເຮັງ​ເຕີບໃຫ່ຍໄດ້ ຊ້ຳບໍ່ໜໍ່າ​ຍັງ​ຕຸ້ຍ​ອີກ​

  1. ມີ​ຄວາມ​ເຄັ່ງຄຽດ​ຫລາຍ

4

ເພາະ​ຫາກ​ມີ​ຄວາມ​ທຸກ ເຊິ່ງ​ເປັນ​ສານ​ຊະນິດ​ໜຶ່ງ​ທີ່​ຊ່ວຍ​ໃນ​ການ​ຈະເລີນ​ເຕີບໂຕ​ຂອງ​ມະ​ເຮັງ​ໄດ້​ຢ່າງ​ດີ​ ນອກ​ຈາກ​ຈະ​ເປັນ​ເລື່ອງ​ຂອງ​ມະ​ເຮັງ​ແລ້ວ ຄວາມ​ເຄັ່ງຄຽດ​ນັ້ນ​ຈະ​  ບັ່ນ​ທອນ​ໃນ​ທຸກ​ການ​ກະທຳ​ຂອງ​ເຮົາ​ອີກ​ ມີ​ຜົນ​ໄປ​ເຖິງ​ໜ້າ​ໝອງ​ຄ້ຳ​ດຳ​ ບໍ່​ສົດ​ໃສ​ນໍາ

  1. ຮ່າງກາຍ​ຂາດ​ວິ​ຕາ​ມິນ

5

ເພາະ​ວິ​ຕາ​ມິນ​ຕ່າງໆ ຈະ​ເຮັດ​ຫນ້າທີ່​ຕ້ານ​ເຊື້ອ​ມະ​ເຮັງ​ໄດ້​ຢ່າງ​ດີ ແລ້ວ​ຖ້າຫາກ​ຮ່າງກາຍ​ຂາດ​ວິ​ຕາ​ມິນ​ເຫລົ່າ​ນີ້ ກໍ​ຈະ​ບໍ່​ມີ​ຫຍັງ​ສູ້​ກັບ​ມັນ​ໄດ້ ເພາະ​ສະ​ນັ້ນ​ຄວນ​ໝັ່ນ​ກິນ​ຜັກ​ຫມາກໄມ້​ທີ່​ມີ​ວິ​ຕາ​ມິນ​ໃຫ້​ເຂົ້າ​ສູ່​ຮ່າງກາຍ​ເປັນ​ປະຈຳ

  1. ກິນຂອງ​ຮ້ອນ​ຫລາຍ​ເກີນ​ໄປ

​images

ການ​ຫູບ​ຊາ​ຮ້ອນ ຫລື ​ກາ​ເຟ​ຮ້ອນ​ນັ້ນ ຈະ​ໄປ​ລວກ​ໃຫ້​ເຊວ​ຫລອດອາຫານ​ອັກ​ເສບ ແລະ ​ເມື່ອ​ອັກ​ເສບ​ແລ້ວ​ກໍ​ມີ​ໂອ​ກາດ​ປ່ຽນ​ໄປ​ເປັນ​ເຊວມະ​ເຮັງ ແບບ​ນັ້ນ​ແລ້ວ ຄວນ​ຫລີກ​ລ້ຽງ ​ແລະ ​ຄວນ​ລໍຖ້າ​ໃຫ້​ຂອງ​ຮ້ອນ​ແລ້ວ​ນັ້ນ ຢູ່ໃນ​ລະ​ດັບ​ທີ່​ພໍ​ດີອຸ່ນ​

  1. ອົດຖ່າຍເບົາ

7

ນ້ຳ​ຍ່ຽວ​ເປັນ​ຂອງ​ເສຍ ຍິ່ງ​ຢູ່​ນິ່ງເປັນ​ເວລາດົນ​ຈາກ​ການ​ອົດ​ມັນ ​ຈະ​ເຮັດໃຫ້​ກະເພາະ​ຍ່ຽວ​ຂອງ​ເຮົາ​ສະ​ສົມ​ສິ່ງ​ເນົ່າ​ເສຍ​ເຫລົ່າ​ນີ້​ ກໍ່​ໃຫ້​ເກີດ​ມະ​ເຮັງ​ໄດ້ ແລ້ວ​ຍັງ​ເຮັດໃຫ້​ເຮົາ​ເປັນ​ພະຍາດ​ກະເພາະ​ຍ່ຽວ​ອັກ​ເສບ​ໄດ້​ນໍາອີກ​

  1. ມັກ​ກິນເຄັມ

8

ສິ່ງ​ມີ​ຊີວິດ​ທີ່​ກິນ​ອາຫານ​ເຄັມ​ ມີ​ອັດຕາ​ການ​ເກີດ​ມະ​ເຮັງ​ສູງ​ກວ່າໝູ່ ໂດຍ​ສະເພາະ​ໃນ​ອາຫານ​ຈຳ​ພວກ​ຊີ້ນ​ສົດ ຊີ້ນແຫ້ງ ເປັນ​ຕົ້ນ ດັ່ງ​ນັ້ນ​ຄວນ​ປັບ​ປ່ຽນ​ພຶດຕິກຳ​ການ​ມັກ​ກິນ​ເຄັມ ໃຫ້​ຫລຸດ​ໜ້ອຍ​ລົງ ກ່ອນທີ່ຈະ​ສວາຍເກີນ​ໄປ​

  1. ຕາກ​ແດດ​ຫລາຍ​ເກີນ​ໄປ

9

ແສງ​ແດດ​ເປັນ​ລັງສີ​ທີ່​ກະ​ຕຸ້​ນເຊວ​ໃຫ້​ແບ່ງ​ຕໍ່ໄປ​ຢ່າງ​ບໍ່​ຢັບຢັ້ງ​ກາຍ​ເປັນ​ກ້ອນ​ໃຫຍ່​ຂຶ້ນ​ໄດ້ ຢ່າງ​ນັ້ນ​ແລ້ວ​ຈຶ່ງ​ຄວນ​ຫລີກ​ລ້ຽງ​ການ​ປະເຊີນ​ກັບ​ແດດ​ທີ່​ແຮງ​ກ້າ ຫາ​ວິທີ​ປ້ອງ​ກັນ​ໂດຍ​ການ​ທາ​ຄີມ​ກັນ​ແດດ ໃສ່​ເສື້ອ​ຜ້າ​ປົກ​ຄຸມ​ກໍ​ໄດ້​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...