Homeສຸຂະພາບ ແລະ ສີ່ງແວດລ້ອມສາວໆລະວັງ ໂທດຂອງການສະລິບໃນບ່ອນຮົ່ມ

ສາວໆລະວັງ ໂທດຂອງການສະລິບໃນບ່ອນຮົ່ມ

Published on

        715233-topic-ix-0

ໄລຍະ​ນີ້​ເປັນ​ໄລຍະ​ລະດູ​ຝົນ ແນ່ນອນ​ວ່າ​ຝົນ​ຕົກ​ເກືອບ​ທຸກ​ມື້ ພໍ​ມື້​ໃດ​ທີ່​ຝົນ​ບໍ່​ຕົກ​ກໍ​ບໍ່​ຄ່ອຍ​ຈະ​ມີ​ແດດ ແນ່ນອນ​ວ່າ​ບັນຫາ​ທີ່​ພົບ​ເລື້ອຍ​ໃນ​ໄລຍະ​ນີ້​ຄື: ບັນຫາ​ເສື້ອຜ້າ​ອັບ​ຊື້ນ​ ແລະ ​ມີ​ກິ່ນ​ເໝັນ ເນື່ອງ​ຈາກ​ເສື້ອຜ້າ​ບໍ່​ແຫ້ງ ແຕ່​ປັນ​ຫາ​ທີ່​ສຳຄັນ​ຍິ່ງ​ກວ່າ​ກິ່ນ​ນັ້ນ​ກໍ​ຄືເຊື້ອ​ລາ​ໃນເສື້ອຜ້າ ແລະ ເສື້ອ​ຜ້າ​ທີ່​ພົບ​ວ່າ​ມີ​ເຊື້ອ​ລາ​ຫລາຍ​ທີ່ສຸດ​ກໍ​ຄື ສະລິບ ເພາະ​ສ່ວນ​ຫລາຍ​ຄົນ​ເຮົາ​ມັກ​ຈະ​ຄິດວ່າ​ບໍ່ເປັນຫຍັງ ຕາກ​ໄວ້​ໃນ​ຮົ່ມ​ດຽວ​ກໍ​ແຫ້ງ​ຈຶ່ງ​ບໍ່​ທັນ​ໄດ້​ຄິດ​ຫຍັງແລະ​ ທຸກ​ມື້​ນີ້​ມີ​ຜູ້​ທີ່​ພັກ​ອາໄສ​ຢູ່​ທີ່​ຫໍ​ພັກ ​ຫລື ​ອາພັດເມັນກັນ​ຫລາຍ​ຂຶ້ນຊຶ່ງທີ່​ຢູ່​ອາໄສ​ໃນ​ລັກສະນະ​ນີ້​ມັກ​ບໍ່​ມີ​ບໍລິເວນ​ຕາກ​ເຄື່ອງ​ທີ່​ພຽງ​ພໍ ​ແລະ ​ມີ​ແສງ​ແດດ​ສ່ອງ​ເຖິງ ການ​ຕາກ​ເສື້ອ​ຜ້າ​ໂດຍ​ສະເພາະ​ສະລິບຈຶ່ງ​ມັກ​​ຜຶ່ງ​ລົມ​ໃຫ້​ແຫ້ງຊື່ໆ ແລະ​ ເກີດ​ຄວາມ​ເຂົ້າໃຈ​ຜິດ​ວ່າ ພຽງ​ເທົ່າ​ນີ້​ກໍ​ສະ​ອາດ​ບໍ່​ເກີດ​ອັນຕະລາຍ​ໃດໆ ແຕ່​ຄວາມ​ຈິງ​ແລ້ວ ເຊື້ອ​ລາ​ຈະ​ຖືກ​ທຳລາຍ​ດ້ວຍ​ແສງ​ແດດ​ເທົ່າ​ນັ້ນ ດັ່ງ​ນັ້ນ​ສະລິບ ຈຶ່ງ​ຈຳ​ເປັນ​ຕ້ອງ​ຕາກ​ແດດ

ເຊື້ອ​ລາ​ທີ່​ພົບ​ເກືອບ 80% ຄື ເຊື້ອ​ລາ (Candida albicans) ຊຶ່ງ​ຈະເລີນ​ເຕີບໂຕ​ໄດ້​ດີ​ໃນ​ສະພາ​ວະ​ທີ່​ອັບ​ຊື້ນ​ເປັນ​ດ່າງ ສ່ວນ​ເຊື້ອ​ລາ​ສາຍ​ພັນ​ອື່ນ​ເຊັ່ນ(Candida species) ແລະ (Torulopsis) ກໍ​ຈະ​ພົບ​ເຊັ່ນ​ດຽວ​ກັນ ໂດຍ​ເຊື້ອ​ລາ​ເຫລົ່າ​ນີ້​ສາມາດ​ຢູ່ໃນ​ອາ​ກາດ​ທີ່ເບິ່ງ​ດ້ວຍ​ຕາ​ເປົ່າ​ບໍ່​ເ​ຫັນ ເມື່ອ​​​ເຊື້ອ​ລາ​ຕົກໃສ່​ສະລິບ​ ​ທີ່​ອັບ​ຊື້ນ​ບໍ່​ມີ​ແສງ​ແດດ ກໍ​ຈະ​ຊ່ວຍ​ໃຫ້​ເຊື້ອ​ລາ​ຈະເລີນ​ເຕີບໂຕ​ໄດ້​ດີ​ຍິ່ງ​ຂຶ້ນ ຊຶ່ງ​ພະຍາດ​ດັ່ງ​ກ່າວ​ຮຽກວ່າ “ພະຍາດ​ເຊື້ອ​ລາ​ໃນ​ຊ່ອງຄອດ”
ໂດຍ​ປົກກະຕິ​ແລ້ວ​ຜູ້ຍິງ​ເວລາ​ຢູ່ໃນ​ໄວ​ທີ່​ມີ​ປະຈຳ​ເດືອນ​ຈະ​ສັງເກດ​ໄດ້​ວ່າ ຈະ​ມີ​ຄາບ​ຂາວ​ຕິດ​ຢູ່​ທີ່​ສະລິບ ​ ຈະ​ຫລາຍ​ນ້ອຍ​ພຽງໃດ ​ຫລື ​ມີ​ລັກສະນະ​ປ່ຽນ​ແປງ​ແນວໃດ ກໍ​ເປັນ​ຕາມ​ໄລ​ຍະ​ຂອງ​ການ​ມີ​ປະຈຳ​ເດືອນເນື່ອງ​ຈາກ​ຊ່ອງຄອດ​ຂອງ​ຜູ້ຍິງ​ຈະ​ມີ​ການເຮັດ​ຄວາມ​ສະ​ອາດ​ຕົວ​ເອງ​ຕາມ​ທຳມະຊາດ​ຢູ່​ແລ້ວ ຈຶ່ງ​ຖື​ວ່າ​ເປັນ​ກະ​ບວນ​ການເຮັດ​ຄວາມ​ສະ​ອາດ​ຕົວ​ເອງ​ຕາມ​ປົກກະຕິ
ແຕ່​ຫາກ​ເມື່ອ​ໃດທີ່ ຕົກ​ຂາວ​ມີ​ລັກສະນະ​ປ່ຽນ​ແປງ​ໄປ ເຊັ່ນ ມີ​ສີ ມີ​ກິ່ນ​ຜິດ​ໄປ​ຈາກ​ປົກກະຕິ ແລ້ວ​ຍິ່ງ​ຖ້າ​ມີ​ອາການ​ຄັນໆ ຢູ່ຈຸດລັບກໍ​ສັນ​ນິດ​ຖານ​ໄດ້​ເລີຍ​ວ່າ​ທ່ານ​ອາດຖືກ​​ເຊື້ອ​ລາ​ຊະນິດ​ນີ້​ເຮັດວຽກແລ້ວງານ​ເຂົ້າ​ແລ້ວ​ ດັ່ງ​ນັ້ນ​ຫາກ​ເປັນ​ໄປ​ໄດ້​ໃຫ້​ພະຍາຍາມ​ຕາກ​ຜ້າ​ໄວ້​ໃນ​ທີ່​ໂລ່ງ ມີ​ແສງ​ແດດ​ສອງ​ເຖິງ ແລະ​ ຫາກ​ມີ​ອາການ​ຜິດ​ປົກກະຕິ​ກໍ​ຄວນ​ຮີບ​ໄປ​ປຶກ​ສາ​ແພດ​ ດ້ວຍ​ຄວາມ​ປາດຖະໜາ​ດີ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...