spot_img
Homeຂ່າວຕ່າງປະເທດອະດີດແພດຍີມນາສຕິກລ່ວງລະເມີດທາງເພດເດັກຍິງນັບຮ້ອຍຖືກຕັດສິນຕິດຄຸກ 175ປີ

ອະດີດແພດຍີມນາສຕິກລ່ວງລະເມີດທາງເພດເດັກຍິງນັບຮ້ອຍຖືກຕັດສິນຕິດຄຸກ 175ປີ

Published on

ເອເອຟພີລາຍງານວັນທີ 25 ມັງກອນ 2018 ເຖິງຜົນການຕັດສິນຄະດີດັງໄປທົ່ວສະຫະລັດອາເມລິກາ ເມື່ອມີນັກກີລາຍີມນາສຕິກໃນອະດີດກວ່າ 156 ຄົນເປັນໂຈດ ແລະ ພະຍານໃນສານຮວມຕົວກັນເອົາຜິດທ້າວ ແລຣີ ນາສຊາຣ໌ ອາຍຸ 54 ປີ ອະດີດແພດປະຈຳທີມຊາດສະຫະລັດ ຜູ້ທີ່ໄດ້ສາຍາວ່າເປັນໝໍເທວະດາທີ່ຮັກສາອາການບາດເຈັບຂອງນັກກີລາມາຫຼາຍຮຸ້ນ ແຕ່ກັບອາໃສຕຳ ແໜ່ງໜ້າທີ່ຕະຫຼອດເວລາ 20 ປີທີ່ຜ່ານມາ ໄດ້ມີການລ່ວງລະເມີດທາງເພດເດັກສາວມາແລ້ວນັບຮ້ອຍຄົນ ຈຳເລີຍຖືກພິພາກສາໃຫ້ຕິດຄຸກເປັນເວລາດົນເຖິງ 40-175 ປີ, ໄອຍະການກ່າວວ່າ ທ້າວ ນາສຊາຣ໌ ອາດເປັນຜູ້ກໍ່ຄະດີລ່ວງລະເມີດທາງເພດຕໍ່ເດັກແບຕໍ່ເນື່ອງຫຼາຍທີ່ສຸດໃນປະຫວັດສາດສະຫະລັດ

ກ່ອນຈະຮັບໂທດຕິດຄຸກໃນຄະດີນີ້ ທ້າວ ນາສຊາຣ໌ຕ້ອງຮັບໂທດຕິດຄຸກ 60 ປີ ຈາກຄະດີຄອບຄອງຮູບໂປ້ຂອງເດັກຍິງກ່ອນ ທີ່ຄຸກເຂດອີທັນໃນມິຊິແກນ ຫາກມີຄວາມປະພຶດດີອາດໄດ້ຮັບການຫຼຸດໂທດລົງເຫຼືອ 55 ປີ ຈາກນັ້ນຈິ່ງໄດ້ຮັບໂທດຕິດຄຸກອີກເກືອບຮ້ອຍປີ ຫາກລາວຍັງມີຊີວິດຢູ່

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...