Homeສຸຂະພາບ ແລະ ສີ່ງແວດລ້ອມເຈັບຄໍ ທຸກເຊົ້າ ຮູ້ສາເຫດປ້ອງກັນໄດ້

ເຈັບຄໍ ທຸກເຊົ້າ ຮູ້ສາເຫດປ້ອງກັນໄດ້

Published on

 

1

ສຳລັບ ອາການ​ຂອງ​ຄົົນທີ່ ເຈັບ​ຄໍ ທຸກ​ເຊົ້າ ຍັງ​ຈະ​ມີ​ຂີ້ກະເທີ​ຂົ້ນ​ໜຽວ ​ເຮັດ​ລຳ​ຄານ ​ຄໍ​ເພີ່ມ​ມາ​ນໍາ ແຕ່​ພໍ​ຮອດ​ເຂົ້າ​ຕອນ​ສວຍ ອາການ​ຜິດ​ປົກກະຕິ​ເຫລົ່າ​ນີ້​ກໍ​ຈະ​ເຊົາເປັນ​​ແບບບໍ່ມີຫຍັງເກີດຂຶ້ນ ແລ້ວ​ວົນ​ວຽນ​ມາ​ແຜງ​ລິດ​ໃໝ່​ໃນ​ຕອນເຊົ້າ​ຫລັງ​ຕື່ນ​ນອນ​ມື້​ຖັດ​ໄປ ໃນ​ກໍລະນີ​ທີ່​ບໍ່​ກ່ຽວກັບ​ ຄໍ​ອັກ​ເສບ​ຕິດ​ເຊື້ອ​ ຫລື ​ອາມິດານ​ອັກ​ເສບ ສະແດງ​ວ່າ​ມີ​ສາຍ​ເຫດ​ມາ​ຈາກ​ພູ​ມ​ແພ້​ ຫລື​ ແພ້​ອາ​ກາດ ສົ່ງ​ຜົນ​ໃຫ້​ໃນ​ໄລຍະ​ກາງ​ຄືນ​ຊຶ່ງ​ອາ​ກາດ​ເຢັນ​ລົງ ເຍື່ອ​​ໂພ້ງ​ດັງ​ຈະ​ໂພງ​ຂຶ້ນ ເພື່ອ​ເພີ່ມ​ພື້ນ​ທີ່​ໃນ​ການ ​ອຸ່ນ​ອາ​ກາດ​ທີ່​ຈະ​ເຂົ້າ​ປອດ​ໃຫ້​ ໃຫ້​ມີ​ຄວາມ​ອົບ​ອຸ່ນ​ຊຸ່ມ​ຊື້ນ​ບໍ່ເປັນ​ບັນຫາ​ກັບ​ປອດ

ກົນ​ໄກ ຂອງ​ເຍື່ອ​​ໂພ້ງ​ດັງ​ທີ່​ໂພງ​ຂຶ້ນ​ນັ້ນ ຫາກ​ໂພງ​ຫລາຍ​ໆ ອາດ​ເຮັດໃຫ້​ຮູດັງ​ຕັນ ຖ້າວ່າ ​ຍິ່ງ​ມີ​ນ້ຳ​ມູກ​ອອກ​ມາ​ປົນ​ນໍາແລ້ວ ຍິ່ງ​ເຮັດໃຫ້​ຮູດັງ​ຕັນ​ ອີກ​ຢ່າງ​ໜຶ່ງ​ຄື​ເຮັດໃຫ້​ຫາຍ​ໃຈ​ທາງ​ດັງ​ບໍ່​ໄດ້​ ຫລື ​ບໍ່​ສະ​ດວກ ຊຶ່ງ​ຕາມ​ທຳມະຊາດ​ເມື່ອ​ເກີດ​ຄັດ​ດັງ ຮ່າງກາຍ​ຈະ​ຖືກ​ສັ່ງ​ໃຫ້​ອ້າ​ປາກ​ຫາຍ​ໃຈ ເມື່ອ​ອາ​ກາດ​ຜ່ານ​ເຂົ້າ​ອອກ​ທາງ​ຄໍ​ ກໍ​ຈະ​ເຮັດໃຫ້​ຄໍ​ແຫ້ງ ແລະ ​ຈະ​ຍິ່ງ​ແຫ້ງ​ຫລາຍ​ຫາກ​ຢູ່ໃນ​ສະພາບ​ອາ​ກາດ​ເຢັນ ເຖິງແມ່ນ​ຈະ​ມີ​ເມືອກ​ທີ່​ມື່ນໆ ຄອຍຖ້າ​ເຄືອບ​ເຍື່ອ​​ໃນ​ຊ່ອງ​ຄໍ​ບໍ່​ໃຫ້​ແຫ້ງ ພົບສະພາບ​ເຊັ່ນ​ນີ້​ກໍ​ຕ້ານ​ທານ​ບໍ່​ຢູ່ ແລະ ​ຍັງ​ຈະ​ແປ​ສະພາບ​ເປັນ​ ຂີ້ກະເທີ​ທີ່​ຕິດ​​ໃນ​ຄໍ​ນໍາອີກ

ວິທີ​ແກ້​ບໍ່​ຢາກ ຢ່າງ​ທີ່​ຮູ້​ກັນ​ດີ​ວ່າ ອາການ​ເຊັ່ນ​ນີ້ ​ພໍ​ຕອນ​ສວຍ​ກໍ​ຫາຍ​ໄປ ແຕ່​ລະຫວ່າງ​ທີ່​ຍັງ​ຮູ້ສຶກ ເຈັບ​ຄໍ ຫລັງ​ຈາກ​ຕື່ນ​ນອນ ໃຫ້​​​ດື່ມ​ນ້ຳ​ອຸ່ນ ນ້ຳ​ອຸນຫະພູມ​ຫ້ອງ ຫລື​ກໍ່​ໄປ​ບ້ວນ​ປາກ​ຖູແຂ້ວ​ຕາມ​ກິດ​ຈະວັດປະຈໍາວັນ ນ້ຳ​ທີ່​ປຽກ​ຄໍ ຈະ​ເຮັດໃຫ້​ຄໍ​ຊຸ່ມ​ຊື່ນ ຂີ້ກະເທີ ​ຈະ​ລະ​ລາຍ​ລົງ​ຄໍ​ໄປ ອາການ ເຈັບ​ຄໍ ກໍ​ບັນເທົາ​ລົງ ແຕ່​ກໍລະນີ​ທີ່ ເຈັບ​ຄໍ ຫລາຍ ໃຫ້​ດື່ມນ້ຳ​ຮ້ອນ ເນື່ອງ​ຈາກ​ຄວາມ​ຮ້ອນ​ຈະ​ຊ່ວຍ​ໃຫ້​ເສັ້ນ​ເລືອດ​ນ້ອຍ​ໆ ໃນ​ຄໍ​ຂະຫຍາຍ​ໂຕ ແລະ​ ກະຕຸ້ນ​ໃຫ້​ເຍື່ອ​​ຊ່ອງ​ຄໍ​ ປ່ອຍ​ເມືອກ​ອອກ​ມາ​ ລໍລ້ຽງ​ຄໍ​ຫລາຍ​ຂຶ້ນ

ສ່ວນ​ການ​ປ້ອງ​ກັນ​ບໍ່​ໃຫ້ ເຈັບ​ຄໍ ຕອນ​ເຊົ້າ​ຫລັງ​ຕື່ນ​ນອນ​ມີ​ຫລາຍ​ຢ່າງ​ທີ່​ຄວນ​ປະຕິບັດ ຕົວຢ່າງ ບໍ່​ນອນ​ໃນ​ຫ້ອງ​ນອນ ​ຫລື ​ຢູ່ໃນ​ຫ້ອງ​ທີ່​ອຸນຫະພູມ​ຕ່ຳ​ກວ່າ 25 ອົງ​ສາ​ເຊ   ຢ່າ​ປິ່ນພັດ​ລົມ​ຈີ້​ໃສ່​ໂຕ​ບໍ່​ວ່າ​ສ່ວນ​ໃດ​ກໍ​ຕາມ ຢ່າ​ໃຫ້​ຮ່າງກາຍ​ຂາດ​ນ້ຳ ໂດຍ​ສັງເກດ​ໄດ້​ຈາກ​ຍ່ຽວ ຖ້າ​ມີ​ສີ​ສະແດງ​ວ່າ ຮ່າງກາຍ​ຂາດ​ນ້ຳ ຈຶ່ງ​ຄວນ​ດື່ມ​ນ້ຳ​ຢ່າງ​ຕ່ຳ 8ຈອກ​ຕໍ່​ມື້ ໂດຍ​ແນະ​ນຳ​ໃຫ້​ດື່ມ​ທີ່​ລະ​ໜ້ອຍ​ແບບ​ຄ່ອຍ​ໆກິນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...