Homeຂ່າວພາຍ​ໃນລາວ-ຫວຽດນາມ ຕົກລົງຮ່ວມກັນສ້າງທາງດ່ວນ ເຊື່ອມຕໍ່ຊາຍແດນ ລະຫວ່າງກັນ

ລາວ-ຫວຽດນາມ ຕົກລົງຮ່ວມກັນສ້າງທາງດ່ວນ ເຊື່ອມຕໍ່ຊາຍແດນ ລະຫວ່າງກັນ

Published on

ພັນ​ໂທ ​ບົວ​ພາ ​ໄມ​ສອນ ຫົວໜ້າ​ພະ​ແນກຂົວ​ທາງ ກົມ​ໃຫຍ່​ເສນາ​ທິການ ກອງທັບ​ປະຊາຊົນ​ລາວ ຖະ​ແຫຼ​ງວ່າ​ ພິທີ​ເປີດ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຍຸດ​ທະ​ສາດ​ລຽບ​ຕາມ​ຊາຍ​ແດນ​ລາວ​-ຫວຽດນາມ ​ໄດ້​ມີ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ທີ່​ເມືອງ​ຊານໄຊ ​ແຂວງ​ອັດ​ຕະປື ​ເມື່ອ​ວັນ​ທີ 29 ທັນວາ 2017 ທີ່ຜ່ານມາ ​ໂດຍ​ມີ​ພົນ​ຈັດຕະວາ ສິງ​ສະຫວັດ ພົມມະ​ສັກ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ ​ເປັນ​ປະທານໃນ​ພິທີ ຖື​ເປັນ​ໄລຍະທີ 1 ຂອງໂຄງການ ເຊິ່ງຈະ​ເປັນ​ການ​ກໍ່ສ້າງ​ຖະຫນົນ​ ຈາກ​ຈຸດ​ເລີ່​ມຕົ້ນ​ເຂດ​ສາມ​ຫຼ່ຽມ​ພັດທະນາ ​ລະຫວ່າງ​ລາວ-​ຫວຽດນາມ-​ກຳ​ປູ​ເຈ​ຍ ​ໃນເຂ​ດ​ແຂວງ​ອັດຕະປື ​ໄປ​ຫາ​ຊາຍ​ແດນ​ແຂວງ​ເຊ​ກອງ ​ໄລຍະ​ທາງ 115 ກິ​ໂລ​ແມັດ, ກວ້າງ 5 ​ແມັດ ແລະ ​ຢູ່​ຫ່າງ​ຈາກ​ເສັ້ນ​ຊາຍ​ແດນ​ລາວ-​ຫວຽດນາມ 150-200 ແມັດ.
​ກໍ່ສ້າງ​ເສັ້ນທາງ​ໃນ​ໄລຍະ​ທີ 1 ນີ້ ​ໂດຍ​ຈະ​ໃຊ້​ງົບປະມານ​ຫຼາຍ​ກວ່າ 301 ຕື້​ກີບ ​ທີ່​ລັດຖະບານ​ລາວ​ໄດ້​ອະນຸມັດ​ຮຽບຮ້ອຍ​ແລ້ວ
​ໃນ​ແຜນການ​ປະຈຳ​ປີ 2017 ​ແລະ​ຄາດ​ວ່າ ຍັງ​ຈະ​ສືບ​ຕໍ່​ອະນຸມັດ​ງົບປະມານ​ສຳ​ລັບ​ດຳ​ເນີນ​ງານ​ໄລຍະທີ 2 ຂອງ​ໂຄງການ​ໃນ​ແຜນການ​ປີ 2018 ນີ້​ອີກ​ດ້ວຍ ​ເພາະ​ລັດຖະບານ​ລາວ ​ແລະ​ຫວຽດນາມ​ຕ້ອງການ​ພັດທະນາ​ເມືອງ​ໃນ​ຕະຫຼອດ​ແນວ​ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ​ໃຫ້​ເປັນ​ເມືອງ​ພັດທະນາ​ຢ່າງຮອບດ້ານ​ແລະ​ມີ​ຄວາມ​ສະ​ຫງົບ​ປອດ​ໄພ 100 ​ເປີ​ເຊັນ ​ໃຫ້​ໄດ້​ໄວ​ທີ່​ສຸດ​ນັ້ນ​ເອງ.
ແຫລ່ງຂ່າວ: ວີໂອເອ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...