Homeຂ່າວຕ່າງປະເທດໜ່ວຍງານລັດທົ່ວສະຫະລັດຖືກປິດ ພະນັກງານລັດບໍ່ໄດ້ຮັບເງິນເດືອນ

ໜ່ວຍງານລັດທົ່ວສະຫະລັດຖືກປິດ ພະນັກງານລັດບໍ່ໄດ້ຮັບເງິນເດືອນ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານ​ສະ​ຫະລັດ​ທີ່​ມີ ທ່ານ ​ໂດນັນ​ ທຣຳ​ ເປັນ​ປະ​ທາ​ນາ​ທິບໍ​ດີ​ ຕົກ​ຢູ່ໃນ​ສະພາ​ວະ​ແຊ່​ແຂງ​ ຫຼື ​ຖືກ​ຊັດ​ດາວ​ (shut down)​ ແລ້ວ​ ຫຼັງ​ຈາກ​ທີ່​ສະພາ​ຄອງ​ເກຣສ​ບໍ່​ຜ່ານ​ຮ່າງ​ກົດໝາຍ​ງົບ​ປະ​ມານ​ ສົ່ງ​ຜົນ​ໃຫ້​ໜ່ວຍ​ງານລັດ​ຫຼາຍ​ແຫ່ງທົ່ວ​ປະເທດ​ຕ້ອງ​ປິດ​ການດຳເນີນງານ ​ແລະ ​ເຈົ້າໜ້າທີ່ລັດ​ຈະ​ບໍ່​ໄດ້ຮັບ​ເງິນເດືອນ​ໃນ​ລະຫວ່າງ​ການ​ແຊ່​ແຂງ​.

ລັດຖະບານ​ສະຫະລັດ​ຖືກ​ຊັດ​ດາວ​ ຫຼື ​ຖືກ​ແຊ່​ແຂງ​ແລ້ວ​ ຫຼັງ​ຈາກ​ທີ່​ຜ່ານ​ເສັ້ນ​ຕາຍ​ ເວລາ​ທ່ຽງ​ຄືນ​ຂອງ​ວັນ​ສຸກ​​ທີ​ 19 ມັງກອນ ທີ່ຜ່ານມາ​ ຕາມ​ເວລາ​ທ້ອງ​ຖິ່ນ​ ແລະ ​ສະມາຊິກວຸດທິສະພາ​ຂອງ​ພັກ​ຣີພັບບຼິກັນ ​ແລະ ​ພັກ​ເດ​ໂມ​ແຄຣດ ​ຍັງ​ຄົງ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ໃນ​ຫຼາຍ​ປະ​ເດັນ​ ເຮັດໃຫ້​ຮ່າງ​ກົດໝາຍ​ງົບ​ປະ​ມານ​ສະບັບ​ໃໝ່​ຂອງ​ສະຫະລັດ​ທີ່​ຈະ​ຖືກ​ນຳ​ມາ​ໃຊ້​ຈ່າຍ​ສຳລັບໜ່ວຍ​ງານ​ຕ່າງ​ໆ​ຈົນ​ເຖິງ​ວັນທີ​ 16 ກຸມພາ​ນີ້​ ໄດ້ຮັບ​ຄະ​ແນນ​ສຽງ​ສະໜັບ​ສະໜູນ​ 50 ຕໍ່​ 49 ສຽງ​ ບໍ່​ເຖິງ​ 60 ສຽງ​ຕາມ​ກຳນົດ​. ຖື​ວ່າ​ເປັນ​ການ​ແຊ່​ແຂງ​ລັດຖະບານ​ສະຫະລັດ​ເທື່ອທຳອິດ​ທີ່ເກິດຂື້ນ​ໂດຍ​ທີ່ພັກລັດຖະບານ​ເປັນ​ຜູ້​ຄວບ​ຄຸມ​ທັງ​ສະພາ​ຄອງ​ເກຣສ ​ແລະ ທຳ​ນຽບ​ຂາວ​ ເຊິ່ງ​ຖື​ວ່າ​ເປັນ​ເລື່ອງ​ທີ່​ໜ້າ​ອັບ​ອາຍ​ສຳລັບ​ພັກ​ຣີພັບບຼິກັນ​ ແລະ ຍັງ​ເປັນ​ການ​ຖືກ​ແຊ່​ແຂງ​ທີ່​ກົງ​ກັບ​ວາລະ​ດຳ​ລົງ​ຕຳແໜ່ງ​ຄົບ 1 ປີ ຂອງປະ​ທາ​ນາ​ທິບໍ​ທ່ານ ​ໂດນັນ ທຣຳ​ ອີກດ້ວຍ.​

ການ​ທີ່​ລັດຖະບານ​ສະຫະລັດ​ຖືກ​ແຊ່​ແຂງ​ຈະ​ເຮັດໃຫ້​ໜ່ວຍ​ງານລັດ​ຫຼາຍ​ແຫ່ງ​ຕ້ອງ​ປິດ​ດຳເນີນງານ ແຕ່ໜ່ວຍ​ງານ​ທີ່​ໃຫ້​ບໍລິການ​ດ້ານ​ພື້ນ​ຖານ​ກັບ​ປະຊາຊົນ​ຍັງ​ຄົງດຳເນີນການ​ຕາມ​ປົກກະຕິ​ ເຊັ່ນ:​ ການ​ໄຟ​ຟ້າ​, ໄປ​ສະ​ນີ​​, ໂຮງ​ໝໍ​, ຄຸກ​, ໜ່ວຍ​ກູ້​ໄພ​, ການ​ຈະລາຈອນ​ທາງ​ອາ​ກາດ​ ແລະ ໜ່ວຍ​ງານ​ດ້ານ​ຄວາມໝັ້ນຄົງ​ ແຕ່​ໜ່ວຍ​ງານ​ອື່ນ​ໆ​ທີ່​ບໍ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການ​ໃຊ້​ຊີວິດ​ຂອງ​ປະຊາຊົນ​ໂດຍ​ກົງ​ ເຊັ່ນ:​ ສວນ​ສາທາລະນະ​ ແລະ​ ອຸດ​ທະຍານ​ແຫ່ງ​ຊາດທົ່ວ​ສະຫະລັດ​ອາດ​ຕ້ອງ​ປິດ​ໃຫ້​ບໍລິການ​ ເຊິ່ງ​ກໍ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ທ່ອງ​ທ່ຽວ​ຂອງ​ສະຫະລັດ​ ແລະ ​ສ້າງ​ຄວາມ​ບໍ່​ພໍ​ໃຈ​ໃຫ້​ກັບ​ຄົນ​ອາ​ເມ​ຣິ​ກັນ​ຈຳນວນຫຼາຍ​ ຄືກັບ​ທີ່​ເຄຍ​ເກີດ​ຂຶ້ນ​ເມື່ອ​ລັດຖະບານ​ສະຫະລັດ​ຖືກ​ແຊ່​ແຂງ​ຄັ້ງຫຼ້າ​ສຸດ​ເມື່ອ​ປີ​ 2013 ເຊິ່ງ​ເກີດ​ຂຶ້ນ​ເປັນ​ເວລາ​ 16 ວັນ.​

ເຖິງແມ່ນວ່າໜ່ວຍ​ງານ​ດ້ານ​ຄວາມໝັ້ນຄົງ​ຈະ​ຍັງ​ຄົງ​ປະຕິບັດໜ້າທີ່​ຕາມ​ປົກກະຕິ​ ແຕ່​ງານ​ກໍ່​ສ້າງ ​ແລະ ​ງານ​ຝຶກ​ສອນ​ອົບຮົມ​ບຸກ​ລາກ​ອນ​ຂອງ​ກອງທັບ​ຈະ​ຖືກ​ສັ່ງ​ໃຫ້​ຢຸດ.​ ນອກ​ຈາກ​ນີ້​ ການ​ອອກ​ໜັງສື​ຜ່ານແດນໃຫ້​ກັບ​ຊາວ​ອາ​ເມ​ຣິ​ກັນ​ ແລະ ​ການ​ອອກ​ວີ​ຊາ​ໃຫ້​ຄົນ​ຕ່າງປະເທດ​ອາດ​ເກີດ​ຄວາມ​ຫຼ້າ​ຊ້າ​ໃນ​ຊ່ວງ​ແຊ່​ແຂງ​. ຄາດ​ວ່າ​ຈະ​ມີ​ເຈົ້າໜ້າທີ່ລັດ​ປະ​ມານ​ 850,000 ຄົນ​ ຈາກ​ທັງ​ໝົດ​ 3,500,000 ຄົນ​ ທີ່​ຕ້ອງ​ຢຸດ​ເຮັດວຽກ​ໂດຍ​ບໍ່​ມີ​ກຳນົດ​ ແລະ ​ບໍ່​ໄດ້ຮັບ​ຄ່າ​ຕອບ​ແທນ.​

ສາ​ເຫດ​ທີ່​ສະພາ​ຄອງ​ເກຣສ​ບໍ່​ຜ່ານ​ຮ່າງ​ກົດໝາຍ​ງົບ​ປະ​ມານ​ສະບັບ​ໃໝ່​ ແມ່ນຍ້ອນ​ວຸດທິ​ສະມາຊິກ​ຂອງ​ພັກ​ຣີພັບບຼິກັນ​ ແລະ ​ເດ​ໂມ​ແຄຣດ​ ບໍ່​ສາມາດ​ຕົກລົງ​ຫຼາຍ​​ປະ​ເດັນ​ຮ່ວມ​ກັນ​ໄດ້​ ໂດຍ​ສະເພາະ​ເລື່ອງ​ທີ່ພັກ​ເດ​ໂມ​ແຄຣດ​ຮຽກ​ຮ້ອງ​ໃຫ້​ເຫຼົ່າ​ຜູ້​ອົບພະຍົບ​ໄວເຍົາ ຫຼື ​ດ​ຣີມ​ເມີ​ (dreamer) ​ທີ່​ມີ​ຫຼາຍກວ່າ​ 700,000 ຄົນ​ ຕ້ອງ​ໄດ້ຮັບ​ການ​ປົກ​ປ້ອງ​ບໍ່​ໃຫ້​ຖືກ​ເນລ​ະເທດ​ອອກ​ນອກ​ສະຫະລັດ​ ເຊິ່ງ​ພັກ​ຣີພັບບຼິກັນ​ໃຊ້​ເລື່ອງ​ນີ້​ຕໍ່​ຮອງ​ເພື່ອ​ໃຫ້​ໄດ້​ງົບ​ປະ​ມານ​ມະຫາ​ສານ​ທີ່​ຈະ​ນຳ​ມາ​ໃຊ້​ຄວບ​ຄຸມ​ຊາຍແດນ​ໃຫ້​ເຂັ້ມ​ງວດຫຼາຍ​ຂຶ້ນ​ ລວມ​ທັງ​ໃຊ້​ໃນ​ການສ້າງ​ກຳ​ແພງ​ກັ້ນ​ແລວ​ຊາຍແດນ​ສະຫະລັດ​ ແລະ ​ເມັກ​ຊິ​ໂກອີກ​ດ້ວຍ.​

ການ​ເຈລະຈາ​ເລື່ອງ​ງົບ​ປະ​ມານ​ທີ່​ຈະ​ນຳ​ມາ​ໃຊ້​ຄວບ​ຄຸມ​ຊາຍແດນ​ຂອງ​ສະຫະລັດ​ກາຍ​ເປັນ​ເລື່ອງ​ທີ່​ຍາກ​ລຳ​ບາກ​ຫຼາຍ​ຂຶ້ນ​ ເມື່ອ​ ທ່ານ ​ທຣຳ​ ເອີ້ນ​ຜູ້​ອົບພະຍົບ​ໃນ​ສະຫະລັດ​ວ່າ “​ມາ​ຈາກ​ປະເທດ​ສົກກະປົກ”.​

ໂຄສົ​ກ​ຂອງ​ທຳ​ນຽບ​ຂາວ​ກ່າວ​ຫາພັກ​ເດ​ໂມ​ແຄຣດ​ວ່າ ​ກຳ​ລັງ​ໃຊ້​ປະຊາຊົນ​ສະຫະລັດ​ເປັນ​ຕົວ​ປະ​ກັນ​ເພື່ອ​ບີບ​ບັງຄັບ​ໃຫ້​ລັດຖະບານ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ ແລະ ​ລັດຖະບານ​ສະຫະລັດ​ຈະ​ເລັ່ງ​ຫາ​ທາງ​ອອກ​ໃຫ້​ກັບ​ວິກ​ິດ​ການທີ່ເກິດຂື້ນ​.

 

ແຫລ່ງຂ່າວ : voicetv.co.th ແລະ ມ່ວນສະນຸກ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...