Homeຂ່າວພາຍ​ໃນລັດຖະບານລາວ ຍັງຂາດງົບປະມານ ເພື່ອກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 5

ລັດຖະບານລາວ ຍັງຂາດງົບປະມານ ເພື່ອກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 5

Published on

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ຍັງບໍ່ສາມາດດຳເນີນການໄດ້ ເພາະລັດຖະບານ ລາວ ຍັງບໍ່ມີງົບປະມານ ແຕ່ຄາດວ່າຈະໄດ້ຮັບການສະໜັບສະໜູນຈາກ ໄທ ໃນໄວໆນີ້.

ທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງໄທ ຖະແຫຼງຢືນຢັນວ່າລັດຖະບານ ລາວ ແລະ ໄທ ໄດ້ຕົກລົງກັນຢ່າງເປັນທາງການວ່າຈະຮ່ວມມືກັນດຳເນີນການກໍ່ສ້າງຂົວຂ້າມແມ່ນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ໃຫ້ສຳເລັດ ແລະ ເປີດນຳໃຊ້ພາຍໃນປີິ 2019 ແຕ່ປັດຈຸບັນຕ້ອງໄດ້ເລື່ອນກຳນົດດັ່ງກ່າວອອກໄປຈົນກວ່າວ່າທາງການຝ່າຍ ລາວ ຈະພ້ອມໃນດ້ານງົບປະມານສຳລັບຮ່ວມທຶນກັບທາງການໄທ ເພື່ອນຳໃຊ້ໃນການກໍ່ສ້າງຕໍ່ໄປ.

ໂດຍການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຕ້ອງໃຊ້ເງິນທຶນໃນມູນຄ່າລວມ 115 ລ້ານໂດລາແບ່ງເປັນຄວາມຮັບ ຜິດຊອບຂອງທາງການ ລາວ ໃນມູນຄ່າ 40 ລ້ານໂດລາ ແລະ ໄທ ໃນມູນຄ່າ75 ລ້ານໂດລາຕາມລຳດັບ ເຊິ່ງທາງການ ໄທ ມີຄວາມພ້ອມໃນດ້ານງົບປະມານຢູ່ແລ້ວ ຈຶ່ງລໍຖ້າພຽງການສັນຫາງົບປະມານຂອງທາງການ ລາວ ເທົ່ານັ້ນ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຈະເຊື່ອມຕໍ່ລະຫວ່າງຈັງຫວັດ ບຶງການ ກັບ ແຂວງ ບໍລິຄຳໄຊ ທີ່ສາມາດຕໍ່ໄປຍັງພາກກາງໃນ ຫວຽດນາມ ໄດ້ດ້ວຍຖະໜົນເລກ 8 ໃນລາວ ໂດຍການດຳເນີນງານທີ່ຜ່ານມາ ກໍໄດ້ສຳເລັດທັງໃນດ້ານການສຶກສາສຳຫຼວດ
ແລະ ອອກແບບກໍ່ສ້າງແລ້ວ ແລະ ເມື່ອການກໍ່ສ້າງແລ້ວສຳເລັດຍັງຈະສົ່ງຜົນດີຕໍ່ການຄ້າ ແລະ ການລົງທຶນລະຫວ່າງ ລາວ-ໄທ-ຫວຽດນາມ ແລະ ຈີນ ອີກດ້ວຍ

ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຈະມີຄວາມຍາວ 1,350 ແມັດ ມີ 2 ຊ່ອງທາງຈະລາຈອນ ແລະ ທາງທີ່ເຊື່ອມຕໍ່ກັບຕົວຂົວຢູ່ຝັ່ງລາວ ມີໄລຍະທາງຍາວ 3.18 ກິໂລແມັດ ມີ 2 ຊ່ອງທາງຈະລາຈອນ ສ່ວນທາງຢູ່ຝັ່ງໄທ ນັ້ນ ມີໄລຍະທາງຍາວ 16.18
ກິໂລແມັດ ທັງຍັງຈະມີການກໍ່ສ້າງອາຄານສຳນັກງານດ່ານຊາຍແດນທັງ 2 ຝັ່ງ, ຫຼ້າສຸດ ກໍ່ມີລາຍງານວ່າ ຄະນະລັດຖະບານ ໄທ ໄດ້ມອບໝາຍໃຫ້ກົມຄວາມຮ່ວມມືລະຫວ່າງປະເທດ ເປັນພາກສ່ວນຮັບຜິດຊອບໃນການພິຈາລະນາເຖິງຄວາມເປັນໄປໄດ້ໃນ ການສະໜັບສະໜູນເງິນກູ້ໃຫ້ແກ່ລັດຖະບານ ລາວ ເພື່ອນຳໃຊ້ເຂົ້າໃນໂຄງການ.

 

ແຫລ່ງຂ່າວ: ເວັບໄຊຂ່າວ ວີໂອເອ

ຮູບປະກອບ: ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ຢູ່ບໍ່ແກ້ວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...