spot_img
Homeຂ່າວພາຍ​ໃນເຕືອນສາວໆ ລະວັງຢາປຸກອາລົມເພດ

ເຕືອນສາວໆ ລະວັງຢາປຸກອາລົມເພດ

Published on

ຢາປຸກອາລົມທາງເພດ ຫຼືຢາເສຍສາວ ຫຼືຢາຫຼິ້ນສາວ ແມ່ນມີຂາຍຢູ່ທົ່ວໄປ ຖ້າບໍ່ຢາກເສຍໂຕ ເສຍອະນາຄົດ ຫຼືກາຍເປັນຜູ້ຕິດເຊື້ອໂລກ ຈຶ່ງເຕືອນສາວໆ ວ່າເວລາໄປຊຸມແຊວນຳໝູ່ ຈົ່ງມີສະຕິໃຫ້ດີ ລະວັງຈອກນ້ຳຂອງທ່ານຈະຖືກໃສ່ຢາລົງໄປ ດັ່ງນັ້ນ, ຈຶ່ງຄວນດື່ມນ້ຳຈາກຕຸກດີກວ່າດື່ມຈາກຈອກທີ່ຖືກເຫຍັ້ນບໍລິການຈາກຄົນອື່ນ. ຫຼືຖ້າດື່ມຈາກຈອກກໍຂໍໃຫ້ຮັກສາຈອກຂອງທ່ານໃຫ້ດີ ເວລາໄປຫ້ອງນ້ຳກັບມານັ້ນ ໃຫ້ຖອກນ້ຳທີ່ຢູ່ໃນຈອກຖິ້ມກ່ອນ ແລ້ວຄ່ອຍເຫຍັ້ນເຄື່ອງດື່ມໃສ່ໃໝ່.

ຢາດັ່ງກ່າວນອກຈາກຈະເຮັດໃຫ້ເກີດມີອາລົມເພດແລ້ວ ຍັງເປັນອັນຕະລາຍຕໍ່ສຸຂະພາບໄດ້ ເຖິງຂັ້ນເສຍຊີວິດກໍມີແລ້ວ ໂດຍສະເພາະແມ່ນຜູ້ມີໂລກປະຈຳໂຕຢູ່ກ່ອນແລ້ວ

ແອັດມິນຊຽງ (ຜູ້ຂຽນ) ຖືກແມ່ຄ້າຈ່າວຂາຍຢາປຸກເຊັກໃຫ້ ຈຶ່ງຂໍຕັກເຕືອນສາວໆ ໃຫ້ລະວັງເອົາໄວ້ ແມ່ນແຕ່ໝູ່ຄູ່ກໍຕ້ອງລະວັງ.

ທ່ານຜູ້ອ່ານກໍຕັກເຕືອນໝູ່ເພື່ອນຂອງທ່ານແດ່ເດີ !!

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...