Homeຂ່າວຕ່າງປະເທດປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

Published on

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ ເຈົ້າໜ້າທີ່ຊ່ວຍປົກປິດໄວ້ເພາະມີ VIP ການເມືອງກ່ຽວຂ້ອງ.

ຊາຣາ ໄຄຣີນາ ມະຫາເທ (Zara Qairina Mahathir) ເດັກຍິງອາຍຸ 13 ປີ ຮຽນຢູ່ຊັ້ນຟອມ 1 ໃນໂຮງຮຽນປະຈຳມຸດສະລິມແຫ່ງໜຶ່ງ ທີ່ເມືອງປາປ່າ ຫ່າງຈາກເມືອງຫຼວງຂອງລັດຊາບາ ປະມານ 40 ກິໂລແມັດ ໂດຍ ຊາຣາ ຖືກພົບນອນໝົດສະຕິຢູ່ໃຫ້ທໍ່ລະບາຍນ້ຳທີ່ຫໍພັກຂອງໂຮງຮຽນ ປະມານ 3:00 ໂມງເຊົ້າຂອງວັນທີ 16 ກໍລະກົດ ຜ່ານມາ, ໂດຍຕອນທຳອິດມີການຄາດເດົາວ່າຕົກມາຈາກຊັ້ນ 3 ກ່ອນຖືກນຳຕົວສົ່ງໂຮງໝໍ ແຕ່ຊາຣາກໍເສຍຊີວິດໃນເວລາຕໍ່ມາ ແລະ ສົ່ງຮ່າງໃຫ້ກັບຄອບຄົວເພື່ອຈັດພິທີສົບໃນວັນທີ 18 ສິງຫາ ໂດຍທີ່ຍັງບໍ່ໄດ້ມີການສັນນະສູດ.

ການຕາຍຂອງ ຊາຣາ ເຮັດໃຫ້ເກີດຄວາມສົງໃສ ແລະ ສ້າງຄວາມບໍ່ພໍໃຈໄປທົ່ວປະເທດ ຫຼັງມີຂ່າວລືຢ່າງຫຼວງຫຼາຍວ່າ ຊາຣາ ຕົກເປັນເຫຍື່ອຂອງການຖືກບູລີ້ທີ່ໂຮງຮຽນ ໂດຍມີການກ່າວຫາວ່ານາງ ຖືກຈັບປັ່ນໃນຈັກຊັກເຄື່ອງ ສື່ສັງຄົມອອນລາຍໃນມາເລເຊຍຍັງຕັ້ງຂໍ້ສົງໃສວ່າເຈົ້າໜ້າທີ່ຊ່ວຍກັນປິດຂ່າວເພາະຄົນທີ່ກໍ່ກວນ ຊາຣາ ເປັນລູກຫຼານຕະກູນການເມືອງຂອງຊາບາ.

ທາງດ້ານຄອບຄົວຂອງ ຊາຣາ ກໍໄດ້ເດີນໜ້າຮຽກຮ້ອງໃຫ້ສືບສວນເລື່ອງນີ້ໃໝ່ຢ່າງເຕັມທີ່ ແຕ່ຂະນະດຽວກັນທະນາຍຂອງທາງຄອບຄົວ ຊາຣາ ກໍອອກມາບອກວ່າເລື່ອງທີ່ຖືກປັ່ນໃນຈັກຊັກເຄື່ອງເປັນການຄາດເດົາເທົ່ານັ້ນ.

ທາງດ້ານນັກການເມືອງຝ່າຍຄ້ານ ກໍໄດ້ຍົກເໍປະເດັນນີ້ຂຶ້ນມາຮຽກຮ້ອງວ່າເປັນຫຍັງຈຶ່ງບໍ່ມີການທັນນະສູດ ທັງທີຮ່າງກາຍຂອງ ຊາຣາ ມີຮອຍບາດແຜ ແລະ ຮຽກຮ້ອງໃຫ້ລັດຖະມົນຕີກະຊວງສຶກສາທິການລາອອກ ເພື່ອຮັບຜິດຊອບເຖິງຄວາມລົ້ມເຫຼວໃນການແກ້ໄຂບັນຫາການບູລີ້ພາຍໃນໂຮງຮຽນ, ເຊິ່ງໃນຊ່ວງອາທິດທີ່ຜ່ານມາ, ປະຊາຊົນໃນຫຼາຍພື້ນທີ່ອອກມາລວມຕົວກັນເດີນຂະບວນຢ່າງຫຼວງຫຼາຍເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ກັບຊາຣາ.

ຕໍ່ມາໃນວັນທີ 28 ກໍລະກົດ ທີ່ຜ່ານມາ, ທາງຜູ້ບັນຊາການຕຳຫຼວດຊາບາ ໄດ້ອອກມາເປັີເຜີຍວ່າ: ຕອນນີ້ກຳລັງມີການສືບສວນຢ່າງລະອຽດ ແລະ ຫຼ້າສຸດເຈົ້າໜ້າທີ່ໄດ້ຂຸດຮ່າງຂອງຊາຣາ ຂຶ້ນມາໃນວັນທີ 9 ສິງຫາ ແລະ ທຳການສັນນະສູດໃໝ່ໃນວັນທີ 10 ສິງຫາ ໂດຍມີປະຊາຊົນຫຼາຍພັນຄົນມາລວມຕົວກັນທີ່ໜ້າໂຮງໝໍເພື່ອສະແດງການສະໜັບສະໜູນ ໂດຍທະນາຍຄວາມ ຊາຣາ ແຈ້ງວ່າ: ຜົນການສັນນະສູດຈະຮູ້ພາຍໃນ 2 ອາທິດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...