ຮັກໃສໃສ…ຫົວໃຈມັດທະຍົມ ຕອນທີ 17

ຕອນທີ 17 ສັບສົນຫົວໃຈ

ລະດູກິລາສີໂຮງຮຽນເລີ່ມເປີດຂຶ້ນແລ້ວ ແລະ ວັນນີ້ແມ່ນການແຂ່ງຂັນກິລາບາສ ເຊິ່ງເປັນການພົບກັນລະຫວ່າງຫ້ອງ 6/1 ກັບ 6/3 ເມື່ອນັກກິລາທັງສອງຫ້ອງລົງສະໜາມສຽງກອງເຊຍຂອງທັງສອງຝ່າຍໄດ້ດັງຂຶ້ນ ວັນນີ້ສອນໄຊກັບໂທນີເພື່ອນຮັກຕ້ອງມາແຂ່ງກັນເອງ
ໂທນີ: ກຽມຮັບມືໄວ້ໃຫ້ດີ ເພາະເຮົາຈະບໍ່ມີທາງອ່ອນຂໍ້ໃຫ້ໂຕແນ່ນອນເຖິງແມ່ນວ່າເຮົາຈະເປັນເພື່ອນກັນກໍ່ຕາມ
ສອນໄຊ: ຊື່ນໃຈທີ່ໄດ້ຍິນຄຳນີ້ ເພາະຖ້າໂຕບໍ່ຫຼິ້ນເຕັມທີ່ກັບເຮົາ ເຮົາຄົງເສຍໃຈ
ສຽງໝາກວີດດັງຂຶ້ນນັ້ນເປັນການສົ່ງສັນຍານເລີ່ມເກມ ທັງສອງທີມສູ້ກັນຢ່າງດຸເດືອດພັດປ່ຽນກັນເຮັດແຕ້ມ ເກມນີ້ເປັນເກມທີ່ສະໜຸກກອງເຊຍທັງສອງຫ້ອງລຸ້ນກັນມັນຍົດຈົນເຫື່ອໄຫລໃຄຍ້ອຍ ຈົບເຄິ່ງທຳອິດ 6/1 ນຳເກມໄປພຽງ 1 ແຕ້ມເທົ່ານັ້ນ
ພັກ 10 ນາທີ ນັກກິລາທັງສອງຝ່າຍກໍ່ແລ່ນໄປຫາກອງເຊຍຂອງຫ້ອງຕົນເອງ ມາລີມືໜຶ່ງຖືຕຸກນ້ຳທີ່ຍັງບໍ່ທັນໄດ້ໄຂຝາເພື່ອຈະກຽມໄວ້ໃຫ້ໂທນີດື່ມ ແລະ ມືອີກເບື້ອງຖືຕຸກນ້ຳທີ່ນາງດື່ມແລ້ວແຕ່ຍັງເຫຼືອເຄິ່ງຕຸກ, ເກສອນມືເບື້ອງໜຶ່ງຈັບຕຸກນ້ຳທີ່ຍັງບໍ່ທັນໄຂຝາເພື່ອກຽມໄວ້ໃຫ້ມັງກອນ ທັງສອງສາວຢືນຮຽນຂ້າງກັນ ມັງກອນແລ່ນມຸ່ງໜ້າມາຫາສອງສາວກ່ອນ ມາລີສະເງີ້ແນມຫາໂທນີ ເກສອນກຳລັງຍື່ນນ້ຳດື່ມໃນມືໃຫ້ມັງກອນດ້ວຍຮອຍຍີ້ມກັບຕ້ອງຍິ້ມຄ້າງເກືອບຊ໊ອກ ເພາະມັງກອນໄດ້ໄປຈັບເອົາຕຸກນ້ຳໃນມືມາລີມາດື່ມ ທີ່ມັງກອນເຮັດແບບນີ້ເຮັດໃຫ້ມາລີຮູ້ສຶກບໍ່ພໍໃຈ
ມາລີ: ມັງກອນເປັນຫຍັງເພິ່ນຄືເຮັດແບບນີ້ນ້ຳນັ້ນບໍ່ແມ່ນຂອງເພິ່ນນ່ະເຂົາກຽມໄວ້ໃຫ້
ມາລີຍັງບໍ່ທັນໄດ້ເອີ່ຍຊື່ແລ້ວໂທນີກໍ່ຍ່າງມາທາງດ້ານຫຼັງມັງກອນຈັບເອົາຕຸກນ້ຳອີກຂວດທີ່ມາລີຈັບໄວ້ນັ້ນເປັນຕຸກນ້ຳທີ່ມາລີດື່ມໄປແລ້ວມາດື່ມຈົນໝົດແລ້ວສົ່ງຕຸກນ້ຳດື່ມຄືນໃຫ້ແລ້ວຍ່າງຈາກໄປໂດຍບໍ່ມີຄຳເວົ້າຫຍັງຈັກຄຳ ປ່ອຍໃຫ້ຄົນທີ່ຢູ່ບໍລິເວນນັ້ນເບິ່ງເຂົາຢ່າງປະຫຼາດໃຈ
ເລີ່ມເກມຕັ້ງສອງ ທັງສອງກໍ່ຍັງແຂ່ງຂັນກັນຢ່າງດຸເດືອດຫ້ອງ 6/3 ສາມາຕີສະເໝີໄດ້ ພໍໝົດເວລາຕ້ອງມາຕັດສິນກັນດ້ວຍການຊູດບາສວ່າທີມໃດຈະແມ້ນກວ່າ ແຕ່ລະທີມໃຫ້ເລືອກນັກກິລາສີມືດີອອກມາທີມລ່ະ 3 ຄົນ ຜົນປະກົດຄືນັກບາສຂອງຫ້ອງ 6/1 ຊູ໊ດບາສພາດ 1 ຄົນຈິ່ງເຮັດໃຫ້ຫ້ອງ 6/3 ຊະນະໄປຢ່າງວຸດວິດພຽງ 1 ແຕ້ມ

ເຫດການໃນວັນນີ້ເຮັດໃຫ້ເກສອນຕ້ອງເສົ້າໃຈຢ່າງບອກບໍ່ຖືກ ເກສອນນອນມືກ່າຍໜ້າຜາກຖາມໃຈຕົວເອງທັງຄືນຊ້ຳໄປຊ້ຳມາຫຼາຍຮອບ ແຕ່ກໍ່ບໍ່ໄດ້ຄຳຕອບທີ່ຊັດເຈນວ່າເພາະເຫດໃດເຖິງຮູ້ສຶກເຈັບທີ່ຫົວໃຈທຸກຄັ້ງເມື່ອເວລາເຫັນມັງກອນເອົາໃຈມາລີ ເຊິ່ງທີ່ຜ່ານມາເກສອນບໍ່ເຄີຍມີອາການແບບນີ້ມາກ່ອນ ແລະ ຊ້ຳບໍ່ໜຳຍັງເຄີຍບອກໃຫ້ມາລີພິຈາລະນາມັງກອນ ແຕ່ຕອນນີ້ກັບຮູ້ສຶກກັງວົນຢ້ານມາລີຈະທົບທວນໃໝ່ກ່ຽວກັບມັງກອນ
ເກສອນ: ໂອ໊ຍຍຍຍ! ມັນຄືທໍລະມານແທ້ ສັບສົນແທ້! ບໍ່ມັກເລີຍທີ່ຕ້ອງເປັນແບບນີ

ວັນຕໍ່ມາທີ່ຮ້ານອາຫານໂຮງຮຽນ ທັງສາມຄົນ ມັງກອນ ມາລີ ເກສອນ ໄດ້ມາກິນເຂົ້າປຽກທີ່ຮ້ານອາຫານ ແລະ ໃນລະຫວ່າງກິນ ມັງກອຮຮູ້ວ່າມາລີມັກກິນລູກຊີ້ນເຂົາກໍ່ເລີຍເອົາລູກຊີ້ນໃນຖ້ວຍຕົວເອງໃຫ້ມາລີຈົນໝົດຄືກັບທຸກຄັ້ງທີ່ມາກິນ ແຕ່ວັນນີ້ເກສອນກັບແນມເບິ່ງດ້ວຍຄວາມອິດສາ
ເກສອນ: ເອົາໃຫ້ແຕ່ມາລີຄົນດຽວແລ້ວເຂົາເກະຄືບໍ່ເຫັນໄດ້ເຂົາກະມັກກິນລູກຊີ້ນຄືກັນໃດ໋
ມາລີທີ່ກຳລັງກິນລູກຊີ້ນເຖິງກັບອ້າງປາກຄ້າງ ມັງກອນກໍ່ເບິ່ງໜ້າເກສອນດ້ວຍຄວາມແປກໃຈ
ມັງກອນ: ອ້າວ! ເພິ່ນກະມັກກິນລູກຊີ້ນຫວະພວກເຮົາເປັນໝູ່ກັນມາດົນຄືບໍ່ເຄີຍຮູ້ວ່າເພິ່ນມັກກິນລູກຊີ້ນ
ມາລີ: ແມ່ນລ່ະ! ເມື່ອກ່ອນເພິ່ນຍັງບອກວ່າສຳລັບລູກຊີ້ນກິນກະໄດ້ບໍ່ກິນກະໄດ້ ເພິ່ນຍັງເຄີຍເອົາລູກຊີ້ນໃຫ້ເຂົາກິນຕັ້ງຫຼາຍເທື່ອ
ເກສອນເຮັດໜ້າບຶ້ງ: ບໍ່ຮູ້ລ່ະ! ກໍ່ມື້ນີ້ເຂົາມັກກິນລູກຊີ້ນແລ້ວເດະ
ມາລີ: ໂອ! ຊັ້ນເຂົາແບ່ງໃຫ້
ມາລີຄີບລູກຊີ້ນໄປໃສ່ຖ້ວຍເຂົ້າປຽກມາລີ
ມັງກອນ: ພໍໆ! ໃຫ້ມັນກິນ 2 ລູກກະພໍແລ້ວ! ມັນສູງໃຫຍ່ກວ່າເຈົ້າກິນໜ້ອຍໆກໍ່ພໍ!​ມາລີຄວນກິນຫຼາຍໆຈິ່ງຈະໄດ້ມີແຮງຜະລິດຄງວາມໜ້າຮັກໃຫ້ຂ້ອຍເບິ່ງທຸກມື້
ມາລີ: ປາກຫວານແທ້ເພິ່ນນິ
ມັງກອນ: ເຄີຍຊິມລ່ະຈິ່ງຄ່ອຍຮູ້! ຖ້າມາລີຢາກຮູ້ວ່າປາກເຂົາຫວານຊ່ຳໃດມມາຊິມໄດ້ຈະຫຼອດ 24 ຊົ່ວໂມງເດີ້
ມາລີ: ເວົ້າບ້າບໍຄໍຫ່ານເກີນໄປແລ້ວເພິ່ນ! ກິນ! ກິນ ປາກຈະໄດ້ບໍ່ວ່າງ
ເກສອນຮູ້ສຶກຫງຸດງິດບໍ່ພໍໃຈເພາະຄວາມຫຶງຫວງແຕ່ກໍ່ຂົ່ມອາລົມໄວ້ດ້ວຍຄວາມງຽບ ແຕ່ຢູ່ດີໆໄມ້ຖູຂອງເກສອນກໍ່ຫັກຄາມື ເຮັດໃຫ້ມັງກອນກັບມາລີຕະລຶງໄປເລີຍ
ມາລີ: ໂຫ! ຫຼິ້ນຫັກໄມ້ຖູ່ພຸ້ນຫວະນິ
ເກສອນ: ບໍ່ມີຫຍັງ! ເຂົາຢາກລອງຊື່ໆວ່າມືເຂົາກັບໄມ່ຖູ່ອັນໃດມັນຈະແຂງກວ່າກັນ! ມັງກອນຈັບໄມ້ຖູ່ຄູ່ໃໝ່ໃຫ້ເຂົາແນ່
ມັງກອນ: ຈັບໄມ້ຖູ່ທີ່ຢູ່ຕໍ່ໜ້າຍື່ນໃຫ້ເກສອນຢ່າງບໍ່ຄິດຫຍັງ

ແລງວັນສຸກກ່ອນກັບບ້ານມາລີໄດ້ຊວນເກສອນມາຫຼິ້ນເຮືອນຕົນ ແຕ່ຖືກເກສອນປະຕິເສດໂດຍເກສອນອ້າງວ່າຄາວຽກ ແຕ່ຄວາມຈິງແລ້ວໃນວັນເສົາ ເກສອນໄປຫາມັງກອນທີ່ເຮືອນຂໍ້ອ້າງຄືໄປຢາມແມ່ຕູ້ ແຕ່ຈຸດປະສົງຫຼັກແມ່ນຕ້ອງການໄປໃກ້ຊິດກັບມັງກອນ
ເພື່ອຕອບແທນທີ່ເກສອນຊ່ວຍດູແລແມ່ຕູ້ຈົນຫາຍດີ ມັງກອນເລີຍແຕ້ມຮູບເໝືອນໃຫ້ເກສອນ ໃນຂະນະທີ່ເກສອນນັ່ງເປັນແບບໃຫ້ມັງກອນແຕ້ມສາຍຕາຂອງນາງກໍ່ຈ້ອງເບິ່ງມັງກອນທີ່ກຳລັງແຕ້ມຮູບມັນຊ່າງມີສະເໜ່ຈົນບອກບໍ່ຖືກ ມັນໄດ້ເຮັດຄວາມສັບສົນນັ້ນຊັດເຈນຂຶ້ນ ຄຳຖາມຊ້ຳໆຫຼາຍຄືນກໍ່ໄດ້ຄຳຕອບແລ້ວ ສະຫຼຸບນີ້ແມ່ນການມີໃຈໃຫ້ກັບຊາຍຄົນໜຶ່ງທີ່ເປັນເພື່ອນຮັກຂອງຕົນເອງ

ມາລີທີ່ກຳລັງຫົດດອກໄມ້ໜ້າບ້ານເມື່ອເຫັນໂທນີຂີ່ລົດຖີບຜ່ານໜ້າເຮືອນເລີຍຮ້ອງຖາມ
ມາລີ: ເຮີ້ຍ! ສິໄປໃສ
ເມື່ອໂທນີຍິນສຽງມາລີຮ້ອງຖາມກໍ່ເລີຍຈອດລົດ: ຈະໄປເລາະຊື້ໜັງສື
ມາລີ: ໄປນຳ
ໂທນີ: ຟ້າວມາ
ມາລີ: ເຂົາຂໍໄປປ່ຽນເຄື່ອງກ່ອນ
ໂທນີ: ບໍ່ຕ້ອງປ່ຽນລ່ະ ມາທັງຊຸດນີ້ເລີຍ
ມາລີ: ແຕ່ວ່າ…
ໂທນີ: ສິໄປບໍ່ໄປ
ມາລີ: ໄປ! ໄປ ແຕ່ຂໍປິດກັອກນ້ຳກ່ອນແປ໊ບໜຶ່ງ
ແລ້ວທັງຄູ່ກໍ່ຊ້ອນລົດຖີບໄປຮ້ານໜັງສືນຳກັນ ມາລີຄືຝັນເປັນຈິງ ເພາະນີ້ເປັນຄັ້ງທຳອິດທີ່ມາລີໄດ້ຊ້ອນທ້າຍລົດຖີບຈອງໂທນີ ມັນຊ່າງເປັນພາບທີ່ໂຣແມນຕິກຄືເກົາຊີຣີເກົາຫຼີ ມາຫຼີຍິ້ມໜ້າບານດ້ວຍຄວາມໃຈທີ່ສຸກລົ້ນຕັ້ງແຕ່ຂຶ້ນລົດທີ່ໜ້າປະຕູບ້ານຈົນໄປຮອດຮ້ານຂາຍໜັງສື
ເມື່ອເຂົ້າຮ້ານຂາຍໜັງສືມາລີກໍ່ຟ້າວຊອກໜັງສືທີ່ຕົນເອງຕ້ອງການນັ້ນກໍ່ຄືປື້ມ (ວິທີເອົາຊະນະໃຈຜູ້ຊາຍສາຍງຽບ) ແລະ ໃນທີ່ສຸດມາລີກໍ່ຫາມັນພົບ ເມື່ອທັງສອງໄດ້ໜັງສືທີ່ຕ້ອງການແລ້ວກໍ່ພາກັນມາທີ່ບ່ອນຈ່າຍເງິນ
ມາລີ: ຫົວທໍ່ໃດ
ຜູ້ຂາຍ: 20,000 ກີບ
ໂທນີ: ຫົວທໍ່ໃດ (ປື້ມພື້ນຖານການແພດ)
ຜູ້ຂາຍ: 100,000 ກີບ
ມາລີ: ໂຫ! ປື້ມຂອງເຈົ້າແພງແທະ
ໂທນີບໍ່ປາກຈົກເງິນ 100,000 ກີບ ຈ່າຍຄ່າປື້ມ ແຕ່ເມື່ອມາລີຈະຈົກເງິນຈ່າຍກໍ່ຄິດອອກວ່າໃນຕົວຂອງເຂົາຕອນນີ້ບໍ່ມີເງິນເລີຍຈັກກີບ ສະນັ້ນເພື່ອບໍ່ຢາກຂາຍໜ້າມາລີຈິ່ງໄດ້ດຶງໂທນີໄປເວົ້າສ່ວນຕົວ
ມາລີ: ໂທນີ! ຢືມເງິນແຕ່ ຕອນນີ້ເຂົາບໍ່ມີເງິນຈັກກີບເລີຍ
ໂທນີຖອນຫາຍໃຈກ່ອນຍ່າງກັບໄປຫາຄົນຂາຍປື້ມ ໂທນີຈັບປື້ມທີ່ມາລີເລືອກຂື້ນມາອ່ານ (ວິທີເອົາຊະນະໃຈຜູ້ຊາຍສາຍງຽບ) ພໍອ່ານຈົບ
ໂທນີ: ຫົວນີ້ບໍ່ຊື້! ໄປກັນເທາະ
ແລ້ວໂທນີກໍ່ລາກມາລີອອກຈາກຮ້ານ ມາລີຮູ້ສຶກໂມຫາເລີຍຕໍ່ວ່າໂທນີໄປ
ມາລີ: ປ່ອຍ! ຢືມເງິນດ້າມ 20ພັນກີບກໍ່ບໍ່ໄດ້ຄົນຂີ້ຖີ່
ໂທນີ: ກໍ່ໜັງສືທີ່ເຈົ້າຢາກຊື້ມັນບໍ່ມີປະໂຫຍດ! ຊື້ໄປກໍ່ເປືອງເງິນ
ມາລີ: ມັນບໍ່ມີປະໂຫຍດສຳລັບເຈົ້າແຕ່ມັນສຳຄັນສຳລັບຂ້ອຍ ເຈົ້າບໍ່ເຄີຍມັກໃຜເຈົ້າຄົງຈະບໍ່ຮູ້ດອກ! ເພາະປື້ມຫົວນີ້ມັນສາມາດຊ່ວຍໃຫ້ຂ້ອຍເອົາຊະນະໃຈໃຜໄດ້ເຈົ້າກະຄົງຈະຮູ້ດີ
ໂທນີ: ແລ້ວເຈົ້າຈະໃຊ້ປື້ມພວກນີ້ຊ່ວຍເຮັດຫຍັງໃນເມື່ອເຈົ້າເຮັດມັນສຳເລັດແລ້ວ
ມາລີງົງກັບຄວາມໝາຍທີ່ໂທນີເວົ້າ: ຫ່ະ! ເຈົ້າຊ່ວຍອະທິບາຍໃຫ້ຂ້ອຍເຂົ້າໃຈແບບຊັດເຈນກວ່ານີ້ດຸ
ໂທນີ: ຊ່າງມັນເທາະ! ຖືວ່າຂ້ອຍບໍ່ໄດ້ເວົ້າຫຍັງອອກໄປລະແລ້ວ! ສິເມືອບໍ່ເມືອ
ມາລີເຮັດງອນຢືນກອດເອິກ ໂທນີແກ້ງເຮັດທຳທ່າຖີບໄປ ນຳກົ້ນລົດຂອງໂທນີທັນທີ
ມາລີຢ້ານໄດ້ຍ່າງເມືອກໍ່ຟ້າວແລ່ນ: ຢ່າຟ້າວໄປ…
ເມື່ອໂທນີເຫັນມາລີແລ່ນນຳຫຼັງກໍ່ເລີຍຈອດຖ້າ: ຄິດວ່າສິບໍ່ເມື່ອແລ້ວຊັ້ນດອກ
ມາລີ: ເງິນກໍ່ບໍ່ມີ ໂທລະສັບກະບໍ່ໄດ້ເອົາມາ ຖ້າບໍ່ເມືອນຳເພິ່ນສິໄດ້ຫວະ! ຄົນບ້າອິຫຍັງສິງໍ້ເຂົາແນ່ຈັກໜ່ອຍກໍ່ບໍ່ໄດ້
ໂທນີຖີບລົດຊ້ອນມາລີກັບບ້ານດ້ວຍສີໜ້າຍິ້ມຕະລົກ