ຮັກໃສໃສ…ຫົວໃຈມັດທະຍົມ ຕອນທີ 14

ຕອນທີ 14 ຢາກໄດ້ 7 ທຸກວິຊາ

ໂທນີໄດ້ເອົາປື້ມຕິດຕາມໄປໃຫ້ພໍ່ແມ່ເຊັນ ພໍ່ກັບແມ່ຂອງໂທນີເຖິງກັບຕົກໃຈ ເມື່ອຮູ້ວ່າລູກຊາຍຂອງຕົນເອງຢູ່ຫ້ອງ 6/3 ເພາະພວກເຂົາເຊື່ອສະເໝີວ່າລູກຊາຍຂອງເຂົາເປັນເດັກຮຽນເກັ່ງທີ່ຜ່ານມາກໍ່ຢູ່ຮຽນຫ້ອງໜຶ່ງມາຕະຫຼອດ
ພໍ່ຈອນນີຖາມດ້ວຍສີໜ້າຕື່ນ: ໂທນີຊ່ວຍອະທິບາຍມາວ່າເປັນຫຍັງລູກເຖິງຕົກລົງມາຢູ່ຫ້ອງ 6/3
ແມ່ເມສາ: ຜົນການຮຽນລູກດີມາຕະຫຼອດພໍ່ແມ່ເຊັນທຸກເດືອນພໍ່ແມ່ຮູ້ດີວ່າລູກຂອງແມ່ຕ້ອງໄດ້ຢູ່ຫ້ອງໜຶ່ງ! ບໍ່ໄດ້ການແຫຼະ ມື້ອື່ນແມ່ຈະໄປຫາຄູຢູ່ໂຮງຮຽນລູກເພື່ອໄປຖາມໃຫ້ແນ່ໃຈ ແລະ ເຮັດເລື່ອງຍ້າຍລູກໄປຢູ່ຫ້ອງ 6/1
ພໍ່ຈອນນີ: ເລື່ອງເປັນແບບນີ້ເປັນຫຍັງລູກຄືບໍ່ບອກພໍ່ແມ່ຕັ້ງແຕ່ຕົ້ນ! ມື້ອື່ນພໍ່ກັບແມ່ຈະໄປຈັດການ
ໂທນີ: ບໍ່ຈຳເປັນ! ທາງໂຮງຮຽນບໍ່ມີຫຍັງຜິດພາດພໍ່ແມ່ໄປກໍ່ບໍ່ມີປະໂຫຍດ ເພາະເລືອງນີ້ລູກເປັນຕັດສິນໃຈເອງ
ແມ່ເມສາ: ລູກວ່າແນວໃດເກາະ
ພໍ່ຈອນນີ: ລູກກ່ອນຈະເຮັດຫຍັງລົງໄປຄືບໍ່ຖາມພໍ່ແມ່ຈັກຄຳ
ໂທນີ: ຫ້ອງໜຶ່ງກັບຫ້ອງສາມມັນຕ່າງກັນບ່ອນໃດ ພໍ່ກັບແມ່ບໍ່ໝັ້ນໃຈໃນຕົວລູກຫວະ ລູກຢູ່ຫ້ອງໃດລູກກໍ່ໄດ້ທີ່ໜຶ່ງຂອງຫ້ອງທີ່ໜຶ່ງຂອງໂຮງຮຽນຢູ່ດີ ເທົ່ານີ້ກໍ່ໜ້າຈະພໍແລ້ວແມ່ນບໍ່
ພໍ່ຈອນນີກັບແມ່ເມສາໄດ້ຍິນລູກເວົ້າແບບນີ້ກໍ່ໄດ້ແຕ່ແນມເບິ່ງໜ້າກັນ:
ພໍ່ຈອນນີ: ເອົາເປັນວ່າພໍ່ຄົບລົບໃນການຕັດສິນໃຈຂອງລູກ
ແມ່ເມສາ: ແມ່ກໍ່ເຄົາລົບການຕັດສິນໃຈຂອງລູກ ໃນເມື່ອລູກມີຄວາມສຸກໃນການຕັດສິນໃຈແບບນີ້ພໍ່ກັບແມ່ກໍ່ຈະບໍ່ຂັດ
ໂທນີ: ຂອບໃຈທີ່ພໍ່ແມ່ເຂົ້າໃຈ

ທຸກໆຕອນເຊົ້າຂອງວັນຈັນນັກຮຽນທຸກຄົນພ້ອມດ້ວຍຄູຈະຕ້ອງມາລວມແຖວກັນທີ່ໜ້າຫຼັກເສົາທຸງ ເພື່ອຮ້ອງເພງຊາດ ແລະ ນຳທຸງຂຶ້ນຍອດເສົາ ຫຼັງຈາກນັ້ນທາງອຳນວຍການຂອງໂຮງຮຽນຈະມາກ່າວຄຳປາໄສ ອົບຮົມສັ່ງສອນນັກຮຽນທີ່ໜ້າເສົາທຸງ ແຕ່ນີ້ເປັນເຊົ້າວັນຈັນຂອງຕົ້ນເດືອນາງໂຮງຮຽນຈະມີການສະຫຼຸບຜົນຄະແນນປະຈຳເດືອນທີ່ຜ່ານມາ ແລະ ມີການມອບລາງວັນໃຫ້ແກ່ນັກຮຽນຜູ້ມີຄະແນນດີເດັ່ນປະຈຳເດືອນ ກັບຜູ້ທີ່ໄດ້ຄະແນນ 7 ຂຶ້ນເມືອທຸກວິຊາ ແລະ ແນ່ນອນວ່ານັກຮຽນຫ້ອງ 6/1 ຈະມີລາຍຊື່ຕິດອັນດັບຫຼາຍທີ່ສຸດ ຮອງມາກໍ່ເປັນຫ້ອງ 6/2 ແລະ 6/3, ພາບທີ່ໂທນີອອກໄປຮັບລາງວັນທຸກຄົນໃນໂຮງຮຽນເຫັນຈົນສິ້ນເຄີຍ ເພາະຜົນຄະແນນຂອງໂທນີເຮັດໄດ້ດີທຸກເດືອນ ໂທນີເຖິງວ່າຈະຍ້າຍມາຢູ່ຫ້ອງ 6/3 ແຕ່ໂທນີກໍຍັງຮັກສາອັນດັບໄວ້ຢ່າງໜຽວແໜ້ນ ມີນັກຮຽນເກັ່ງຫຼາຍຄົນຍ່າງໄປໜ້າເສົາທຸງຕາມລາຍຊື່ທີ່ຖືກເອີ້ນ ເມື່ອຮອດຄິວຂອງໂທນີມາລີດີໃຈຕື່ນເຕັ້ນອອກນອກໜ້າຄືກັບວ່າຕົນເອງໄດ້ຮັບລາງວັນອັນຊົງກຽດນີ້ເອງ ມາລີຈ້ອງເບິ່ງໂທນີຮັບລາງວັນຢ່າງພາກພູມໃຈ

ຫຼັງເລີກແຖວນັກຮຽນກໍ່ພາກັນຍ່າງເຂົ້າຫ້ອງ ມາລີຍ່າງນຳຫຼັງໂທນີ
ມາລີ: ໂທນີ! ໄດ້ອີກແລ້ວເນາະ! ດີໃຈນຳເດີ້
ໂທນີ: ອຶມ
ເຊົ້າວັນນີ້ຮຽນຄະນິດສາດຄູໄດ້ຂຽນໂຈດເລກສົມຜົນໃສ່ໃນກະດານ ແລ້ວຄູກໍ່ຈັບສະຫຼາກຝາແປັບຊີເຊິ່ງໃນຝານັ້ນມີເລກປ້າຍເສື້ອຂອງນັກຮຽນຄົບທຸກຄົນ ຈັບຖືກເລກປ້າຍເສື້ອຂອງໃຜ ຄົນນັ້ນຕ້ອງໄດ້ອອກມາໜ້າກະດານເພື່ອແກ້ໂຈດເລກທີ່ຄູຂຽນໄວ້ ຄູເລກຄ່ອຍໆອ່ານເລກລະຫັດແຕ່ລະຕົວຢ່າງຊ້າໆ (ແບບປະຫາດຜົນຫວຍ) ນັກຮຽນກໍ່ລຸ້ນໃຈແທທບຂາດ ເພາະຢ້ານຖືກໝາຍເລກຂອງຕົວເອງ ຄົນທີ່ຖືກກໍ່ໜ້າເສົ້າອອກໄປກະດານ ຫາກຄົນທີ່ອອກມາແກ້ເລກໜ້າກະດານບໍ່ສາມາດແກ້ເລກບັງໄດ້ໄດ້ຖືກຕ້ອງພາຍໃນ 5 ນາທີ ແມ່ນຈະຖືກລົງໂທດ ໂດຍການໄປແລ່ນອ້ອມຫຼັກເສົາທຸງ 10 ຮອບ ຄູຈະເຮັດການຈົກໄປຈົນຫານັກຮຽນທີ່ສາມາດແກ້ໄຂໂຈດເລກຂໍ້ນັ້ນໄດ້ ແລ້ວຄ່ອຍປ່ຽນໃຫ້ແກ້ໂຈດໃໝ່
ຄູເລກ: 4231
ມາລີ: ຕາຍແລ້ວວວວ
ຄູເລກຈົກຖືກລະຫັດຂອງມາລີ ຊົ່ວໂມງນີ້ຖືວ່າມາລີຊວຍສຸດໆ ເພາະບໍ່ສາມາດແກ້ເລກຂໍນີ້ໄດ້ ມາລີທັງແກ້ທັງຫັນໄປເບິ່ງໂທນີດ້ວຍສາຍຕາລະຫ້ອຍ ໂທນີເອງກໍ່ບໍ່ຮູ້ຈະຊ່ວຍມາລີໄດ້ແນວໃດ ເພາະນັ່ງຢູ່ຫຼັງສຸດ ມັງກອນກໍ່ແສນເປັນຫ່ວງມາລີແຕ່ກໍ່ຊ່ວຍຫຍັງບໍ່ຄືກັນ
ຄູເລກ: ຕັ້ງໃຈເຮັດຢ່າມົວແຕ່ແນມເບິ່ງໝູ່! ເຮັດໄວໆຍັງອີກ 1 ນາທີໝົດເວລາ
ໝົດເວລາລົງໄປແລ້ວແຕ່ມາລີກໍ່ບໍ່ສາມາດແກ້ເລກຂໍນັ້ນໄດ້ ໃນທີ່ສຸດມາລີຕ້ອງໄດ້ອອກໄປແລ່ນອ້ອມຫຼັກທຸງ 10 ຮອບຕາມລະບຽບ
ກ່ອນຈະໝົດຊົ່ວໂມງຄູເລກໄດ້ຝາກວຽກບ້ານໄວ້ ຊົ່ວໂມງໜ້າທຸກຄົນຕ້ອງສົ່ງ ເພາະວຽກບ້ານຈະເປັນຄະແນນເກັບສະສົມ
ເມື່ອກັບຮອດເຮືອນຫຼັງຈາກອາບນ້ຳກິນເຂົ້າແລ້ວ ມາລີກໍ່ຟ້າວເອົາວຽກບ້ານໄປຫາໂທນີທີ່ເຮືອນ ເພື່ອນຂໍໃຫ້ໂທນີຊ່ວຍແກ້, ມາລີກັບໂທນີເຮັດວຽກບ້ານທີ່ຫ້ອງໜັງສື
ມາລີ: ໂທນີເຂົາລະຢາກມີໂອກາດໄປຢືນໜ້າຫຼັກທຸງຮັບລາງວັນນັກຮຽນເກັ່ງ ຢາກຮູ້ວ່າມັນຈະມີຄວາມສຸກຂະໜາດໄດ້ນໍ້ ຈະເປັນແນວໃດນໍ້ຫາກຖືກອຳນວຍການເອີ້ນ ນາງ ມາລີ ແສງອາລຸນ ຈາກຫ້ອງ 6/3 ຂຶ້ນມາຮັບລາງວັນນັກຮຽນດີເດັ່ນປະຈຳເດືອນ! ຕໍ່ໜ້າຜູ້ຄົນຂ້ອຍຄົງເທ້ໜ້າດູ
ໂທນີຖອນຫາຍໃຈ: ເຮີ້ຍ! ມົວແຕ່ຝັນບໍ່ຕັ້ງໃຈຮຽນເຮັດແນວໃດມັນສິໄດ້
ມາລີ: ກໍ່ຕັ້ງໃຈຮຽນຢູ່ທຸກມື້ ບົດຮຽນກໍ່ຈົດທຸກມື້ບາງວິຊາອາດຈະຈົດບົດຮຽນບໍ່ຄົບແຕ່ກໍ່ຕັ້ງໃຈຮຽນໃດ໋
ໂທນີ: ຫວາ! ຂ້ອຍເຫັນເຈົ້າມັກນອນຫຼັບເວລາຮຽນເປັນປະຈຳ ບາງເທື່ອກໍ່ຫຼັກກິນຂະໜົມ, ໝາກສົ້ມຢູ່ໃນຫ້ອງ ບາງເທື່ອກໍ່ຫຼັກອ່ານກະຕູນ ແບບນີ້ຫວາຕັ້ງໃຈຮຽນຂອງເຈົ້າ
ມາລີສະດຸ້ງ: ເປັນຫຍັງເຈົ້າຄືຮູ້ດີແທ້! ອັນແນ້…ເພິ່ນສັງເກດເບິ່ງເຂົາຕະຫຼອດເວລາແມ່ນບໍ່! ຄິດຫຍັງກັບເຂົາບອກມາ
ໂທນີຫູແດງ: ຄິດ! ຄິດວ່າເຈົ້າເປັນຄົນສະຫຼາດນ້ອຍ ແລະ ບໍ່ຕັ້ງໃຈຮຽນ
ມາລີ: ປາກເບາະຫັ້ນທີ່ເວົ້າ! ປາກບໍ່ດີຄືໜ້າຕາເລີຍ! ເຊິ! ຖ້າບໍ່ເຫັນແກ່ຄວາມຫຼໍ່ນີ້ຄຽດໃຫ້ລ່ະໃດ໋
ໂທນີ: ສິມາລົມ ຫຼື ມາແກ້ວຽກບ້ານ! ຖ້າສິມາພຽງຊວນລົມລະເຊີນກັບເມືອ
ມາລີ: ເວົ້າແບບນີ້ບໍ່ໜ້າຮັກເລີຍ
ໂທນີບໍ່ຕໍ່ຄຳຍາວລາວຕັ້ງໃຈແກ້ວຽກບ້ານຂອງຄູ ມາລີທຳອິດກໍ່ຕັ້ງໃຈເບິ່ງໂທນີແກ້ເລກຜ່ານໄປ 3 ຂໍ້ ໜັງຕາກໍ່ເລີ່ມເຕື່ອຍລົງເທື່ອລະໜ້ອຍສຸດທ້າຍກໍ່ຫຼັບຄາໂຕະ ໂທນີເງີຍໜ້າຂຶ້ນມາອີກຄັ້ງກໍ່ເຫັນມາລີຢູ່ໃນສະພາບຫຼັບຢູ່
ໂທນີຖອນຫາຍໃຈກ່ອນເວົ້າດ້ວຍຮອຍຍິ້ມ: ນອນງ່າຍແທ້ໆ! ນອນໄດ້ທຸກບ່ອນທຸກເວລາ! ເປັນແບບນີ້ຢ່າວ່າແຕ່ຕຳແໜ່ງນັກຮຽນເກັ່ງເລີຍ ເສັງແຕ່ລະວິຊາໃຫ້ໄດ້ບໍ່ຫຼຸດ 5 ກໍ່ຄົງຈະຍາກ ແລ້ວຢູ່ດີໆໂທນີກໍ່ເອົາມືໄປລູບຫົວມາລີເບົາໆແບບບໍ່ຮູ້ສຶກຕົວວ່າເຮັດແບບນັ້ນລົງໄປໄດ້ຈັ່ງໃດ ໂທນີເອງຫຼັງລູບຫົວມາລີແລ້ວກໍ່ແປກໃຈຕົວເອງ ໂທນີສັງເກດເບິ່ງໜ້າຕາ ແລະ ຈ້ອງເບິ່ງທີ່ປາກສີບົວຈາງໆຂອງມາລີແລ້ວກືນນ້ຳລາຍ ໂທນີຟ້າວດຶງສະຕິຕົວເອງກັບຄືນມາໃຫ້ກັບມາຢູ່ໃນໝວດປົກກະຕິແລ້ວຕັ້ງໃຈແກ້ວຽກບ້ານຕໍ່ໄປ ເມື່ອໂທນີແກ້ວຽກບ້ານແລ້ວໝົດທຸກຂໍ້ລາວໄດ້ແນມເບິ່ງໂມງ ຕອນນີ້ເປັນເວລາ 21:05 ນາທີ ມັນຄ່ອນຂ້າງເດິກໂທນີຈິ່ງໄດ້ປຸກມາລີໃຫ້ຕື່ນຈາກການຫຼັບໄຫລ
ໂທນີ: ມາລີຕື່ນໆ
ມາລີຕື່ນຂຶ້ນມາຊີຫູຊີຕາກ່ອນເວົ້າວ່າ: ກຳລັງຝັນຫວານບໍ່ໜ້າມາຂັດຈັງຫວະເລີຍ
ໂທນີ: ຕົກລົງມາຮຽນ ຫລື ມານອນ
ມາລີ: ມາຮຽນນອນ
ໂທນີເອົາປິກຄັອກຫົວມາລີ 1 ເທື່ອ
ມາລີ: ໂອ້ຍ! ວຽກບ້ານແກ້ແລ້ວລ່ະ
ໂທນີ: ແລ້ວໆ
ມາລີ: ຂໍກ່າຍແນ່!
ໂທນີ້ແນມເບິ່ງເພດານດ້ວຍໜ້າເຊັງໆ: ຟ້າວກ່າຍ! ກ່າຍແລ້ວກໍ່ຟ້າວເມືອ! ຢາກນອນ
ມາລີດີໃຈ: Thank
ໂທນີຍ່າງມາສົ່ງມາລີທີ່ໜ້າປະຕູຮົ້ວ
ມາລີ: ໂທນີເຂົາມີເລື່ອງຢາກຂໍຮ້ອງເພິ່ນເລື່ອງໜຶ່ງ
ໂທນີ: ວ່າມາ
ມາລີ: ຊ່ວຍສອນໜັງສືໃຫ້ເຂົາແນ່
ໂທນີຈົກຖົງໂສ້ງກຽມຈະຍ່າງກັບເຮືອນແຕ່ຖືກມາລີດຶງໄວ້
ມາລີອອດອ້ອນ: ນ່ະ!ນ່ະ ນ່ະນ່ະນ່ະນ່ະນ່ະ! ເຂົາເປັນນັກຮຽນເກັ່ງ! ນ່ະນ່ະນ່ະ! ຊ່ວຍເຂົາແນ່! ຖືວ່າຊ່ວຍລູກນົກຕາດຳໆ
ໂທນີຖອນຫາຍໃຈ: ມື້ລະ 1 ຊົ່ວໂມງຫຼັງກິນເຂົ້າແລງລະມາ
ມາລີດີໃຈກຽມທ່າໂດດກອດແຕ່ໂທນີກັນທ່າໄວ້ ກ່ອນຍ່າງກັບເມືອເຮືອນດ້ວຍສີໜ້າຍິ້ມແຍ້ມ

ນັບຕັ້ງແຕ່ຄືນນັ້ນ ແລະ ທຸກໆຄືນມາລີຈະໄປຫາໂທນີຢູ່ເຮືອນເພື່ອຮຽນໜັງສືມື້ລະ 1 ຊົ່ວໂມງ ມາລີໄດ້ຮັບການຕິວໜັງສື ແລະ ໄດ້ຮຽນຮູ້ຫຼາຍສິ່ງຈາກໂທນີ ເຮັດໃຫ້ມາລີປ່ຽນແປງໄປໃນທາງທີ່ດີຂຶ້ນ ຈາກເມື່ອກ່ອນທີ່ມັກຫຼັບໃນຫ້ອງຮຽນເປັນປະຈຳກໍ່ບໍ່ເປັນແລ້ວ ທີ່ເຄີຍຫຼັກກິນຂອງກິນໃນຫ້ອງ ອ່ານກະຕູນໃນຫ້ອງກໍ່ເຊົາເຮັດ ແລະ ໝັ່ນຈົດບົດຮຽນອີກດ້ວຍ ຈົນເກສອນ ກັບມັງກອນຮູ້ສຶກແປກໃຈກັບຄວາມປ່ຽນແປງໃນຄັ້ງນີ້ ບໍ່ແມ່ນແຕ່ເພື່ອນຮັກສອງຄົນຂອງມາລີເທົ່ານັ້ນທີ່ແປກໃຈຍັງລວມທັງເພື່ອນໃນຫ້ອງ ກັບ ຄູ່ອາຈານກໍ່ແປກໃຈ ເພາະເວລາທີ່ມາລີອອກໄປແກ້ໂຈດໜ້າກະດານກໍ່ສາມາດເຮັດໄດ້ ເມື່ອຖາມຕອບຍາດຄະແນນໃນຫ້ອງມາລີກໍ່ສາມາດຕອບໄດ້ດີຂຶ້ນກວ່າເມື່ອກ່ອນ

ໂທນີເຫັນມາລີມີຄວາມຕັ້ງໃຈຮຽນ ເພື່ອໃຫ້ມາລີສົມຫວັງໂທນີຈິ່ງແອບຊ່ວຍແບບຫຼັບໆ, ອີກຄັ້ງກັບວິຊາເລກ ຄູເລກໄດ້ຂຽນໂຈດເລກຂຶ້ນກະດານແລະໃຫ້ເວລາ 5 ນາທີ ພ້ອມທັງບອກວ່າ 5 ຄົນທຳອິດທີ່ແກ້ເລກຂໍ້ນີ້ຖືກຄູຈະໃຫ້ຄະແນນເພີ່ມໄວ້ສະສົມບວກກັບເສັງທ້າຍເດືອນ ໂທນີນອກຈາກຈະຮຽນເກັ່ງແລ້ວຍັງມີທັກສະດີຄວາມຈຳດີ ໂທນີສາມາດຮຽນແບບໜັງສືຂອງມາລີໄດ້ຄ້າຍຄືທີ່ສຸດຍາກທີ່ຄົນທົ່ວໄປຈະຈັບຜິດໄດ້ ເລກຂໍ້ນັ້ນໂທນີຈິ່ງແກ້ໃສ່ເຈັ້ນແລ້ວຂຽນຊື່ມາລີໃສ່ໃນເຈ້ຍ ໃນຂະນະທີ່ຄົນໃນຫ້ອງກຳລັງຊົນລະມຸນຟ້າວພາກັນສົ່ງເຈ້ຍຄຳຕອບໃຫ້ຄູເລກ ໂທນີໄດ້ອາໃສຈັງຫວະນັ້ນຍ່າງໄປຫາມາລີ ແລ້ວຈັບເຈ້ຍມາລີຂຶ້ນມາເບິ່ງ ໂທນີຮູ້ວ່າມາລີແກ້ເລກຜິດຈິ່ງໄດ້ສັບປ່ຽນຢ່າງໄວຈົນມາລີເອງກໍ່ບໍ່ທັນສັງເກດ ເມື່ອໂທນີເຮັດການສັບປ່ຽນສຳເລັດກໍ່ຖືເຈ້ຍຄຳຕອບຂອງມາລີຍ່າງກັບມານັ່ງທີ່ໂຕະ ສ່ວນເຈ້ຍທີ່ມາລີເອົາໄປໃຫ້ຄູ່ນັ້ນຄວາມຈິງແລ້ວມັນເປັນເຈ້ຍຂອງໂທນີ ຫຼັງຈາກຄູເລກໄດ້ເຮັດການກວດຄຳຕອບ ແລະ ສົ່ງເຈ້ຍຄືນມາເຫັນເຈ້ຍຄຳຕອບຂອງຕົນເອງມີຄະແນນບວກເພີ່ມຈິ່ງດີໃຈຫຼົງຄິດວ່າຕົວເອງເຮັດໄດ້ ໂທນີນັ່ງເບິ່ງມາລີຈາກໂຕະຫຼັງເຫັນມາລີດີໃຈເຂົາກໍ່ເຜີຍິ້ມອອກມາດ້ວຍສີໜ້າທີ່ເຕັມໄປດ້ວຍຄວາມສຸກ

ການສອບເສັງປະຈຳເດືອນນີ້ ມາລີມີຄວາມໝັ້ນໃຈໃນການຕອບຄຳຖາມຂຶ້ນ ຈາກເມື່ອກ່ອນທີ່ກ່າຍເຈ້ຍນ້ອຍ 100% ຕອນນີ້ເຖິງແມ່ນວ່າຈະມີກ່າຍແນ່ບາງຂໍ້ ແຕ່ກໍ່ຖືວ່າຖ້າທຽບໃສ່ເມື່ອກ່ອນແມ່ນເຫຼືອພຽງ 20% ເທົ່ານັ້ນ
ຫຼັງຈາກເສັງປະຈຳເດືອນແລ້ວ ຜົນຄະແນນອອກມາກໍ່ດີເກີນຄາດທີ່ສຸດຖືວ່າສ້າງປະຫວັດສາດໜ້າໃໝ່ໃນເດືອນນີ້ມາລີມີຄວາມພູມໃຈນຳສະເໜີປື້ມຕິດຕາມການຮຽນໃຫ້ພໍ່ແມ່ເຊັນ ຕອນທຳອິດທີ່ມາລີເອົາປື້ມຕິດຕາມໄປຍື່ນໃຫ້ພໍ່ແມ່ຂອງມາລີເຖິງກັບຖອນຫາຍໃຈເພາະພວກເພິ່ນທັງສອງຄິດວ່າກໍ່ຄົງຄືເກົ່າຄະແນນລູກບໍ່ 4 ກໍ່ 5 ສູງສຸດ 6 ແຕ່ພໍ່ຫວັນກັບແມ່ມະລິກໍ່ແນມເບິ່ງໜ້າລູກດ້ວຍສີໜ້າແປກໆ ເພາະເດືອນນີ້ລູກມາຍື່ນປື້ມຕິດຕາມພ້ອມຍິ້ມກ້ວາງເກືອບຮອດຫູ ເມື່ອທັງສອງເປີດປື້ມຕິດຕາມເບິ່ງເທົ່ານັ້ນ ເຖິງກັບບໍ່ເຊື່ອຕາຕົວເອງເຖິງກັບມີສຽງໂຫແຊວລັ່ນເຮືອນ ເພາະຄວາມດີໃຈ ສຽງດີໃຈດັງໄປຈົນຮອດເຮືອນໂທນີ, ໂທນີກັບພໍ່ແມ່ຈົນສ່ອງເບິ່ງທາງປ່ອງຢຽມ
ແມ່ເມສາ: ພໍ່! ເຮືອນນັ້ນດີໃຈຫຍັງກັນ
ພໍ່ຈອນນີ: ຈັກ! ສົງໃສສ່ຽວຫວັນຖືກເລກງວດນີ້ຕີ້
ແມ່ເມສາ: ຢ້າຍຢູ່ເດີ້! ສຽງໂຫຮ້ອງຂະໜາດນິ! ຕື່ນເຕັ້ນນຳເດ້ເນາະສ່ຽວສິຖືກຫຼາຍປານໃດ! ໄປຖາມເບິ່ງເບາະ
ໂທນີ: ເດິກແລ້ວແມ່ນ! ຖ້າຢາກຮູ້ເລື່ອງຫຍັງມື້ອື່ນຈິ່ງໄປຖາມກໍ່ໄດ້ດອກເຮືອນຂັ້ນຮົ້ວກັນຊື່ື້
ພໍ່ຈອນນີ: ລູກເວົ້າມີເຫດຜົນ ອີກຢ່າງຖ້າເຮົາໄປຕອນນີ້ດຽວເຂົາສິວ່າເຮົາສອດຮູ້ສອດເຫັນ
ແມ່ໂທນີເລີຍຕ້ອງຂົ່ມຄວາມຢາກຮູ້ເອົາໄວ້ຖາມແມ່ມາລີໃນມື້ອື່ນເຊົ້າ

ທີ່ເຮືອນຂອງມາລີ
ພໍ່ຫວັນ: ປ໊າດດດ! ລູກສາວພໍ່ມາເດີ້ຂວັນເອີ້ຍ! ຕັ້ງແຕ່ເຈົ້າຮຽນມາເກືອບທີໂຫຼຍມາຕະຫຼອດພໍ່ແມ່ຈົນໝົດຫວັງກັບເລື່ອງຮຽນຂອງເຈົ້າແລ້ວ ແຕ່ມາເດືອນນີ້ລູກສາວຂ້ອຍເຮັດໄດ້
ແມ່ມະລິ: ແບບນີ້ຕ້ອງສະຫຼອງພໍ່ມັນ
ມາລີ: ບໍ່ຕ້ອງເຮັດເວີ້ປານນັ້ນ! ທີ່ລູກໄດ້ຄະແນນດີຂຶ້ນກໍ່ຍ້ອນໂທນີຊ່ວຍສອນເພີ່ມໃຫ້ລູກທຸກຄືນ
ແມ່ມະລິ: ຊັ້ນເພື່ອເປັນການຕອບແທນນ້ຳໃຈໂທນີ ແມ່ຈະເຮັດອາຫານແລ້ວເຊີນຄົນເຮືອນນັ້ນມາກິນເຂົ້າສາມັກຄີດີບໍ່ພໍ່ມັນ! ດີບໍ່ລູກ
ພໍ່ຫວັນ: ຕາມສະບາຍເລີຍ

ໃນທີ່ສຸດວັນທີມາລີກໍ່ມາຮອດມາລີໄດ້ຍືນຄຽງຂ້າງໂທນີຂຶ້ນຮັບລາງວັນຕົວແທນຫ້ອງ 6/3 ໃນນາມນັກຮຽນດີເດັ່ນທີມີຜົນຄະແນນ 7 ທຸກວິຊາຂຶ້ນໄປ ຫຼັງຈາກຮັບລາງວັນກໍ່ແຈກຍາຍກັບເຂົ້າແຖວ ເກສອນກັບມັງກອນກໍ່ສະແດງຄວາມຍິນດີກັບມາລີ ຕອນນັ້ນມາລີກອດຂອງຂວັນໄວ້ແໜ້ນດ້ວຍຄວາມພາກພູມໃຈ ມາລີໄດ້ແນກັບໄປເບິ່ງໂທນີທີ່ຢືນຢູ່ດ້ານຫຼັງສຸດດ້ວຍຮອຍຍິ້ມ ແລ້ວໂທນີກໍ່ເຮັດສັນຍາລັກມືຍົກໂປ້ໃຫ້ສະແດງເຖິງຄຳຊົມເຊີຍ (ສຸດຍອດ)

1 COMMENT

  1. ຫາກະອ່ານມ່ວນຫຼາຍເປັນກຳລັງໃຈໃຫ້ນັກຂຽນເດີສູ້ໆ

Comments are closed.