spot_img
Homeຂ່າວທ້ອງຖິ່ນສະຫຼຸບຈຳນວນຄັ້ງທີ່ເກີດອັກຄີໄພໃນຊ່ວງປີ 2017

ສະຫຼຸບຈຳນວນຄັ້ງທີ່ເກີດອັກຄີໄພໃນຊ່ວງປີ 2017

Published on

ເຈົ້າໜ້າທີ່​ພະ​ແນ​ກຕຳຫລວດ​ສະກັດ​ກັ້ນ ​ແລະ ມອດ​ໄຟນະຄອນຫລວງ​ວຽງຈັນ​ໃຫ້ຮູ້​ວ່າ: ​ໃນ​ປີ 2017 ຢູ່ນະຄອນຫລວງ​ວຽງຈັນມີ​ອັກຄີ​ໄພ​ເກີດ​ຂຶ້ນຫລາຍ​ກວ່າ 50 ຄັ້ງ, ສົ່ງ​ຜົນ​ໃຫ້ມີ​ຜູ້​ເສຍ​ຊີວິດ​ຊີວິດ 1 ຄົນ ​ແລະ ມີ​ຜົນ​ເສຍ​ຫາຍ​ຄື: ເຮືອນ​ປະຊາຊົນ 13 ຫລັງ, ຕະຫລາດ 2 ​ແຫ່ງ ​ແລະ ອື່ນໆ ລວມມູນ​ຄ່າ​ຫລາຍ​ສິບ​ຕື້ກີບ, ​ໂດຍສາ​ເຫດ​ສ່ວນ​ໃຫຍ່​​ແມ່ນຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ, ​ໄຕ້​ທູບ​ທຽນບູຊາ ​ແລະ ການຈູດ​ປ່າ​ຊະຊາຍ, ​ໂດຍ​ໃນ​ມື້ນີ້​​ໄດ້​ລວມ​ເອົາແຕ່​ເຫດການ​ອັກຄີ​ໄພ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2017 ມາ​ນຳ​ສະ​ເໜີຄື:

ອັນ​ດັບ 5 ​ແມ່ນ​ເຫດການ​ໄຟ​ໄໝ້ລົດ​ເມຂອງ​ຄົນຫວຽດນາມຢູ່​ເຂດ​ບ້ານ​ໄຜ່​ລ້ອມ​ເມືອງ​ໄຊ​ທານີ​ໃນ​ວັນ​ທີ 28 ພຶດສະພາ, ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ 1 ຄົນ ​ແລະ ອີກ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ຍ້ອນ​ລົດ​ຄັນ​ດັ່ງກ່າວ​​ບັນທຸກ​ໝາກກະ​ໂພ​ກອັນ​ເປັນ​ວັດຖຸ​ໄວ​ໄຟ,

ອັນ​ດັບ​ທີ 4 ແມ່ນເຫດ​ການໄຟ​ໄໝ້​ເຮື​ອນປະຊາຊົນຢູ່​ເຂດ​ບ້ານຂຸນ​ຕາ​ທ່າ ​ເມືອງສີ​ໂຄດ​ຕະບອງນະຄອນຫລວງ​ວຽງຈັນ​ໃນ​ວັນ​ທີ 15 ພະຈິກ, ​​​ເປັນເຮືອນ​ກໍ່ສອງ​ຊັ້ນ​ມີ 5 ຫ້ອງ​ໄດ້​ຮັບ​ຄວາມ​ເສຍ​ຫາຍໝົດກ້ຽງ ​​ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ,

ອັນ​ດັບ3 ​​ແມ່ນ​​ເຫດ​ໄຟ​ໄໝ້ສາງ​ເກັບ​ເຄື່ອງ​ອາ​ໄຫລ່​ລົດຂອງ​ບໍລິສັດ ມິດ​ວຽງຈຳກັດ, ຕັ້ງ​ຢູ່​ບ້ານສະພັງ​ເມີ​ກ​ເມືອງ​ໄຊ​ທານີນະຄອນຫລວງ​ວຽງຈັນ​​ໃນ​ວັນ​ທີ 24 ພະຈິກ, ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເປັນ​ຈຳນວນ​ຫລາຍ ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ,

ອັນ​ດັບ 2 ​​ແມ່ນ​ໄຟ​​ໄໝ້ຕະຫລາດ​ວິທະຍາ​ເຂດ​ດົງ​ໂດກ, ​ສົ່ງ​ຜົນ​ໃຫ້​ອາຄານ​ຕະຫລາດ 4 ​ໂຄງ, ຮ້ານ​ຂາຍ​ເຄື່ອງ 185 ຫ້ອງ ​ແລະ ​ໂຕະ​ວາງ​ຂາຍ​ເຄື່ອງ 15 ​ໂຕະ ຖືກ​ໄຟ​ເຜົາ​ຜານ​ເມື່ອ​ວັນ​ທີ 6 ພຶດສະພາ, ​ໂດຍສາ​ເຫດ​ແມ່ນ​ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ ​ແລະ

ອັນ​ດັບ​ທີ 1 ​ແມ່ນເຫດໄຟ​ໄໝ້ສູນ​ການ​ຄ້າ​ສາກົນ​ຕະຫລາດ​ຊັ່ງ​ຈຽງ​ໃນ​ວັນ​ທີ 14 ກໍລະກົດຜ່ານ​ມາ, ສົ່ງ​ຜົນ​ໃຫ້ຫ້ອງ​ຂາຍ​ເຄື່ອງຈຳນວນ 269 ຫ້ອງໄດ້​ຮັບ​ຄວາມ​ເສຍ​ຫາຍ, ​ໂດຍ​ສ່ວນ​ໃຫຍ່​ແມ່ນ​ປະ​ເພດ​ເສື້ອຜ້າ, ​ເຄື່ອງ​ໄຟຟ້າ ​ແລະ ອື່ນໆ ກໍ​ເນື່ອງ​ມາຈາກ​ໄຟຟ້າ​ລັດ​ວົງ​ຈອນເຊັ່ນດຽວກັນ.

ເຈົ້າໜ້າທີ່​ ໃຫ້​ຮູ້​ວ່າ: ​ເພື່ອ​ຮັບປະກັນ​ໃຫ້ວຽກງານ​ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ, ພ້ອມ​ທັງ​ຮັບປະກັນ​ຄວາມ​ສະຫງົບ​ໃນ​ປີ​ທ່ອງ​ທ່ຽວລາວ​ນັ້ນ, ຈຶ່ງ​ໄດ້​ສຸມ​ໃສ່​ຂະຫຍາຍ​ສະຖານີ​ມອດ​ໄຟ​ລົງແຕ່ລະ​ເມືອງ​ຢ່າງ​ທົ່ວ​ເຖິງ, ​ພ້ອມ​ໄດ້​ເອົາ​ໃຈ​ໃສ່ລົງ​ກວດກາ​ໂຄສະນາ​ຢູ່​ບັນດາສຳນັກງານ, ​ອົງການ, ຫົວໜ່ວຍທຸລະ​ກິດ​ໂຮງງານ ​ແລະ ຕະຫລອດ​ຮອດ​​ເຮືອນ​ຊານ​ປະຊາຊົນ​ຢູ່​ຕາມ​ບ້ານ​ຕ່າງໆ ​ເພື່ອ​ແນະນຳ​ໃຫ້​ເຂົາ​ເຈົ້າ​ເອົາ​ໃຈ​ໃສ່​ວຽກງານ​ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ, ​ໂດຍ​ສະ​ເພາະ​ການ​ນຳ​ໃຊ້​ບັ້ງ​ອົກ​ຊີ​ໃນ​ການ​ມອດ​ໄຟ​ສຸກ​ເສີນ, ການ​ປັບປຸງ​ປ່ຽນຖ່າຍ​ລະບົບ​ໄຟຟ້າຖ້າ​ເຫັນ​ບໍ່ຮັບປະກັນ, ​ພ້ອມນີ້​ກໍ​ໃຫ້​ເພີ່ມ​ທະວີ​ການ​ກວດກາ​ເວນຍາມ​ໃຫ້​ເຂັ້ມ​ງວດ.

 

ແຫລ່ງຂ່າວ : ໜັງສືພິມລາວພັດທະນາ,

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...