Homeຂ່າວພາຍ​ໃນປີ 2017 ຜ່ານມາ ລັດຖະບານສັ່ງຍຸບໂຮງງານປຸງແຕ່ງໄມ້ບໍ່ຖືກກົດໝາຍ 140 ແຫ່ງ.

ປີ 2017 ຜ່ານມາ ລັດຖະບານສັ່ງຍຸບໂຮງງານປຸງແຕ່ງໄມ້ບໍ່ຖືກກົດໝາຍ 140 ແຫ່ງ.

Published on

ໃນ​ປີ 2017 ຜ່ານ​ມາ, ລັດຖະບານ​ໄດ້​ເອົາ​ໃຈ​ໃສ່​ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ ​ແລະ ການ​ບໍລິການ​ໃຫ້​ມີ​ຄວາມ​ຫລາກ​ຫລາຍ ​ເພື່ອຫລຸດຜ່ອນ​ການ​ເອື່ອຍ​ອີງ​ໃສ່​ຊັບພະຍາກອນ​ທຳ​ມະ​ຊາດ. ​ໃນ​ຂະນະ​ດຽວກັນ, ກໍ​ໄດ້​ມີ​ການ​ປັບປຸງ ​ແລະ ດັດສົມ​ໂຮງງານ​ປູ​ງ​ແຕ່ງ​ໄມ້ທົ່ວ​ປະ​ເທດທີ່​ດຳ​ເນີນ​ກິດຈະການກ່ອນ​ຄຳ​ສັ່ງ​ເລກທີ 15/ນຍ ​ເຊິ່ງມີ​ 1.595 ​ແຫ່ງ. ​ໃນ​ນັ້ນ, ມີ​ໂຮງງານ​ທີ່​ບໍ່​ໄດ້​ມາດຕະຖານ ​ແລະ ​ເຄື່ອນ​ໄຫວ​ຜິດ​ກົດໝາຍຖືກ​ສັ່ງ​ຍຸບຈຳນວນ 140 ​ແຫ່ງ ຄື: ​ໄຊ​ຍະ​ບູລີ ຍົກ​ເລີກ 83 ​ແຫ່ງ, ນະຄອນຫລວງ 8 ​ແຫ່ງ, ບໍລິ​ຄຳ​ໄຊ 13 ​ແຫ່ງ, ສະຫວັນ​ນະ​ເຂດ 13 ​ແຫ່ງ, ສາລະ​ວັນ 4 ​ແຫ່ງ ​ແລະ ແຂວງ​ເຊ​ກອງ 19 ​ແຫ່ງ. ອີງ​ຕາມ​ແຜນ​ພັດທະນາ​ເສດຖະ ກິດ-​ສັງຄົມຂອງ​ລັດຖະບານ 2017.

ການຈັດ​ຕັ້ງ​ຜັນ​ຂະຫຍາຍຄຳ​ສັ່ງ​ເລກທີ 15/ນຍ ​ປີຜ່ານມາ ​ແມ່ນ​ເປັນ​ຂະ​ບວນການ​ກວ້າງຂວາງ ​ແລະ ມີ​ຜົນສຳ​ເລັດ​ສູງຢູ່​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ເຊິ່ງສາມາດ​ປັບປຸງ​ແກ້​ໄຂ​ ​ແລະ ສະກັດ​ກັ້ນບັນຫາການ​ລັກລອບ​ການ​ຂຸດຄົ້ນ​ໄມ້ ​ແລະ ສົ່ງ​ອອກ​ໄມ້​​ແບບ​ບໍ່ຖືກ ຕ້ອງ​ຕາມ​ກົດໝາຍ ຫລຸດໜ້ອຍຖອຍ​ລົງຢ່າງ​ຊັດ​ເຈນ, ທັງ​ຫລຸດຜ່ອນ​ການ​ທຳລາຍ​ປ່າ​ໄມ້​ແບບ​ຊະຊາຍ, ​ເຊິ່ງ​ເປັນ​ການປະກອບສ່ວນ​ເຮັດ​ໃຫ້ການ​ປົກ​ຫຸ້ມ​ປ່າ​ໄມ້​ຂອງ ສປປ ລາວ ບັນລຸ​ຕາມ​ແຜນການ 70%​ ໃນ​ປີ 2020. ຢ່າງ​ໃດ​ກໍ​ຕາມການປະຕິບັດ​ນະ​ໂຍບາຍດັ່ງກ່າວ, ​ໄດ້​ສົ່ງ​ຜົນ​ຈຳນວນໜຶ່ງຕໍ່ການ​ປະຕິບັດ​ລາຍ​ຮັບບໍ່​ໄດ້​ຕາມ​ຄາດໝາຍຢູ່​ບາງແຂວງ​ໃນ​ທົ່ວ​ປະ​ເທດ, ​ແຕ່​ວ່າ​ພາກ​ລັດ​ ກໍ​ໄດ້​ມີ​ນະ​ໂຍບາຍ​ສົ່ງ​ເສີມຜະລິດ​ເປັນ​ສິນຄ້າ, ການ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ທ່າ​ແຮງທີ່​ມີ​ຢູ່​ໃນ​ແຕ່ລະ​ແຂວງ​ໃຫ້​ມີ​ຄວາມ​ເໝາະສົມ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...