Homeຂ່າວຕ່າງປະເທດຜູ້ນຳເກົາຫຼີເໜືອສົ່ງສານປີໃໝ່ໃຫ້ອາເມລິກາ ງານນີ້ມີໜາວ

ຜູ້ນຳເກົາຫຼີເໜືອສົ່ງສານປີໃໝ່ໃຫ້ອາເມລິກາ ງານນີ້ມີໜາວ

Published on

ເອພີລາຍງານເມື່ອວັນທີ 1 ມັງກອນ 2018 ວ່າ ທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ຖະແຫຼງປະຈຳປີເນື່ອງໃນໂອກາດວັນຂຶ້ນປີໃໝ່ວ່າຈະເລັ່ງພັດທະນາໂຄງການຂີປະນາວຸດ ແລະ ນິວເຄຣຍ ຮວມເຖິງເດີນໜ້າຜະລິດອາວຸດທີ່ມີອະນຸພາບຮ້າຍແຮງເຫຼົານີ້ໃນຈຳນວນຫຼາຍ ເພື່ອໃຫ້ເກົາຫຼີເໜືອເປັນລັດນິວເຄຣຍທີ່ສົມບູນແບບຕາມເປົ້າໝາຍທີ່ຕັ້ງໄວ້ເມື່ອປີທີ່ຜ່ານມາ ດັ່ງນັ້ນຂໍໃຫ້ສະຫະລັດຈົ່ງຮູ້ໄວ້ວ່ານີ້ບໍ່ແມ່ນເປັນພຽງເລື່ອງຂູ່ ແຕ່ມັນຄືເລື່ອງແທ້

“ສະຫະລັດຮູ້ຄວນຮູ້ໄວ້ວ່າ ປຸ່ມສັ່ງການປ່ອຍນິວເຄຣຍຢູ່ທີ່ໂຕະເຮັດວຽກຂອງຂ້ອຍຕະຫຼອດເວລາ ແລະ ຕ້ອງເຂົ້າໃຈວ່າສິ່ງທີ່ຂ້ອຍກຳລັງເຮັດບໍ່ແມ່ນການແກ້ແຄ້ນ ແຕ່ຄືຄວາມຈິງທີ່ເກີດຂຶ້ນ ສະຫະລັດຢ່າໄດ້ຄິດກໍ່ສົງຄາມກັບຂ້ອຍ ແລະ ປະເທດຂອງເຮົາ”  ທ່ານ ຄິມກ່າວ

“ເຮົາຕ້ອງຜະລິດຫົວຮົບນິວເຄຣຍ ແລະ ຂີປະນາວຸດຂ້າມຊາດຈຳນວນຫຼາຍ ຮວມເຖິງເລັ່ງປະຈຳການອາວຸດເຫຼົ່ານີ້ ເກົາຫຼີເໜືອສາມາດຮັບມືກັບການຂົ່ມຂູ່ທາງນິວເຄຣຍຈາກສະຫະລັດ ເພາະເຮົາມີນິວເຄຣຍທີ່ຮ້າຍແຮງຫຼາຍພໍທີ່ຈະຢັບຢັ້ງສະຫະລັດຈາກການຫຼິ້ນກັບໄຟ”

ທ່ານ ຄິມ ຍັງກ່າວເຖິງການປັບຄວາມສຳພັນກັບເກົາຫຼີໃຕ້ ໂດຍເອີ່ຍເຖິງການທີ່ເກົາຫຼີໃຕ້ເປັນເຈົ້າພາບຈັດມະຫະກຳກີລາໂອລິມປິກລະດູໜາວ ທີ່ເມືອງ ພະຍອງຊັງວ່າເປັນໂອກາດທີ່ດີທີ່ຈະສະແດງໃຫ້ເຫັນສະຖານະຊາດຂອງເກົາຫຼີ  “ແລະ ເຮົາຂໍສົ່ງຄວາມປາຖະໜາດີຢ່າງຈິງໃຈວ່າ ງານດັ່ງກ່າວນີ້ຈະຈັດອອກມາດ້ວຍຜົນງານອັນດີ”

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...