spot_img
Homeວັນນະກຳເລື່ອງສັ້ນຮັກໃສໃສ...ຫົວໃຈມັດທະຍົມ ຕອນທີ 2

ຮັກໃສໃສ…ຫົວໃຈມັດທະຍົມ ຕອນທີ 2

Published on

ຕອນທີ 2 ຫວໍ ສີ໋ ຮວນ ຫນີ່

ຕອນຫົວຄ່ຳວັນເສົາໂທນີໄດ້ອອກໄປຮ້ານເກມ ແລະ ກໍ່ໄດ້ພົບກັບ ສອນໄຊ ເພື່ອນຮ່ວມຫ້ອງທີ່ກຳລັງຈິງຈັງກັບການຫຼິ້ນເກມ Point Blank ໂທນີໄດ້ໄປນັ່ງລົງຂ້າງໆສອນໄຊ ໃນຂະນະນັ້ນສອນໄຊຖືກຍິງຕາຍ (ໃນເກມ) ເລີຍອຸທານອອກໄປວ່າ “ແມ໊ງເອີ້ຍ” ແລ້ວສອນໄຊກໍ່ພົບວ່າຊາຍທີ່ນັ່ງຂ້າງໆລາວນັ້ນ ແມ່ນໂທນີມາດນິ້ງນັ້ນເອງ ສອນໄຊຊວນໂທນີລວມທີມຫຼິ້ນເກມນັ້ນກັນແບບບໍ່ຈິງຈັງ ແລະ ໂທນີກໍ່ຕອບຕົກລົງລວມທີມ ເຊິ່ງມັນເຮັດໃຫ້ສອນໄຊເຖິງກັບຄ້າງ ເພາະບໍ່ນຶກວ່າການຊວນຫຼິ້ນໆຂອງລາວໂທນີຈະຮັບປາກຫຼິ້ນນຳແທ້ ທັງສອງໄດ້ຮ່ວມກັນຕໍ່ສູ້ໃນເກມຈົນຜ່ານໄປຫຼາຍດ່ານ ຜ່ານໄປ 2 ຊົ່ວໂມງ ດວງຕາເວັນກຳລັງຈະລັບຂອບຟ້າຄວາມມືດກໍ່ຄືບຄານເຂົ້າມາ ຫຼັງຈາກຫຼິ້ນເກມຈົບກ່ອນຈະແຍກຍ້າຍກັນກັບເຮືອນ
ສອນໄຊ: ສີມືບໍ່ທຳມະດາໃດ໋ເຈົ້ານິ
ໂທນີ: ຍ້ອງເກີນໄປ ເຈົ້າກໍ່ຄືກັນ
ສອນໄຊ: ມື້ນີ້ເຮົາຫຼິ້ນເກມນຳກັນແລ້ວ ຕໍ່ໄປເຮົາກໍ່ເປັນໝູ່ກັນລະເດີ້! ມື້ໜ້າເຮົາມາຫຼິ້ນນຳກັນອີກ ໂອເຄບໍ່
ໂທນີ: ໂອເຄ

ທີ່ໂຮງຮຽນຫ້ອງ 5/1 ຈະມີການເລືອກຕັ້ງຄະນະຫ້ອງ ສາວໆໃນຫ້ອງລົງຄວາມເຫັນເລືອກໂທນີເປັນຄະນະຫ້ອງ ແຕ່ໂທນີກໍ່ປະຕິເສດ ເຊິ່ງມັນເຮັດໃຫ້ສອນໄຊຮູ້ສຶກເສຍດາຍ ດັ່ງນັ້ນ ທີ່ຮ້ານອາຫານຂອງໂຮງຮຽນໃນລະຫວ່າງທີ່ພວກເຂົານັ່ງດື່ມນ້ຳ ສອນໄຊ ຈິ່ງໄດ້ເອີ່ຍຖາມໂທນີດ້ວຍຄວາມສົງໃສ
ສອນໄຊ: ໂທນີ! ເປັນຫຍັງເພິ່ນຈິ່ງບໍ່ຍອມຮັບຕຳແໜ່ງຄະນະຫ້ອງ
ໂທນີ: ເປັນຕຳແໜ່ງທີ່ໜ້າເບື່ອ
ສອນໄຊ: ເຮີ້ຍ! ຕຳແໜ່ງນີ້ບໍ່ແມ່ນວ່າໃຜຢາກເປັນກໍ່ຈະໄດ້ເປັນໃດ໋ ຖ້າບໍ່ໄດ້ຮັບການຍອມຮັບຈາກຄົນໃນຫ້ອງ
ໂທນີ: ເປັນຄະນະຫ້ອງ ຕ້ອງຮັບຜິດຊອບຫຼາຍຢ່າງ ເຊິ່ງເຮົາບໍ່ມັກ
ສອນໄຊ: ມັນກໍ່ແມ່ນຄວາມໂຕ

ໃນຂະນະທີ່ໂທນີ ແລະ ສອນໄຊກຳລັງນັ່ງດື່ມນ້ຳ, ຂະໜົມລົມກັນຢູ່ນັ້ນ ກໍ່ມີສຽງຫົວດັງຂຶ້ນຈາກດ້ານຫຼັງໄກໆ ໂທນີໄດ້ຫັນໄປເບິ່ງ ກໍ່ເຫັນມາລີກຳລັງຍາດກິນຂະໜົມກັບເກສອນ ແລະ ຍັງມີຜູ້ຊາຍອີກຄົນ (ມັງກອນ) ທີ່ກຳລັງຊູຊີໃຫ້ມາລີກິນຂະໜົມຂອງຕົນເອງໃຫ້ໄດ້ ໂທນີເຫັນພາບແລ້ວເຖິງກັບຖອນຫາຍໃຈກ່ອນຈະລຸກຍ່າງອອກຈາກຮ້ານໄປພ້ອມກັບສອນໄຊ ໂດຍທີ່ມາລີຍັງມົວແຕ່ຍາດກິນຂະໜົມກັບເກສອນແບບເດັກນ້ອຍຫຼິ້ນກັນຢູ່

ໃນເວລາຮຽນດ້ວຍຄວາມທີມາລີຢາກເຫັນໜ້າໂທນີ ມາລີຈິ່ງໄດ້ຫາເລື່ອງຄອບຄູອອກໄປຫ້ອງນ້ຳເປັນປະຈຳ ພໍດີທາງໄປຫ້ອງນ້ຳຕ້ອງຜ່ານຫ້ອງ 5/1 ເຊິ່ງມັນເປັນໂອກາດດີທີ່ມາລີຈະໄດ້ຍ່າງຜ່ານ ແລະ ແອບເບິ່ງໂທນີທັງຂາໄປ-ຂາກັບ

ພາກບ່າຍມື້ນີ້ຫ້ອງ 5/1 ມີວິຊາພາລະສຶກສາ ນັກຮຽນຕ່າງນຸ່ງຊຸດກິລາມາລົງເດີ່ນ ໂທນີໃນຊຸດກິລາຫລໍ່ບາດໃຈສາວ ດ້ວຍຄວາມສູງ 183 ຊມ, ຫຸ່ນນາຍແບບ ໜ້າຕີ໋ເກົາຫຼີຜິວຂາວນ້ຳນົມ ແຖມຍັງມີກິ່ນກາຍທີ່ຫອມຫວນຊວນຫຼົງໄຫຼເຮັດໃຫ້ສາວໆທັງໃນຫ້ອງນອກຫ້ອງກີ໊ດກ໊າດແທບບໍ່ເປັນອັນຮຽນ ແນ່ນອນວ່າມາລີຜູ້ທີ່ເປັນເອັບຊີຕົວແມ່ຂອງໂທນີກໍ່ບໍ່ພາດທີ່ຈະສົ່ງສາຍຕາຈອບເບິ່ງໂທນີຜ່ານປ່ອງຢຽມຂອງຫ້ອງດ້ວຍໃຈຈົດຈໍ່

ຫ້ອງ 5/6 ຮຽນເລກ ມາລີວັນນີ້ຖືກລົງໂທດເພາະມົວແຕ່ເບິ່ງໂທນີຈົນບໍ່ຕັ້ງໃຈຟັງຄູອະທິບາຍ ແລະ ຍັງແກ້ໂຈດເລກບໍ່ໄດ້ ຄູຈິ່ງໃຫ້ມາລີອອກມາຢືນຂາດຽວນອກຫ້ອງ ແຕ່ນັ້ນກໍ່ບໍ່ໄດ້ສ້າງຄວາມທຸກໃຈໃຫ້ມາລີເລີຍຈັກໜ້ອຍ ຊ້ຳບໍ່ໜຳມາລີຍັງຍິນດີກັບການຖືກລົງໂທດໃນຄັ້ງນີ້ ມັງກອນຄິດຢ້ານວ່າມາລີຈະຮູ້ສຶກອາຍກັບການທີ່ຕ້ອງຖືກລົງໂທດຄົນດຽວລາວຈິ່ງຫາເລື່ອງອາສາອອກໄປແກ້ເລກ ແລະ ກໍ່ແກ້ໂຈດເລກບໍ່ໄດ້ ຄູກໍ່ເລີຍລົງໂທດມັງກອນໂດຍການໃຫ້ມາຢືນໜ້າຫ້ອງຄູ່ກັບມາລີ
ມັງກອນກ່າວດ້ວຍຮອຍຍິ້ມ: ມີຄົນມາຢືນເປັນເພື່ອນແລ້ວສະບາຍໃຈຂຶ້ນບໍ່
ມາລີຖອຍຫາຍໃນແລ້ວຕອບກັບໄປສັ້ນໆ: ອື
ມັງກອນເບິ່ງມາລີ ມາລີເບິ່ງໂທນີ ສ່ວນໂທນີກໍ່ຕັ້ງໃຈແອບຊ້ອມກິລາກັບເພື່ອນໆໃນຫ້ອງຢ່າງມີຄວາມສະນຸກສະໜານ

ຄະແນນເສັງປະຈຳເດືອນອອກມາແລ້ວທີ່ຫ້ອງ 5/1 ເດືອນນີ້ໂທນີໄດ້ເປັນທີ 1 ຂອງຫ້ອງ ແລະ ມີຄະແນນທີ່ສູງທີ່ສຸດໃນຊັ້ນ ມ5 ສ່ວນມາລີຫ້ອງ 5/6 ເກືອບໄດ້ຄະແນນຕ່ຳທີ່ສຸດໃນຫ້ອງ ເຫຼືອພຽງ 5 ຄົນກໍ່ຈະເປັນທີ່ສຸດທ້າຍ ແລະ ເກືອບຈະໄດ້ຄະແນນທີ່ຕ່ຳທີ່ສຸດໃນໂຮງຮຽນ

ທີ່ເຮືອນໂທນີເອົາປື້ມຕິດຕາມໄປໃຫ້ພໍ່ແມ່ເຊັນຕ່າງກໍ່ໄດ້ຮັບຄຳຊົມເຊີຍຈາກພໍ່ແມ່ ຜິດຈາກທາງມາລີເມື່ອພໍ່ແມ່ເຫັນຜົນຄະແນນເຖິງຂັ້ນດົມຢາດົມທັນທີ ເພາະຄະແນນຕົກຕ່ຳເຖິງຂັ້ນສຸດ
ພໍ່ຫວັນ (ພໍ່ຂອງມາລີ): ພໍ່ກັບແມ່ປຶກສາກັນວ່າຈະໃຫ້ລູກຮຽນເພີ່ມ
ມາລີ: ຮຽນເພີ່ມ
ແມ່ມະລິ (ແມ່ມາລີ): ບໍ່ຕ້ອງສຽງສູງ! ລູກຕ້ອງຮຽນເພີ່ມທຸກວິຊາ
ມາລີ: ທຸກວິຊາ
ພໍ່ຫວັນ: ບໍ່ຕ້ອງເຮັດສຽງສູງ ຕາຊວດຕົກໃຈໄປດອກທີ່ລູກໄດ້ຍິນບໍ່ຜິດດອກ
ມາລີ: ແຕ່ວ່າ…
ແມ່ມະລິ: ບໍ່ມີແຕ່! ເອົາຕາມນັ້ນ

ທີ່ໂຮງຮຽນເລື່ອງທີ່ຕອນນີ້ຄະແນນຂອງໂທນີມີອັນດັບສູງສຸດຂອງຊັ້ນ ມ5 ໄດ້ແຜ່ລາມໄປທົ່ວ ສາວໆຕ່າງກໍ່ຍ້ອງຍໍ ແລະ ເພີ່ມທະວີຄວາມປື້ມປິຕິກັນເຂົ້າໄປອີກ ເລື່ອງນີ້ໄດ້ຜ່ານຫູຂອງມາລີແລ້ວເຮັດໃຫ້ຮູ້ສຶກຫງຸດງິດ ເພາະຕອນນີ້ສະຖານະການບໍ່ຄ່ອຍດີ ເນື່ອງຈາກມີກອງທັບຄູ່ແຂ່ງເຕັມຫ້ອງຮຽນ ບໍ່ວ່າຈະເປັນຍິງແທ້ຍິງທຽມເຕັມໄປໝົດ

ເຖິງແມ່ນວ່າບໍ່ຮອດວັນວາເລັນທາຍແຕ່ໂທນີກໍ່ໄດ້ຂອງຂວັນຂອງກິນຈາກສາວໆຕະຫຼອດ ແລະ ຄົນທີ່ໂຊກດີໄດ້ຮັບຊັບຕໍ່ກໍ່ຄືສອນໄຊ ເພາະຂອງເຫຼົ່ານັ້ນໂທນີບໍ່ເຄີຍເອົາກັບບ້ານທັງໝົດແມ່ນຍົກໃຫ້ສອນໄຊ

ໃນຊ່ວງວັນຄູທາງໂຮງຮຽນໄດ້ຈັດກິດຈະກຳກິລາ ແລະ ສີລະປະ ວັນນີ້ກໍ່ເປັນການແຂ່ງກີລາບາສລະຫວ່າງຫ້ອງ 5/6 ກັບ ຫ້ອງ 5/1 ພົບກັນໃນຮອບຊິງ ມາລີກັບເກສອນພ້ອມດ້ວຍກອງເຊຍກໍ່ມາຮັບຊົມທີ່ຂ້າງສະໜາມ ເຖິງຈະເປັນການພົບກັນຂອງຫ້ອງ5/6 ກັບ 5/1 ແຕ່ເບິ່ງກອງເຊຍສາວໆແລ້ວ ເຫັນໄດ້ຢ່າງຊັດເຈນວ່າຕ່າງກໍ່ເທໃຈເຊຍນັກກີລາບາສຫ້ອງ 5/1 ໂດຍສະເພາະພວກເຂົາຕ່າງຮ້ອງເຊຍໃຫ້ກຳລັງໃຈໂທນີດັງລັ່ນສະໜາມແຂ່ງບາສ ດ້ວຍເກມການຫຼິ້ນທີ່ເໜືອຊັ້ນກວ່າທີມ 5/1 ກໍ່ເປັນຝ່າຍຊະນະໄດ້ແຊັມປີນີ້ໄປ ເຮັດໃຫ້ມາລີດີໃຈຈົນອອກນອກໜ້າຈົນບໍ່ໄດ້ສົນໃຈທີ່ຈະໄປເບິ່ງມັງກອນທີ່ນັ່ງຫາຍໃຂເຫມື່ອຍທີ່ຂ້າງສະໜາມ

ທີ່ຫ້ອງນອນຂອງມາລີ, ມາລີນັ່ງຄ້ຳແກ້ມທີ່ໂຕະອ່ານໜັງສື ແລ້ວແນມໄປເບິ່ງທີ່ປ່ອງຢຽມຫ້ອງນອນຂອງໂທນີ ດ້ວຍຄວາມມັກທີ່ລຶກຊຶ້ງ ຈົນກາຍເປັນຄວາມຮັກທີ່ຢາກບອກແຕ່ຕິດໃຈໜຶ່ງກໍ່ບໍ່ກ້າບອກໄປຕົງໆແບບລັກສະນະເປີດເຜີຍຈົນເກີນໄປ ເພາະຫວັ່ນໄຫວຢ້ານໜ້າແຕກ ຢ້ານຄົນອື່ນຮູ້ ດັ່ງນັ້ນ ມາລີຈິ່ງໄດ້ປຶກສາກັບ ກູໂກ ຜູ້ຮູ້ທຸກຢ່າງໃນໂລກນີ້ ມາລີໄດ້ຄົ້ນຫາຄຳບອກຮັກຄຳສາລະພາບຮັກເປັນພາສາຕ່າງໆໃນອິນເຕີເນັດ ໂດຍທີພຶມພຳຢູ່ຄົນດຽວ
ມາລີ: I Like you (ຂ້ອຍມັກເຈົ້າ), I Love u (ຂ້ອຍຮັກເຈົ້າ), ຫວໍ ອ້າຍ ຫນີ່ (ຂ້ອຍຮັກເຈົ້າ), ຊະລ່າງເຮໂຢ (ຂ້ອຍຮັກເຈົ້າ) ບໍ່ໄດ້ບໍ່ໄດ້! ຄຳພວກນີ້ໃຜໆກໍ່ຮູ້ ມັນໂຈ່ງແຈ້ງເກີນໄປ! ຕ້ອງຫາຄຳໃໝ່
ແລະ ໃນທີສຸດມາລີກໍ່ເຫັນຄຳວ່າ “ຫວໍ ສີ໋ ຮວນ ຫນີ່” (ຂ້ອຍມັກເຈົ້າ) ມາລີຍິ້ມແບບມີໄນແອບແຝງ ແລະ ກໍ່ຕົກລົງເລືອກໃຊ້ຄຳນີ້ ເພາະຄິດວ່າຄົງບໍ່ມີໃຜຮູ້ຈັກຄຳນີ້ລວມທັງໂທນີກໍ່ຄົງຈະບໍ່ຮູ້ຄວາມໝາຍຂອງຄຳນີ້ຄືກັນ

ເຊົ້າວັນຕໍ່ມາທີ່ໂຮງຮຽນລະຫວ່າງໂທນີກຳລັງຈະຍ່າງເຂົ້າຫ້ອງ ມາລີກໍ່ຟ້າວຍ່າງກາຍແລ້ວເວົ້າຄຳວ່າ (ຫວໍ ສີ໋ ຮວນ ຫນີ່) ແລ້ວກໍ່ຟ້າວຍ່າງຈາກໂທນີໄປແບບເຂີນໆ ໂທນີເມື່ອໄດ້ຍິນຄຳນີ້ກໍ່ຢຸດຈຶກພ້ອມທັງເບິ່ງມາລີທີ່ກຳລັງຍ່າງຈາກໄປ

ນັບຈາກນັ້ນມາລີກໍ່ເລີ່ມເວົ້າຄຳນີ້ກັບໂທນີເລື່ອຍໆ ໃນທຸກຄັ້ງທີ່ພົບກັນ (ໂທນີ! ຫວໍ ສີ໋ ຮວນ ຫນີ່) ຈົນເຮັດໃຫ້ໂທນີຢາກລົບໜ້າມາລີໄປໃຫ້ໄກໆ ແຕ່ກໍ່ບໍ່ພົ້ນ ຢູ່ເຮືອນບາງເທື່ອກໍ່ພົບກັນໂດຍບັງເອີນ ຢູ່ໂຮງຮຽນອີກ ບາງຄືນໂທນີຕ້ອງຕື່ນຂື້ນກາງເດິກເພາະຕົກໃຈທີ່ມາລີຕາມມາຫຼອກຫຼອນຕົນຮອດໃນຄວາມຝັນ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...