Homeຍ້ອງຍໍຄົນດີເດັ່ນ"ຄູບ້ານນອກ" ຮູບເງົາສັ້ນຂອງນັກຮຽນລາວ ໄດ້ຮັບລາງວັນຢູ່ປະເທດຍີ່ປຸ່ນ ແລະ ຟີລິບປິນ

“ຄູບ້ານນອກ” ຮູບເງົາສັ້ນຂອງນັກຮຽນລາວ ໄດ້ຮັບລາງວັນຢູ່ປະເທດຍີ່ປຸ່ນ ແລະ ຟີລິບປິນ

Published on

ຮູບ​ເງົາ​ສັ້ນ ​ຂອງ​ນັກ​ຮຽນລາວ​ເລື່ອງ​ “ໂອກາດ” ​ໄດ້​ຮັບ​ລາງວັນ​ດີ​ເດັ່ນ ​ແລະ ​ເລື່ອງ​ຄູ​ສາຍ​ພັນ​ ໃໝ່ ​ໄດ້​ຮັບລາງວັນ​ຊະນະ​ເລີດ ໃນງານ​ແຂ່ງຂັນ​ຮູບ​ເງົາ​ ເດັກນ້ອຍ​ສາກົນ-ອາຊີ,​ ຊຶ່ງໄດ້ມີຂຶ້ນໃນ​ວັນ​ທີ 25 ພະ ຈິກ 2017 ຜ່ານ​ມາ ທີ່ປະເທດຍີ່​ປຸ່ນ. ໃນ​ຂະນະ​ທີ່ ເລື່ອງ “​ແກະ​ດຳ” ​ໄດ້​ຮັບ​ລາງວັນ​ຊະນະ​ເລີດ​ ປະ​ເພດພູ​ມ​ໃຈ​ໃນ​ຕົວ​ເອງ ​ແລ​ະ ​ເລື່ອງ “ຄູ​ບ້ານນອກ” ​ໄດ້​ຮັບ​ລາງວັນ​ຊະນະ​ເລີດ ​ປະ​ເພດພູມ​ໃຈ​ໃນ​ຄອບຄົວ ​ໃນການ​ແຂ່ງຂັນ​ຮູບ​ເງົາ​ເດັກນ້ອຍ​ອາ​ຊຽນ ຄັ້ງ​ທີ I ​ທີ່​ໄດ້ຈັດ​ຂຶ້ນ ​ຢູ່​ປະ​ເທດ​ຟີ​ລິບ​ປິນ ​ໃນ​ລະຫວ່າງ​ ວັນ​ທີ 27-30 ພະ ຈິກ 2017 ພາຍ​ໃຕ້​ຫົວ​ຂໍ້ “ພູມ​ໃຈ​ໃນ​ຕົວ​ເອງ, ຄຸນຄ່າ​ຂອງ​ຄອບຄົວ ​ແລະ ຮີດຄອງ​ປະ​ເພນີ ” ຈາກຈຳນວນ​ຜູ້​ສົ່ງ​ເຂົ້າ​​ແຂ່ງຂັນ​ທັງ​ໝົດ 107 ​ເລື່ອງ ​ໃນ 10 ປະ​ເທດ​ອາ​ຊຽນ.

​ໃນ​ວັນ​ທີ 27 ທັນວາ 2017 ທີ່​ກົມ​ຮູບ​ເງົາ, ​ໄດ້​ຈັດ​ພິທີຖະ​ແຫລ​ງຂ່າວ​ ກ່ຽວ​ກັບຜົນສຳ​ເລັດ ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ຮູບ​ເງົາ​ສັ້ນ ຂອງ ​ເດັກນ້ອຍ​ນັກຮຽນ​ລາວ​ ຢູ່​ທີ່​ປະ​ເທດ​ຍີ່ປຸ່ນ ​ແລະ ຟີ​ລິບ​ປິ່ນ, ​ໂດຍ​ການ​​ເປັນ​ປະ ທ່ານ​ຂອງ​ທ່ານ ວິທູນ ສຸນ​ດາລາ ຮັກສາ​ການ​ຫົວໜ້າກົມ​ຮູບ​ເງົາ, ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ມີ​ບັນດາ​ຄູ​ອາຈານ, ນັກຮຽນ ​ພ້ອມ​ດ້ວຍ​ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານ ວິທູນ ສຸນ​ດາລາ ​ກ່າວ​ວ່າ: ໂຄງການ​ແຂ່ງຂັນ​ຮູບ​ເງົາ​ເລື່ອງ​ສັ້ນ ສຳລັບ​ນັກຮຽນ​ມຕົ້ນ ​ແລະ ມ ປາຍ ​ເພື່ອ​ຄັດ​ເລືອກ​ເອົາ​ຮູບ​ເງົາ​ດີ​ເດັ່ນ ເຂົ້າ​ຮ່ວມ​​ແຂ່ງຂັນ​ ​ໃນງານ​ມະຫາ​ກຳ​ຮູບ​ເງົາ ​ເດັກນ້ອຍ​ສາກົນ-ອາຊີ​ ທີ່​ປະ​ເທດ​ຍີ່​ປຸ່ນ, ຊຶ່ງ​ໃນ​ປີ​ນີ້ ທາງ​ຄະນະ​ກຳມະການ​ຈັດ​ງານ​ ​ໄດ້​ຕັ້ງ​ຫົວ​ຂໍ້​ຂອງ​ການ​ແຂ່ງຂັນ​ວ່າ “ຄູ​ໃນ​ໂຮງຮຽນ​ຂອງ​ຂ້ອຍ (School Teacher)” ພາຍຫລັງ​ຄັດ​ເລືອກ​ເອົາ​ຮູບ​ເງົາ​ 3 ​ເລື່ອງ ຄື:​ ຄູ​ສາຍ​ພັນ​ໃໝ່, ​ໂອກາດ ​ແລະ ສໍດຳ ຈາກ 51 ທິມ ທີ່​ມາ​ຈາກ​ໂຮງຮຽນ​ມັດທະຍົມ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ ​​ເພື່ອເປັນ​ຕົວ​ແທນຂອງ​ປະ​ເທດ​ລາວ​ ເຂົ້າ​​ແຂ່ງຂັນ​.

ໃນ​​ໂອກາດ​ດັ່ງກ່າວ, ທ່ານ ວິທູນ ສຸນດາລາ ​ໄດ້​​ປະກາດ​ແຈ້ງ​ການ​ຊັກ​ຊວນ​​ພໍ່​ແມ່, ຄູ​ອາຈານ ​ແລະ ນັກຮຽນ​ທົ່ວ​ປະ​ເທດ​ ກຽມພ້ອມ, ສໍາລັບ​ການ​ຜະລິດ ​ແລະ ສົ່ງ​ຮູບ​ເງົາສັ້ນເຂົ້າ​ແຂ່ງຂັນ​ໃນ​ປີ 2018, ຊຶ່ງ​ຈະ​ຈັດ​ຂຶ້ນ ​ທີ່​ປະ​ເທດ​ສິງກະ​ໂປ.

 

ແຫລ່ງຂ່າວ: ມະນີ​ທອນ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...