Homeຂ່າວຕ່າງປະເທດຫວຽດນາມກຽມພ້ອມອົບພະຍົບ 1 ລ້ານຄົນໜີພາຍຸເທມບິນ

ຫວຽດນາມກຽມພ້ອມອົບພະຍົບ 1 ລ້ານຄົນໜີພາຍຸເທມບິນ

Published on

ສຳນັກຂ່າວຕ່າງປະເທດລາຍງານ 25 ທັນວາ 2017 ວ່າ: ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວໃນກອງປະຊຸມຄະນະລັດຖະມົນຕີ ເນັ້ນໜັກໃຫ້ໜ່ວຍງານທີ່ກ່ຽວຂ້ອງຕິດຕາມສະຖານະການຈາກໄພທຳມະຊາດຢ່າງໃກ້ຊິດ ແລະ ກຽມຄວາມພ້ອມຂັ້ນສູງສຸດ ເນື່ອງຈາກພາຍຸເທມບິນ ໄດ້ເຄື່ອນຕົວອອກຈາກຟິລິບປິນ ມາທາງທິດຕາເວັນຕົກສຽງເໜືອ ເຊິ່ງໝາຍຄວາມວ່າຈະພັດຜ່ານພາກໃຕ້ຂອງຫວຽດນາມເປັນຈຸດໝາຍຕໍ່ໄປ ໂດຍທ່ານ ຫງວຽນ ຊວນຟຸກ ຍັງໄດ້ກ່າວຢ້ຳອີກວ່າ ຕ້ອງຮັບປະກັນຄວາມປອດໄພຂອງແຖ່ນຂຸດເຈາະນ້ຳມັນ ແລະ ເຮືອປະມົງທີ່ຢູ່ໃນບໍລິເວນດັ່ງກ່າວຫຼາຍກວ່າ 62,000 ລຳ ແລະ ໄດ້ອອກຄຳສັ່ງໃຫ້ເດີນທາງກັບເຂົ້າຝັ່ງແລ້ວ.

ຂະນະທີ່ກະຊວງສຶກສາທິການຫວຽດນາມໄດ້ສັ່ງປິດໂຮງຮຽນທຸກແຫ່ງໃນນະຄອນໂຮຈິມິນຢ່າງໜ້ອຍ 1 ມື້ຄື: ວັນຈັນ ທີ 25 ທັນວາ 2017 ນີ້, ດ້ານລາຍງານຂອງສຳນັກງານປ້ອງກັນໄພພິບັດແຫ່ງຊາດຫວຽດນາມລະບຸວ່າ: ເບື່ອງຕົ້ນໄດ້ມີການອົບພະຍົບປະຊາຊົນທີ່ອາໄສຢູ່ໃນເຂດລຸ່ມນ້ຳແລ້ວປະມານ 74,000 ຄົນ, ແຕ່ມີການເຕືອນໃຫ້ເຈົ້າໜ້າທີ່ລັດໃນ 15 ແຂວງເພີ່ມການຕິດຕາມລະວັງໄພຈາກພາຍຸດັ່ງກ່າວຕະຫຼອດ 24 ຊົ່ວໂມງ ເທົ່າກັບວ່າອາດຕ້ອງມີການອົບພະຍົບປະຊາຊົນເພີ່ມອີກເປັນຫຼາຍກວ່າ 1 ລ້ານຄົນ.

ເຊິ່ງອິດທິພົນຂອງພາຍຸເທມບິນ ທີ່ເຄື່ອນຕົວພັດຜ່ານເກາະມິນດາເນົາ ທີ່ເປັນເກາະຂະໜາດໃຫຍ່ອັນດັບ 2 ຂອງຟິລິບປິນ ສົ່ງຜົນໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນ ແລະ ດິນເຈື່ອນເປັນວົງກວ້າງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 230 ຄົນ ແລະ ຍັງມີລາຍ ງານຜູ້ສູນຫາຍອີກຫຼາຍກວ່າ 100 ຄົນ ແລະ ປະຊາຊົນອີກປະມານ 70,000 ຄົນ ບໍ່ມີທີ່ພັກອາໄສ.

 

ແຫລ່ງຂ່າວ: ອິດສະຫຼະ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...