spot_img
Homeຄວາມງາມ4 ຢ່າງທີ່ເຈົ້າແມ່ແຟຊັ່ນຕ້ອງມີ

4 ຢ່າງທີ່ເຈົ້າແມ່ແຟຊັ່ນຕ້ອງມີ

Published on

ໝວກ   ໝວກໝ່ວຍດຽວ ​ສາມາດ​ເພີ່ມ​ ຄວາມ​ມ່ວນຊື່ນໃນ​ການ​ແຕ່ງ​ຕົວ​ໄດ້​ອີກແບບ ​ ສາວຄົນ​ໃດ​ທີ່ຕ້ອງການ​ໃສ່​ໝວກ ຫລື ​ລອງໃສ່ເທື່ອທຳອິດແລ້ວກໍ່​ເລີ່ມ​ທີ່​ໝວກ​ສີ​ພື້ນ​ລຽບໆ ປີກ​ກວ້າງ ເພາະ​ສາມາດ​ໃສ່​ໄດ້​ງາມ​ກັບ​ທຸກ​ຮູບ​ໜ້າ

1

ແວ່ນ​ຕາ​ກັນ​ແດ ທີ່​ຮູ້​ກັນ​ຢູ່​ແລ້ວ​ວ່າ​ເຈົ້າ​ແມ່​ແຟ​ຊັ່ນ​ມັກ​ຂາດ​ບໍ່​ໄດ້​ກັບ​ແວ່ນ​ກັນ​ແດດ ແວ່ນ​ກັນ​ແດດ​ສາມາດ​ເພີ່ມລຸກ​ຈາກ​ສາວ​ທຳມະດາ ​ເປັນ​ສາວ​ໝັ້ນ​​ໄດ້ ແຕ່​ຕ້ອງ​ເລືອກ​ດີໆ​ນະ ເພາະ​ແວ່ນ​ແຕ່​ລະ​ແບບ​ກໍ​ເຂົ້າ​ກັບ​ຮູບ​ໜ້າ​ບໍ່​ຄືກັນ​ຄວນ​ເລືອກ​ຊື້​ແວ່ນ​ຈາກ​ການ​ລອງໃສ່​ດ້ວຍ​ຕົວ​ເອງ​ເທົ່າ​ນັ້ນ

8

ເສື້ອເຈັກເກັດ ຖ້າຢາກເທ້ ​ບໍ່ຄື​​ໃຜ​ຕ້ອງ​ມີ​ໄວ້​ໃນ​ຄອບຄອງ​ ​ແຟ​ຊັ່ນ​ສຸດໆ​ຕ້ອງ​ເຈັກເກັດໜັງ​ທີ່​ບໍ່ວ່າ​ຈະ​ຍຸກ​ໃດ​ ກໍ່ຈັບຂຶ້ນ​ມາໃສ່ ແລະ ​ກໍ​ເປັນ​ເຈົ້າ​ແມ່​ແຟ​ຊັ່ນ​ໄດ້​ບໍ່​ຍາກ

2

 

 

 

 

 

 

 

ຕຸ້ມຫູຕ້ອງເປັນ​ຕຸ້ມ​ຫູ​ຂະໜາດ​ໃຫຍ່​ເທົ່າ​ນັ້ນ​ ຫລື ​ບໍ່​ຕ້ອງ​ໃຫຍ່​ຫລາຍ ​ແຕ່​ເປັນ​ຮູບ​ຮ່າງ​ທີ່​ເກ໋ ເຊັ່ນ ຕຸ້ມ​ຫູ​ຮູບ​ສາຍ​ຟ້າຍາວ, ຕຸ້ມ​ຫູ​ຮູບ​ປາກ, ຕຸ້ມຫູ​ຈະ​ສ້າງ​ຄວາມ​ໂດດ​ເດັ່ນ​ໃຫ້​ໃບ​ໜ້າ​ເບິ່ງ​ເດັ່ນ​ແຈ້ງ​ຫລາຍ​ຂຶ້ນ

4

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...