Homeຂ່າວພາຍ​ໃນ"ອອນເດຣ" ນັກຊົກເຊື້ອຊາດລາວເອົາຊະນະນັອກຄູ່ຕໍ່ສູ້ໃນການຊົກມວຍ UFC

“ອອນເດຣ” ນັກຊົກເຊື້ອຊາດລາວເອົາຊະນະນັອກຄູ່ຕໍ່ສູ້ໃນການຊົກມວຍ UFC

Published on

ທ້າວ ອອນເດຣ ນັກຊົກສັນຊາດອາເມລິກັນເຊື້ອຊາດລາວຄົນນີ້ ໄດ້ສ້າງຄວາມພູມໃຈໃຫ້ຄົນລາວທັງປະເທດອີກຄັ້ງ ເມື່ອສາມາດນັອກຄູ່ຕໍ່ສູ້ຢ່າງ ລູຕ໌ ແຊນເດີ້ສ໌ ຈາກສະຫະລັດອາເມລິກາ ໃນການຊົກມວຍ UFC ໃນລຸ້ນນໍ້າໜັກບໍ່ກາຍ 61 ກິໂລກຣາມ ພາຍໃນຍົກທີສອງເທົ່ານັ້ນ
ມວຍກົງ 8 ຫຼ່ຽມ UFC ເປັນມວຍໂຫດດຸເດືອດ ສຳລັບຄົນທີ່ມັກເບິ່ງກິລາມວຍຄົງຮູ້ຈັກກັນດີ ສະນັ້ນການທີ່ ອອນເດຣ ສາມາດເອົາຊະນະຄູ່ຕໍ່ສູ້ໄດ້ນັ້ນ ບໍ່ແມ່ນເລື່ອງງ່າຍແຕ່ກໍ່ສາມາດເອົາຊະນະໄດ້ ນີ້ຖືເປັນຄວາມພາກພູມໃຈຂອງຄົນລາວ ເຖິງແມ່ນວ່າທ້າວ ອອນເດຣ ຈະເປັນນັກຊົກໃນຕ່າງແດນແຕ່ເຂົາກໍ່ບໍ່ລືມວ່າເຂົາເປັນຄົນລາວ ໃນການຂຶ້ນຊົກແຕ່ລະເທື່ອໃນເວລາທີ່ເຂົາຊະນະຈະມີທຸງຊາດລາວຂຽງຂ້າງເຂົາສະເໝີ ອອນເດຣ ນອກຈາກຈະເປັນນັກມວຍທີ່ເກັ່ງແລ້ວ ຍັງເປັນຕົວຢ່າງທີ່ດີໃຫ້ກັບຄົນລາວທີ່ອາໃສຢູ່ຕ່າງແດນອີກດ້ວຍ

https://youtu.be/4Y7CE6lVgps

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...