spot_img
Homeຂ່າວພາຍ​ໃນໄທຈັບ 2 ອ້າຍນ້ອງຊາວລາວຂົນເງິນອອກນອກປະເທດຫຼາຍກວ່າ 98 ລ້ານບາດ

ໄທຈັບ 2 ອ້າຍນ້ອງຊາວລາວຂົນເງິນອອກນອກປະເທດຫຼາຍກວ່າ 98 ລ້ານບາດ

Published on

ເມື່ອວັນທີ 12 ທັນວາ 2017 ເຈົ້າໜ້າທີ່ດ່ານຂົວມິດຕະພາບລາວ-ໄທຍ 1 ນະຄອນຫຼວງວຽງຈັນ-ໜອງຄາຍ ໄດ້ກັກລົດໂຕໂຢຕ້າ ແລນຄຣູເຊີ ສີທອງ ປ້າຍທະບຽນ ກກ 1844 ກຳແພງນະຄອນ ໂດຍມີທ້າວ ສຸບັນ ເຕີຍສິຣິ  ອາຍຸ 30 ປີ ແລະ ທ້າວ ຄຳບອນ ເຕີຍສິຣິ ອາຍຸ 24 ປີ ສອງອ້າຍນ້ອງຊາວລາວ ອາໄສທີ່ເມືອງ ຈັນທະບູລີ ນຄອນຫຼວງວຽງຈັນ ສປປ ລາວ ເຈົ້າໜ້າທີ່ຕຳຫຼວດດ່ານໄດ້ຂໍກວດຄົ້ນລົດ ພົບວ່າພາຍໃນລົດມີກ່ອງນົມວາງຢູ່ເບາະຫຼັງຫຼາຍກ່ອງ ແຕ່ເມືອເປີດເບິ່ງພົບວ່າເປັນເງິນໃບ 1,000 ບາດ ມັດເປັນຕັບໆຍັດໄວ້ໃນກ່ອງ ແລະ ໃນຫ້ອງເຄື່ອງລົດກໍ່ບັນຈຸເງິນໃນ 1.000 ບາດໄວ້ໃນກະເປົາຜ້າ ແລະ ເຊື່ອງໄວ້ໃນຕົວລົດ ລວມແລ້ວຕົກເປັນເງິນຈຳນວນ 98 ລ້ານບາດ ດັ່ງນັ້ນ ເຈົ້າໜ້າທີ່ຈິ່ງຢຶດເງິນດັ່ງກ່າວໄວ້ກວດສອບ

ທ້າວ ນິມິດ ກ່າວວ່າ ໄດ້ຮັບລາຍງານທາງການຂ່າວວ່າມີການລັກລອບນຳເງິນຕາຕ່າງປະເທດມາແລກປ່ຽນເປັນເງິນບາດໄທ ເຊິ່ງບໍ່ໄດ້ແຈ້ງທາງການຕາມກົດໝາຍກຳນົດ ເຊິ່ງໄດ້ຕິດຕາມພຶດຕິກຳມາໄລຍະໜຶ່ງແລ້ວ ຈົນໃນເທື່ອນີ້ ລົດຄັນດັ່ງກ່າວເຊິ່ງກວດສອບແລ້ວມີການເດີນທາງເຂົ້າ-ອອກທາງດ່ານໜອງຄາຍຫຼາຍເທື່ອ ຈາກການສອບຖາມເບື້ອງຕົ້ນ ທັງສອງຄົນກ່າວວ່າ ທາງບ້ານເຮັດທຸລະກິດແລກປ່ຽນເງິນຕາຕ່າງປະເທດ ອ້າງວ່ານຳເງິນ 2.5 ລ້ານໂດລາ ມາແລກເງິນບາດໄທຕາມທະນາຄານຕ່າງໆ ໃນຈັງຫວັດ ໜອງຄາຍ ເພື່ອນຳກັບປະເທດລາວ.

ເບື້ອງຕົ້ນເຈົ້າໜ້າທີ່ຕຳຫຼວດຍັງບໍ່ເຊື່ອ ຈະມີການກວດສອບລະອຽດວ່າກ່ຽວຂ້ອງກັບການກະທຳຜິດທາງກົດໝາຍດ້ານອື່ນ ຫຼື ບໍ່ ຮວມທັງຢຶດທະນະບັດທັງໝົດໄວ້ ຢຶດລົດຂອງກາງໄວ້ກ່ອນ ຈາກນັ້ນດຳເນີນຄະດີ ຖ້າຜູ້ກະທຳຜິດສາມາດແກ້ຄະດີໃນຊັ້ນສານໄດ້ ແຕ່ທັງສອງຈະກາຍເປັນບຸກຄົນຕ້ອງຫ້າມເຂົ້າປະເທດໄທອີກ.

ແຫລ່ງຂ່າວ: ຂ່າວສົດອອນໄລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...