Homeຂ່າວທ້ອງຖິ່ນມອບ-ຮັບ ຫໍພິພິທະພັນແຫ່ງຊາດຫຼັງໃໝ່ຢ່າງເປັນທາງການ ຫຼັງສຳເລັດການກໍ່ສ້າງ

ມອບ-ຮັບ ຫໍພິພິທະພັນແຫ່ງຊາດຫຼັງໃໝ່ຢ່າງເປັນທາງການ ຫຼັງສຳເລັດການກໍ່ສ້າງ

Published on

ຫໍພິພິທະພັນແຫ່ງຊາດຫຼັງໃຫມ່ ກໍ່ສ້າງສຳເລັດເປັນທີ່ຮຽບຮ້ອຍແລ້ວ ແລະ ໄດ້ມີພິທີ ມອບຮັບຢ່າງເປັນທາງການ ເມື່ອວັນທີ 1 ທັນວາ 2017 ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.

ໂຄງການກໍ່ສ້າງຫໍພິພິທະພັນແຫ່ງຊາດຫຼັງໃຫມ່ ໄດ້ມີພິທີວາງສີລາລືກກໍ່ສ້າງຢ່າງເປັນທາງການເມື່ອວັນທີ 4 ເມສາ 2013 ເຊິ່ງຕັ້ງຢູ່ຖະໜົນໄກສອນ ພົມວິຫານ ບ້ານສີວິໄລ ເມືອງໄຊເຊດຖານະຄອນຫລວງວຽງຈັນ ໂດຍແມ່ນກຸ່ມບໍລິສັດຄຳໄພຊະນະເປັນຜູ້ຮັບເໝົາກໍ່ສ້າງ.

ຫໍພິພິທະພັນແຫ່ງຊາດ ຫຼັງໃຫມ່ ເປັນອາຄານ 4 ຊັ້ນ,ກວ້າງ 56 ແມັດ ຍາວ 80 ແມັດ, ເນື້ອທີ່ດິນ 29.600 ຕາແມັດ, ມູນຄ່າການກໍ່ສ້າງທັງໝົດ 10 ລ້ານໂດລາສະຫະລັດ. ໂດຍສ້າງແທນອາຄານຫລັງເກົ່າທີ່ຕັ້ງຢູ່ບ້ານອານຸ ຖະໜົນສາມແສນໄທເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ທີ່ສ້າງຂຶ້ນໃນປີ 1925.

 

ແຫລ່ງຂ່າວ: laosupdate

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...