Homeຂ່າວທ້ອງຖິ່ນດຳລັດວ່າດ້ວຍ "ການບັນເທີງ" ຫ້າມຕັ້ງຮ້ານບັນເທີງໃກ້ໂຮງຮຽນ ແລະ ອາຍຸຕໍ່າກວ່າ 18 ປີຫ້າມເຂົ້າ

ດຳລັດວ່າດ້ວຍ “ການບັນເທີງ” ຫ້າມຕັ້ງຮ້ານບັນເທີງໃກ້ໂຮງຮຽນ ແລະ ອາຍຸຕໍ່າກວ່າ 18 ປີຫ້າມເຂົ້າ

Published on

ເມື່ອບໍ່ດົນມານີ້ ລັດຖະບານໄດ້ອອກດຳລັດໃໝ່ ວ່າດ້ວຍການບັນເທີງ ສະບັບເລກທີ 315/ລບ ລົງວັນທີ 2 ຕຸລາ 2017 ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາທຸລະກິດການບັນເທີງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ໄດ້ມາດຕະຖານ ແລະ ເປັນເອກະພາບກັນໃນທົ່ວປະເທດ ໂດຍໃນນັ້ນມີການກຳນົດອາຍຸຂອງຜູ້ເຂົ້າໃຊ້ບໍລິການບັນດາຮ້ານບັນເທີງຕ່າງໆ ຕໍ່າກວ່າ 18 ປີແມ່ນຫ້າມເຂົ້າ ພ້ອມທັງກຳນົດມາດຕະຖານລວມຂອງສະຖານບັນເທີງ ບໍ່ວ່າຈະເປັນສະຖານທີ່ຕັ້ງ, ບ່ອນຈອດລົດ, ການຕົກແຕ່ງພາຍໃນ, ຄວາມປອດໄພ ແລະ ການໃຫ້ບໍລິການ ເປັນຕົ້ນ.

ການອອກດຳລັດດັ່ງກ່າວນີ້ ຖືວ່າເປັນບາດກ້າວສຳຄັນໃນຄວາມພະຍາຍາມທີ່ຈະຈັດລະບຽບຮ້ານບັນເທີງໃນທົ່ວປະເທດ ເຊິ່ງດຳລັດດັ່ງກ່າວມີຜົນບັງຄັບໃຊ້ກັບ ດິດສະໂກເທັກ, ໄນຄຼັບ, ພັບ, ສະແນັກບາ, ບາ, ຮ້ານຄາຣາໂອເກະ ແລະ ຄອນເສີດ ເປັນຕົ້ນ ເຊິ່ງບັນດາຮູບການຂອງຮ້ານບັນເທີງທີ່ກ່າວມາຈະລວມເຖິງບັນດາຮ້ານເຫຼົ້າເບຍທີ່ໃສ່ຊື່ວ່າ ຮ້ານອາຫານ ຫຼື ສະຖານບັນເທີງການແຈ້ງທົ່ວໄປນຳ.

ເນື້ອໃນສຳຄັນໄດ້ກຳນົດມາດຕະຖານຂອງສະຖານບັນເທີງ ໂດຍສະເພາະເລື່ອງຂອງສະຖານທີ່ຕັ້ງທີ່ລະບຸໄວ້ວ່າ ຕ້ອງຫ່າງໄກຈາກສະຖານສຶກສາ, ໂຮງໝໍ, ສຳນັກງານຂອງລັດ, ສຳນັກງານອົງການຈັດຕັ້ງສາກົນ, ສາສະນະສະຖານ ແລະ ສະຖານທີ່ສຳຄັນຂອງຊາດ ຢ່າງໜ້ອຍ 500 ແມັດ. ພ້ອມກັນນັ້ນ ສະຖານບັນເທີງທີ່ໃຫ້ບໍລິການເປັນປະຈຳຕ້ອງມີບ່ອນຈອດລົດເນື້ອທີ່ 600 ຕາແມັດຂຶ້ນໄປ. ມາດຕະຖານການປຸກສ້າງແມ່ນໃຫ້ໃຊ້ວັດສະດຸທີ່ມີຄວາມທົນທານ ແລະ ປອດໄພ ແລະ ໄດ້ຮັບອະນຸຍາດປຸກສ້າງ ຈາກຂະແໜງໂຍທາທິການ ແລະ ຂົນສົ່ງ. ນອກນັ້ນກໍຕ້ອງມີພະນັກງານຮັກສາຄວາມປອດໄພ ແລະ ມີລະບົບເຕືອນໄພ, ທາງໜີໄຟ ແລະ ອຸປະກອນປ້ອງກັນໄພຕິດຕັ້ງໃນສະຖານບໍລິການນຳ. ເວລາປິດໃຫ້ບໍລິການກຳນົດສູງສຸດເວລາທ່ຽງຄືນ.

ສ່ວນດ້ານຂອງຜູ້ເຂົ້າໃຊ້ບໍລິການຮ້ານບັນເທີງ ດຳລັດສະບັບນີ້ໄດ້ກຳນົດອາຍຸຕໍ່າສຸດ 18 ປີ ຖ້າຫຼຸດນີ້ແມ່ນຫ້າມເຂົ້າໃຊ້ບໍລິການ.

ການເຄື່ອນໄຫວຂອງລັດຖະບານໃນຄັ້ງນີ້ ຄາດວ່າຈະຊ່ວຍຫຼຸດຜ່ອນບັນດາຮ້ານບັນເທີງທີ່ບໍ່ໄດ້ມາດຖານ, ສ້າງສຽງລົບກວນຕໍ່ສັງຄົມ ລວມໄປຈົນເຖິງການໃຫ້ບໍລິການເຫຼົ້າເບຍຕໍ່ເດັກທີ່ອາຍຸຕໍ່າກວ່າ 18 ປີ ແລະ ການສ້າງສິ່ງກີດຂວາງໃນຖະໜົນຫົນທາງເນື່ອງຈາກບໍ່ມີບ່ອນຈອດລົດ. ທ່ານສາມາດອ່ານດຳລັດສະບັບເຕັມໄດ້ທີ່ນີ້.

 

ແຫລ່ງຂ່າວຈາກ : laogov.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...