Home​ຂ່າວບັນເທິງ"ຈັນທະຈອນ ວິໄລສານ" ຊາຍງາມຈາກລາວໄດ້ 2 ລາງວັນຈາກ Manhunt International 2017

“ຈັນທະຈອນ ວິໄລສານ” ຊາຍງາມຈາກລາວໄດ້ 2 ລາງວັນຈາກ Manhunt International 2017

Published on

ບັນເທີງລາວໂພສມື້ນີ້ເຮົາມາສົ່ງທ້າຍກັບເວທີການປະກວດລະດັບນານາຊາດທີ່ມີຕົວແທນຈາກ ສປປ ລາວ ເຂົ້າຮ່ວມປະກວດ ນັ້ນກໍ່ຄືເວທີການປະກວດຊາຍງາມ Manhunt International 2017 ເຊິງຮອບຕັດສິນໄດ້ຈັດຂຶ້ນໃນວັນທີ 29 ພະຈິກ 2017 ທີ່ ບາງກອກ ປະເທດໄທ ໃນການປະກວດປີນີ້ມີຊາຍງາມເຂົ້າຮ່ວມປະກວດ 37 ປະເທດ ແລະ ມີຊາຍງາມຕົວແທນຈາກລາວທີ່ເຂົ້າຮ່ວມປະກວດແມ່ນທ້າວ ຈັນທະຈອນ ວິໄລສານ (ລູ່) ເຖິງແມ່ນວ່າລາວບໍ່ສາມາດຕິດ Top ໄດ້ແຕ່ກໍ່ບໍ່ເຮັດໃຫ້ຄົນລາວຜິດຫວັງ ດ້ວຍການຄວ້າ 2 ລາງວັນຈາກກອງປະກວດມາຄອງໄດ້ນັ້ນຄື: ລາງວັນໂຄສະນາດີເດັ່ນ ແລະ ລາງວັນຜູ້ທີ່ມີສະເໜ່ທີ່ສຸດ ມາຄອງ

ສຳລັບຊາຍງາມທີ່ຕິດ Top 5 ຄົນສຸດທ້າຍ ແລະ ຜູ້ທີ່ຊະນະເລີດໃນການປະກວດໄດ້ແກ່ MR. Truong Fool ຈາກຫວຽດນາມ

Winner: Vietnam – Truong Fool
Runner 1: Country Tai – The Assumption Beer
Runner 2: Lebanon – Osman Osman
Runner 3: Sri Lanka – Mohammed Ahmed
runners 4th: Indonesia – honesty.

ທາງບັນດທີງລາວໂພສຂໍສະແດງຄວາມຍິນດີກັບທ້າວ ຈັນທະຈອນ ວິໄລສານ ທີ່ສ້າງມາດສ້າງຊື່ສຽງໃຫ້ກັບປະເທດ ແລະ ຍິນດີນຳທີ່ໄດ້ຮັບເຖິງ 2 ລາງວັນມາຕ້ອນພີ່ນ້ອງຊາວລາວ ຢ່າງໜ້ອຍກໍ່ເຮັດໃຫ້ຮູ້ວ່າ “ຜູ້ຊາຍລາວກໍ່ມີດີບໍ່ແພ້ຜູ້ຊາຍຊາດໃດໃນໂລກ”

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...