Homeຂ່າວພາຍ​ໃນອັດຕະປືຈະຈັດການເຈົ້າໜ້າທີ່ລັດທຸກຄົນ ທີ່ກ່ຽວຂ້ອງກັບລົດໄມ້ 27 ຄັນທີ່ຝ່າຝືນຄຳສັ່ງເລກທີ 15

ອັດຕະປືຈະຈັດການເຈົ້າໜ້າທີ່ລັດທຸກຄົນ ທີ່ກ່ຽວຂ້ອງກັບລົດໄມ້ 27 ຄັນທີ່ຝ່າຝືນຄຳສັ່ງເລກທີ 15

Published on

ວັນທີ 27 ພະຈິກ 2017 ນີ້ ສຳນັກຂ່າວທ້ອງຖິ່ນ ແຂວງອັດຕະປື ໄດ້ລາຍງານການໃຫ້ສຳພາດຂອງທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື ວ່າ ບັນຫາ ລົດໄມ້ 27 ຄັນ ທີ່ຝືນຄຳສັ່ງເລກທີ່ 15/ນຍ ຢູ່ແຂວງອັດຕະປື ແມ່ນເປັນປະເດັນ ທີ່ສັງຄົມໃຫ້ຄວາມສົນໃຈ ແລະ ຕິດຕາມ ຄວາມຄືບໜ້າ ໃນການ ຫາຜູ້ມີສ່ວນຮ່ວມ ໃນການກະທຳຜິດ ມາຮັບຜິດຊອບຕໍ່ລະບຽບກົດໝາຍ.
ເຊິ່ງມາຮອດປະຈຸບັນ ແຂວງໄດ້ສັ່ງໂຈະ ການປະຕິບັດໜ້າທີ່ ຂອງພະນັກງານ ທີ່ມີສ່ວນກ່ຽວຂ້ອງຈຳນວນໜື່ງ ເພື່ອດຳເນີນການສືບສວນ, ສອບສວນ ບັນຫາດັ່ງກ່າວນີ້ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ໄດ້ຢືນຢັນ ທີ່ຈະປະຕິບັດຕາມລະບຽບກົດໝາຍ ຕໍ່ບຸກຄົນ ທີ່ມີສ່ວນຮ່ວມ ໃນຂະບວນການດັ່ງກ່າວ ຢ່າງເຂັ້ມງວດ. ດັ່ງວິດີໂອສຽງຂອງທ່ານ ເຈົ້າແຂວງດັ່ງລຸ່ມນີ້:

ແຫຼ່ງຂ່າວ: ອັດຕະປືອອນລາຍ

ຂ່າວທີ່ກ່ຽວຂ້ອງ: – ອັດຕະປືປະມູນຂາຍໄມ້ 700 ແມັດກ້ອນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...