Homeຂ່າວພາຍ​ໃນລົດເມນະຄອນຫຼວງ ຂອງຂວັນຈາກກຽວໂຕ

ລົດເມນະຄອນຫຼວງ ຂອງຂວັນຈາກກຽວໂຕ

Published on

ນະຄອນຫຼວງວຽງຈັນໄດ້ລົດເມເປັນຂອງຂວັນ ຈາກນະຄອນກຽວໂຕປະເທດຍີ່ປຸ່ນຈຳນວນ 34 ຄັນ ເພື່ອນຳໃຊ້ເຂົ້າໃນການແກ້ໄຂບັນຫາການສັນຈອນໃນນະຄອນຫຼວງວຽງຈັນ ໃນຂະນະທີ່ຝ່າຍນະຄອນຫຼວງວຽງຈັນ ສປປ ລາວ ເຄີຍໄດ້ມອບຊ້າງຈຳນວນ 4 ໂຕໃຫ້ແກ່ສວນສັດ ນະຄອນກຽວໂຕ ເພື່ອເປັນຂອງຂວັນເມື່ອປີ 2014.

ນະຄອນຫຼວງກຽວໂຕໄດ້ຕັດສິນໃຈ ມອບລົດເມສະພາບດີຈຳນວນ 34 ຄັນ ທີ່ຖືກຢຸດໃຊ້ເນື່ອງຈາກກຽວໂຕໄດ້ຊື້ລົດໃໝ່ມາແທນ. ພິທີມອບໄດ້ຈັດຂຶ້ນທີ່ສຳນັກງານປົກຄອງນະຄອນກຽວໂຕ ໃນວັນທີ 29 ພະຈິກ 2016. ໃນຂະນະທີ່ລາວໄດ້ເຄີຍມອບຊ້າງສີ່ໂຕໃຫ້ກັບສວນສັດເມືອງກຽວໂຕເພື່ອເປັນຂອງຂວັນເມື່ອປີ 2014 ເຊິ່ງປີນັ້ນທາງການຍີ່ປຸ່ນກໍໄດ້ມອບຕົ້ນສະກຸລະແລະເຮັດສວນສະກຸລະຢູ່ເມືອງວຽງໄຊ ແຂວງຫົວພັນ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການມອບລົດດັ່ງກ່າວກ່າວວ່າ “ຕອນນີ້ເຮົາຫວັງວ່າລົດໂດຍສານໃນເມືອງຈະໄດ້ຮັບຄວາມຮັກຈາກຄົນໃນປະເທດລາວ”.

ລົດຈຳນວນດັ່ງກ່າວນັ້ນໄດ້ຖືກນຳໃຊ້ຢ່າງຖະໜຸຖະໜອມໃນນະຄອນກຽວໂຕເປັນເວລາ 18-20 ປີ ແລະໄດ້ຖືກນຳສົ່ງເຖິງວຽງຈັນ ວ່າງເດືອນມິຖຸນາ 2017. ປັດຈຸບັນລັດວິສາຫະກິດລົດເມນະຄອນຫຼວງວຽງຈັນໄດ້ມີການປັບປຸງ, ເຈາະປະຕູຜູ້ໂດຍສານໃໝ່ ແລະລົດລອງການແລ່ນລົດເບື້ອງຕົ້ນແລ້ວຕາມເສັ້ນທາງ ສູນການຄ້າໄອເຕັກ-ສູນການຄ້າຕະຫຼາດເຊົ້າມໍ, ສູນການຄ້າຕະຫຼາດເຊົ້າມໍ-ສູນການຄ້າໄອເຕັກ ເຊິ່ງທຸກໆ ຊົ່ວໂມງຈະມີລົດອອກ 1 ຄັນ ແລະມີຈຸດຈອດຮັບຜູ້ໂດຍສານຢູ່ 13 ຈຸດຕໍ່ຖ້ຽວ ໃຊ້ເວລາເດິນທາງ 30 ນາທີ (ຈາກໄອເຕັກ-ຕະຫຼາດເຊົ້າ ຫຼື ຈາກຕະຫຼາດເຊົ້າ-ໄອເຕັກ) ລາຄາປີ້ຂີ່ລົດ 4,000 ກີບ/ຖ້ຽວ. ຂ່າວໃຫ້ຮູ້ອີກວ່າ ຖ້າມີຄົນໃຊ້ບໍລິການຫຼາຍຂຶ້ນ ກໍຈະໄດ້ເພິ່ມຄວາມຖີ່ຂອງຖ້ຽວລົດຕື່ມ ແລະຈະຂະຫຍາຍເສັ້ນທາງໄປທົ່ວນະຄອນຫຼວງ ພາຍໃນບໍ່ດົນນີ້.

ຈາກການທົດລອງນຳໃຊ້ຕົວຈິງແລ້ວເຮົາເຫັນວ່າ ເປັນການບໍລິການລົດເມປະຈຳທາງທີ່ດີ ພະນັກງານຂັບລົດແລະເກັບເງິນນຸ່ງເຄື່ອງແບບ, ຜູ້ຂັບລົດມີການລາຍງານໂຕແລະແຈ້ງລາຍການເດິນທາງ, ພະນັກງານເກັບເງິນຈະແຈ້ງກ່ອນຈະຮອດແຕ່ລະປ້າຍ, ແລະລົດຈະຈອດຮັບຜູ້ໂດຍສານສະຈຸດປ້າຍຈອດທີ່ກຳນົດໄວ້ເທົ່ານັ້ນ. ລົດຈະອອກຈາກຈຸດເລິ່ມ ແລະຮອດປາຍທາງພາຍໃນເວລາທີ່ກຳນົດໄວ້ ເຊິ່ງເຊື່ອແນ່ວ່າຖ້າຫາກການບໍລິການດັ່ງກ່າວທົ່ວຕົວເມືອງແລ້ວ ຈະເຮັດໃຫ້ມີຜູ້ຊົມໃຊ້ຫຼາຍຂຶ້ນ ແລະບັນຫາການຈະລາຈອນທີ່ແອອັດໃນຕົວເມືອງກໍຈະຫຼຸດລົງຢ່າງແນ່ນອນ.

ແນວໃດກໍຕາມ, ໃນໄລຍະເບື້ອງຕົ້ນຍັງມີຜູ້ໂດຍສານຊົມໃຊ້ໜ້ອຍ ຫຼື ບາງຖ້ຽວບໍ່ມີຜູ້ໂດຍສານເລີຍກໍມີ ເຊິ່ງຈະຕ້ອງໄດ້ມີການປັບປຸງຈຸດລໍຖ້າລົດຫຼືຈຸດຈອດຮັບຄົນໂດຍສານຕື່ມເພື່ອໃຫ້ມີບ່ອນຮົ່ມສາມາດຢືນຫຼືນັ່ງຖ້າໄດ້, ປ້າຍຈຸດຖ້າລົດເມກໍຄວນຈະໃຫ້ມີຂະໜາດໃຫຍ່ຂຶ້ນມີຄວາມໂດດເດັ່ນເຫັນໄດ້ງ່າຍຂຶ້ນ, ການໂຄສະນາໃຫ້ປະຊາຊົນຮັບຮູ້ກໍເປັນເລື່ອງທີ່ຈຳເປັນ ແລະຄວນຈະໄດ້ຮັບການສົ່ງເສີມຈາກພາກລັດຕື່ມອີກ ເພື່ອໃຫ້ພະນັກງານລັດຖະກອນຫັນມາຊົມໃຊ້ລົດເມປະຈຳທາງນີ້ຫຼາຍຂຶ້ນ, ຖ້າເປັນໄປໄດ້ພາກລັດອາດຈະແບ່ງເງິນຄ່ານໍ້າມັນລົດມາເປັນການແຈກປີ້ລົດເມໃຫ້ແທນ ກໍຈະເພິ່ມຜູ້ໂດຍສານໄດ້, ປະຢັດງົບປະມານລັດລົງ ແລະສາມາດແກ້ໄຂບັນຫາຈະລາຈອນ ພ້ອມທັງນຳສັງຄົມເຂົ້າສູ່ການເດິນທາງທີ່ເປັນໂມງເປັນເວລາແລະມີລະບຽບຫຼາຍຂຶ້ນໄດ້.

ແຫຼ່ງຂ່າວ: http://e.kyoto-np.jp/news/20161129/2432.html

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...