spot_img
Homeຂ່າວພາຍ​ໃນທ່ານ ສີ ຈິ້ນຜິງ ເລືອກຢ້ຽມຢາມລາວກ່ອນໝູ່ ພາຍຫຼັງຮັບຕຳແໜ່ງອີກໜຶ່ງສະໄໝ

ທ່ານ ສີ ຈິ້ນຜິງ ເລືອກຢ້ຽມຢາມລາວກ່ອນໝູ່ ພາຍຫຼັງຮັບຕຳແໜ່ງອີກໜຶ່ງສະໄໝ

Published on

ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຈະເດີນທາງມາຢ້ຽມຢາມ ທາງລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນ 13-14 ພະຈິກ 2017.

ທ່ານ ສີ ຈິ້ນຜິງ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ພັກກອມມູນິດຈີນອີກໜຶ່ງສະໄໝ ໃນກອງປະຊຸມໃຫຍ່ຂອງພັກກອມມູນິດຈີນ ຄັ້ງທີ XIX ທີ່ຈັດຂຶ້ນໃນທ້າຍເດືອນຕຸລາ 2017 ທີ່ຜ່ານມາ. ສົ່ງຜົນໃຫ້ທ່ານ ສີ ຈິ້ນຜິງ ກາຍເປັນຜູ້ນຳຈີນທີ່ຊົງອິດທິພົນທີ່ສຸດໃນຮອບຫຼາຍທົດສະວັດ.

ການຢ້ຽມຢາມລາວໃນຄັ້ງນີ້, ເປັນນິມິດໝາຍທີ່ສຳຄັນ ສຳລັບສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ສປ ຈີນ ໄດ້ຖືຄວາມສຳຄັນຢ່າງສູງ ຕໍ່ການຜັນຂະຫຍາຍ ສາຍພົວພັນ ແລະ ການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຈີນ-ລາວ. ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ສໍາເລັດລົງ, ທ່ານ ສີ ຈິ້ນຜິງ ໃນຖານະເປັນເລຂາທິການໃຫຍ່ ຂອງຄະນະບໍລິຫານງານ ສູນກາງພັກ ກອມມູນິດຈີນ ໄດ້ເລືອກເອົາ ສປປ ລາວ ເປັນປະເທດ ທຳອິດໃນການຢ້ຽມ ຢາມຢ່າງເປັນທາງການ” ທ່ານ ຫວາງ ເວີນ ທ່ຽນ ເອກອັກຄະລັດ ຖະທູດ ສປ ຈີນ ປະຈຳ ສປປ ລາວ ໃຫ້ສຳພາດຕໍ່ສື່ມວນຊົນລາວ ແລະ ຈີນ ໃນວັນທີ 7 ພະຈິກ ວານນີ້.

ທ່ານ ຫວາງ ເວີນ ທ່ຽນ ກ່າວຕື່ມວ່າ: “ສປ ຈີນ ຍິນດີຈະສືບຕໍ່ເປັນກຳລັງໜູນ ທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ ຂອງປະເທດລາວ ໃນການສະໜັບສະໜູນ ຕໍ່ພາລະກິດປະຕິຮູບໃໝ່ ແລະ ການສ້າງສັງຄົມນິຍົມ ຂອງພັກປະຊາຊົນ ປະຕິວັດລາວ, ພ້ອມຈະສະໜັບສະໜູນ ສປປ ລາວ ໃນການພັດທະນາ ໃຫ້ເໝາະສົມກັບສະພາບຕົວຈິງຂອງປະເທດ. ການມາຢ້ຽມຢາມໃນຄັ້ງນີ້, ຍັງຈະເປັນການ ວາງແຜນຍຸດທະສາດ ແຫ່ງການພັດທະນາຮ່ວມກັນ ສຳລັບສາຍພົວພັນ ຂອງສອງປະເທດໃນໄລຍະໃໝ່, ກຳນົດທິດທາງການຮ່ວມມື ໃນອະນາຄົດ ທັງເປັນການ ຜັນຂະຫຍາຍສາຍພົວພັນ ແລະ ການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ລະຫວ່າງ ປະເທດທີ່ມີລັກສະນະ ໄວ້ເນື້ອເຊື້ອໃຈ, ຊ່ວຍເຫລືອ ແລະ ຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ຍັງຕີລາຄາເຖິງ ຄວາມສຳຄັນຂອງການມາຢ້ຽມຢາມຄັ້ງນີ້ ເພາະວ່າຈະເປັນການຊຸກຍູ້ ການພັດ ທະນາຂອງສັງຄົມນິຍົມ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງສອງປະເທດ ໃນໄລຍະໄໝ່“.

ແຫຼ່ງຂ່າວ: ຊິວຫົວ ແລະ ຂປລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...