Homeຂ່າວຕ່າງປະເທດທຣັມ ຮຽກຮ້ອງໃຫ້ເກົາລີເໜືອມີການເຈລະຈາແລະ ເຮັດຂໍ້ຕົກລົງຮ່ວມກັນ

ທຣັມ ຮຽກຮ້ອງໃຫ້ເກົາລີເໜືອມີການເຈລະຈາແລະ ເຮັດຂໍ້ຕົກລົງຮ່ວມກັນ

Published on

ປະທານາທິບໍດີ ໂດນັລ ທຣັມ ກ່າວໃນລະຫວ່າງການເດີນທາງໄປຢ້ຽມຢາມເກົາຫຼີໃຕ້ ພ້ອມໃຊ້ກຳລັງເພື່ອຢຸດຢັ້ງການໂຈມຕີຂອງເກົາຫຼີເໜືອ ແຕ່ກໍ່ສະແດງຄວາມເປັນມິດດ້ວຍການຮຽກຮ້ອງໃຫ້ເກົາຫຼີເໜືອເຮັດຂໍຕົກລົງເພື່ອຢຸດຕິການປະທະກັນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 7 ພະຈິກ 2017 ວ່າ ປະທານາທິບໍດີ ໂດນັລ ທຣັມ ຂອງສະຫະລັດ ຖະແຫຼງລະຫວ່າງການໄປຢ້ຽມຢາມນະຄອນຫຼວງໂຊລ ຫຼັງຫາລືກັບປະທານາທິບໍດີມຸນ ແຈ-ອິນ ຂອງເກົາຫຼີໃຕ້ວ່າ ເຂົາພ້ອມທີ່ຈະສັ່ງໃຫ້ກອງກຳລັງທະຫານບຸກເຕັມທີ່ເພື່ອຈະຜະເດັດການເກົາຫຼີເໜືອບໍ່ໃຫ້ເປັນໄພຄຸກຄາມຕໍ່ຊີວິດຜູ້ຄົນອີກຫຼາຍລ້ານຊີວິດ ຢ່າງໃດກໍ່ຕາມ ຜູ້ນຳສະຫະລັດຍັງໄດ້ສະແດງຄວມເປັນມິດຫຼາຍຂື້ນກວ່າໄລຍະທີ່ຜ່ານມາ ໂດຍການຮຽກຮ້ອງໃຫ້ເກົາຫຼີເໜືອເຮັດໃນສິ່ງທີ່ຖືກຕ້ອງ ເກົາຫຼີເໜືອຄວນກັບມາສູ່ໂຕະເຈລະຈາ ແລະ ເຮັດຂໍ້ຕົກລົງ

 

ແຫລ່ງຂ່າວ: www.dailynews.co.th

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...