Homeນານາສາລະຄວາມເຊື່ອຂອງຄົນບູຮານກ່ຽວກັບໂຊກດີ ແລະ ລາງຮ້າຍ

ຄວາມເຊື່ອຂອງຄົນບູຮານກ່ຽວກັບໂຊກດີ ແລະ ລາງຮ້າຍ

Published on

ການດຳລົງຊີວິດຂອງຊາວລາວ ສ່ວນໃຫຍ່ມັກຈະສຳພັນກັບເລື່ອງຂອງຄວາມເຊື່ອທາງດ້ານໂຊກລາງ ຄວາມເຊື່ອນີ້ມີມາຕັ້ງແຕ່ບູຮານຮຸ່ນປູ່ຍ່າຕາຍາຍສືບຕໍ່ໆກັນມາ ມີທັງຄົນເຊື່ອຫຼາຍ ເຊື່ອໜ້ອຍ ແລະ ບໍ່ເຊື່ອເລີຍກໍ່ມີ ເພາະເລື່ອງແບບນີ້ມັນບໍ່ສາມາດອະທິບາຍໃນທາງວິທະຍາສາດໄດ້ ເນື່ອງຈາກວ່າມັນມີການພົວພັນທາງດ້ານຈິດໃຈ.

ໃນຫົວບົດຂອງຄວາມເຊື່ອ ມື້ນີ້ແອັດມິນຈະມາເວົ້າກ່ຽວກັບ ຄວາມເຊື່ອຂອງຄົນບູຮານກ່ຽວກັບໂຊກດີ ແລະ ລາງ ຮ້າຍ ມານຳສະເໜີໃຫ້ຜູ້ອ່ານໄດ້ຮູ້ຈັກໄປນຳກັນວ່າມີຫຍັງແນ່ ແຕ່ແອັດມິນຂໍບອກໄວ້ກ່ອນເລີຍວ່າ ນີ້ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ ເຮົາບໍ່ສາມາດຫ້າມຄວາມເຊື່ອນີ້ໄດ້ ແຕ່ສິ່ງທີ່ເຮົາເຮັດໄດ້ຄືຖ້າເຮົາບໍ່ເຊື່ອກໍ່ໃຫ້ອ່ານເພື່ອຄວາມບັນເທີງ ເທົ່ານັ້ນ ເພື່ອຈະບໍ່ເປັນການກະທົບຈິດໃຈຂອງຝ່າຍທີ່ເຊື່ອກ່ຽວກັບເລື່ອງແບບນີ້

ວ່າດ້ວຍເລື່ອງຄວາມເຊື່ອຂອງລາງຮ້າຍ

ຄວາມເຊື່ອງເລື່ອງໄກ່ປ່າ ກາ ບ່າງ ບິນມາຈັບເຮືອນໃດກໍ່ຈະກໍ່ໃຫ້ເກີດຄວາມເດືອດຮ້ອນ ຈົນອາດເຖິງຂັ້ນບ້ານແຕກເລີຍກໍ່ເປັນໄດ້

ງູ ຫຼື ນົກແສກເຂົ້າເຮືອນ ກໍ່ລ້ວນເປັນລາງຮ້າຍຈະນຳຄວາມເດືອດຮ້ອນມາສູ່ເຮືອນຄືກັນ

ການນຶ້ງເຂົ້າ ຫຼື ຫູງເຂົ້າສານ ເມື່ອສຸກມາເຂົ້າຂາວທີ່ເຄີຍນຶ້ງກິນທຸກມື້ກາຍເປັນສີເຫຼືອງ, ແດງ ຫຼື ດຳ ມີຄວາມເຊື່ອວ່າ ເຮືອນຊານຈະມີເລື່ອງເດືອດຮ້ອນເຂົ້າມາ ຄົນໃນເຮືອນຈະມີເຄາະໜັກສະລະພັດເລື່ອງ

ຖ້ານົກເຄົ້າຮ້ອງໃກ້ເຮືອນຫຼັງໃດແມ່ນບໍ່ດີ ສະແດງວ່ານົກມັນມາຮ້ອງເອົາຂວັນຂອງຄົນໃນເຮືອນ ຖ້ານົກຮ້ອງເຄົ້າຮ້ອງວົນວຽນໄປມາຫຼາຍຮອບສະແດງວ່າຈະມີຄົນຕາຍ

ນອກຈາກທີ່ກ່າວມາແລ້ວນັ້ນຍັງມີ: ຫາບຂອງໄມ້ຫາບຫັກ ຕຳແຈ່ວຄົກແຕກ ແມ່ນຈະເກີດເຫດການບໍ່ດີ ຫຼື ຈະເປັນກັບໂກ້ຮ້ອງ 6 ບາດບໍ່ດີຖ້າກັບໂກ້ໂຕໃດຮ້ອງພຽງ 6 ບາດເຖິງ 3 ຄັ້ງແມ່ນໃຫ້ຂ້າມັນຖິ້ມ ເພາະກັບໂກ້ໂຕນັ້ນກຳລັງນຳທາງສິ່ງຊົ່ວຮ້າຍເຂົ້າມາຫາເຮົາ

ໂຕຈີ່ຈ້ຽມຕົກມາໄຕ່ຕາມຕົວ ແມ່ນເຄາະເວນກຳກຳລັງເດີນທາງມາຮອດທ່ານແລ້ວ

ວ່າດ້ວຍເລື່ອງຄວາມເຊື່ອຂອງລາງດີ ຫຼື ໂຊກດີ

ກ້ວຍອອກປີຂ້າງຕົ້ນໃຫ້ເຮັດຂັນຮັບເອົາຈະເຮັດໃຫ້ເກີດໂຊກລາບແກ່ເຈົ້າຂອງ, ມີແມວມາຫາມີໝາຫຼົງມາຢູ່ນຳ ຖືເປັນນິມິດໝາຍອັນດີ, ງູເລືອຕັດໜ້າຜ່ານໄປໃຫ້ຖືວ່າຈະໄດ້ຮັບໂຊກໃຫ້ຮ້ອງຮັບເອົາ, ຖ້າດອກໂປຍຊຽນອອກດອກ 8 ດອກຈະໂຊກດີມີໂຊກລາບ.

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...