Homeເກັບຕົກ-ເລື່ອງແປກຝາແຝດຕ່າງພໍ່ແມ່ເກີດຂຶ້ນແລ້ວທ້ອງດຽວເດັກ 2 ຄົນ ແຕ່ພໍ່ແມ່ 4 ຄົນ

ຝາແຝດຕ່າງພໍ່ແມ່ເກີດຂຶ້ນແລ້ວທ້ອງດຽວເດັກ 2 ຄົນ ແຕ່ພໍ່ແມ່ 4 ຄົນ

Published on

ພີ່ນ້ອງທ້ອງດຽວກັນແຕ່ບໍ່ແມ່ນຝາແຝດເປັນປະກົດການມະຫັດສະຈັນທີ່ເກີດຂື້ນໄດ້ຍາກ ແຕ່ກໍ່ເກີດຂ້ນໄດ້ ຝາແຝດຕ່າງພໍ່ແມ່ໝາຍເຖິງເດັກ 2 ຄົນໃນທ້ອງດຽວກັນ ເລື່ອງນີ້ໄດ້ເກີດຂຶ້ນກັບຍິງຊາວອາເມລິກັນທີ່ຖືກພາຊ້ອນໃນເວລາດຽວກັນ ແລະ ເຮັດໃຫ້ມີເດັກໃນທ້ອງ 2 ຄົນ ແຕ່ມີພໍ່ແມ່ 4 ຄົ ໂດຍທີ່ນາງບໍ່ໄດ້ຕັ້ງໃຈ

ຫຼັງຈາກທີ່ Jessica Allen ຍິງໄວອາຍຸ 31 ປີ ຊາວແຄລິຟໍເນຍ ນາງຕັດສິນໃຈຮັບຖືພາແທນຄົນອື່ນ ເພື່ອຊ່ວຍແມ່ຍິງທີ່ຖືພາຍາກ ແລະ ເມື່ອເດືອນ ເມສາ 2016 ທີ່ຜ່ານມາ ນາງໄດ້ຕົກລົງຖືພາໃຫ້ກັບຄຼ້ຜົວເມຍຊາວຈີນ ດ້ວຍຄ່າຈ້າງ 30,000 ໂດລາ ນາງໄດ້ຮັບການເຮັດເດັກຫຼອດແກ້ວ ແລະ ການຝັງຕົວອ່ອນສຳເລັດດ້ວຍດີ ການຖືພາເປັນໄປຕາມປົກກະຕິ ຈົນເມື່ອກ້າວເຂົ້າອາທິດທີ 6 ລະຫວ່າງທີ່ນາງໄປອັລຕຣາຊາວຕາມປົກກະຕິແພດໄດ້ລະບຸວ່າທ້ອງຂອງນາງມີເດັກນ້ອຍ 2 ຄົນ

ໃນເວລານັ້ນທຸກຄົນຄິດວ່າເປັນເດັກຝາແຝດ ແລະ ຜ່ານໄປຫຼາຍອາທິດຫຼັງຈາກເກີດລູກຜົນກວດ DNA ໄດ້ຢືນຢັນວ່າເດັກນ້ອຍຄົນທີ່ໜຶ່ງມີຢີນສອດຄ້ອງກັບຄູ່ຜົວເມຍຊາວຈີນ ແລະ ເດັກຄົນທີສອງມີຢີນສອດຄ້ອງກັບນາງ ແລະ ຜົວຂອງນາງ

ບໍ່ມີໃຜຄິດຈະເປັນ Superfetation ເຊິ່ງປະກົດການນີ້ບໍ່ມັກເກີດຂຶ້ນກັບມະນຸດ ເປັນກໍລະນີທີ່ຜູ້ຍິງຍັງມີການຕົກໄຂ່ເພີ່ມອີກຫຼັງຈາກທີ່ຖືພາແລ້ວ ແລະ ສາມາດຖືພາທີສອງໄດ້ອີກ ເຊິ່ງກໍລະນີແບບນີ້ເກີດຂຶ້ນກັບມະນຸດໜ້ອຍຫຼາຍ ເຄີຍມີລາຍງານທາງການແພດພຽງ 10 ກໍລະນີເທົ່ານັ້ນ ແຕ່ສຳລັບສັດຖືເປັນເລື່ອງປົກກະຕິ

ຫຼັງການຕໍ່ສູ້າງກົດໝາຍໃນໄລຍະໜຶ່ງ ໃນທີ່ສຸດ  Allen ແລະ Jasper ກໍ່ໄດ້ຮັບສິດໃນການດູແລລູກຂອງພວກເຂົາເມື່ອເດືອນກຸມພາ 2017 ເຊິ່ງຕອນນີ້ເດັກນ້ອຍຄົນນັ້ນຊື່ວ່າ Malachi ມີອາຍຸໄດ້ 10 ເດືອນແລ້ວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...