Homeຂ່າວພາຍ​ໃນລົດຕິດແຮງ ໃນວັນແຫ່ງສັດທາ

ລົດຕິດແຮງ ໃນວັນແຫ່ງສັດທາ

Published on

ຕອນເຊົ້າມື້ຂຶ້ນ 15 ເດືອນ 12 ກົງກັບວັນທີ 3 ພະຈິກ 2017 ທົ່ວທຸກທ້ອງຖະໜົນທີ່ມົ່ງໜ້າໄປທາດຫຼວງ ອັ່ງອໍໄປດ້ວຍລົດລາພະຫະ ສ່ອງແສງໃຫ້ເຫັນ 2 ທາງຂອງຄວາມຈະເລີນ ຄືຈະເລີນທາງດ້ານວັດຖຸແລະຈະເລີນທາງດ້ານຈິດໃຈ.

ຂະບວນແຫ່ຜາສາດເຜີ້ງນະມັດສະການພະທາດຫຼວງ. ຮູບ: ບຸນທິນ ນິລະໄຊ
ຂະບວນແຫ່ຜາສາດເຜີ້ງນະມັດສະການພະທາດຫຼວງ. ຮູບ: ບຸນທິນ ນິລະໄຊ

ເປັນປະຈຳທຸກໆ ປີ ເມື່ອຮອດມື້ ຂຶ້ນ 14 ຄໍ່າເດືອນ 12 ຕອນບ່າຍແກ່ໆ ປະຊາຊົນລາວທົ່ວປະເທດ ໂດຍສະເພາະແມ່ນຊາວນະຄອນຫຼວງວຽງຈັນ ຈະພ້ອມກັນແຕ່ງຊຸດລາວ ນຸ່ງເຄື່ອງໄໝບ່ຽງແພ ແລະຖືຜາສາດເຜີ້ງ, ຕົ້ນກັນລະພຶກ ຫຼືຂັນໝາກເບັງ ຍ່າງເຂົ້າສູ່ເດິ່ນພະທາດຫຼວງ ໂດຍບໍ່ໄດ້ມີນັດໝາຍຫຼືຈັດຕັ້ງກັນ ແຕ່ລະຄົນແມ່ນມາດ້ວຍສັດທາ ທຸກຄົນສາມາດເຂົ້າຮ່ວມໄດ້ ຈະນ້ອຍ ໃຫຍ່ ທຸກຍາກ ຫຼືລໍ່າລວຍ ງານນີ້ສະເໝີພາບ ເສລີພາບ. ມື້ນີ້ແມ່ນເພິ່ນໄປແຫ່ຜາສາດເຜີ້ງ ເພື່ອເຂົ້າບູຊາຫຼືນະມັດສະການພະທາດຫຼວງ ເຊິ່ງເປັນມິ່ງຂວັນຂອງຄົນລາວທັງສອງຟາກຝັ່ງແມ່ນໍ້າຂອງ ກໍຄືຂອບເຂດຂອງອານາຈັກລາວລ້ານຊ້າງໃນເມື່ອກ່ອນ.

ຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ເດືອນ 12 ຊາວພຸດທົ່ວທຸກສາລະທິດ ພ້ອມກັນກະກຽມເຄື່ອງພັດຕາຫານ ມຸ່ງໜ້າສູ່ເດິ່ນພະທາດຫຼວງອີກເທື່ອໜຶ່ງ ເພື່ອປ່ອນບາດ ອຸທິດສ່ວນກຸສົນແດ່ ບຸບພະກາລີຊົນ ທີ່ລ່ວງລັບໄປແລ້ວ ລວມທັງເຜດຜີແລະເຈົ້າກຳນາຍເວນ, ສ້າງເສີມບາລະມີໄວ້ໃນພົບຊາດຕໍ່ໄປ.

ສັດທາຄົນລາວຍັງເລື່ອມໃສ ຕໍ່ອົງພະທາດຫຼວງ ມິ່ງຂວັນຂອງຊົນຊາດລາວ. ຮູບ: ເສດຖະກິດ-ການຄ້າ

ຕອນຄໍ່າແລງຂອງມື້ຂຶ້ນ 15 ຄໍ່າ ເດືອນ 12 ຜູ້ຄົນທີ່ມີຈິດສັດທາ ຍັງເດິນທາງກັບໄປຍັງເດິ່ນພະທາດຫຼວງອີກບາດໜຶ່ງ ເພື່ອເຮັດພິທີວຽນທຽນອ້ອມພະທາດຫຼວງ ບູຊາພະທາດຫຼວງ ລະນຶກເຖິງອົງສຳມາສຳພຸດທະເຈົ້າ.

ການເດິນທາງເຂົ້າສູ່ເດິ່ນພະທາດຫຼວງໃນມື້ບຸນ ນັບມື້ອັ່ງອໍໄປດ້ວຍລົດລາງພາຫະນະ ນັ້ນສະແດງໃຫ້ເຫັນວ່າ ສະພາບເສດຖະກິດຫຼືຊີວິດເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາ.

ຮູບລົດຕິດໃນມື້ໃສ່ບາດບຸນນະມັດສະການພະທາດຫຼວງ. ຮູບ: ບຸນທິນ ນິລະໄຊ
ຮູບລົດຕິດໃນມື້ໃສ່ບາດບຸນນະມັດສະການພະທາດຫຼວງ. ຮູບ: ບຸນທິນ ນິລະໄຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...