Homeຂ່າວຕ່າງປະເທດອຸໂມງຖານທົດສອບນິວເຄຣຍເກົາຫຼີເໜືອຖະລົ່ມຄາດຄົນງານເສຍຊີວິດຫຼາຍກວ່າ 200 ຄົນ

ອຸໂມງຖານທົດສອບນິວເຄຣຍເກົາຫຼີເໜືອຖະລົ່ມຄາດຄົນງານເສຍຊີວິດຫຼາຍກວ່າ 200 ຄົນ

Published on

ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 31 ຕຸລາວ່າ ສະຖານີໂທລະພາບອາຊາຮີຍີ່ປຸ່ນ ລາຍງານເມື່ອວັນອັງຄານ ໂດຍອ້າງແຫຼ່ງຂ່າວທີ່ໃກ້ຊິດກັບເຫດການ ແຕ່ບໍ່ຂໍເປີດເຜີຍຊື່ ວ່າ ມີຄົນງານເສຍຊີວິດປະມານ 100 ຄົນຈາກການພັງຖະລົ່ມຂອງອຸໂມງຄັ້ງທຳອິດ ໃນສະຖານີທົດສອບນິວເຄຣຍປຸງເຍ-ຣີ ທາງພາກຕະເວັນອອກສຽງເໜືອຂອງເກົາຫຼີເໜືອ ເມື່ອປະມານວັນທີ 10 ກັນຍາ ທີ່ຜ່ານມາ

ການພັງຖະລົ່ມຂອງອຸໂມງຄັ້ງທີ 2 ເກີດຂຶ້ນໃນລະຫວ່າງປະຕິບັດການກູ້ໄພ ເຊິ່ງມີຄວາມເປັນໄປໄດ້ວ່າຕົວເລກຜູ້ເສຍຊີວິດທັງໝົດອາດເກີນ 200 ຄົນ

ກຸ່ມຜູ້ຊ່ຽວຊານກ່າວວ່າ ແຮງສະເມືອນ ແລະ ດິນຖະລົ່ມຫຼາຍເທື່ອ ໃນບໍລິເວນໃກ້ຖານທົດສອບນິວເຄຣຍ ອາດໝາຍຖືງການທົດສອບຄັ້ງທີ 6 ເຊິ່ງເກີດການລະເບີດຮຸນແຮງທີ່ສຸດ ເມື່ອວັນທີ 3 ກັນຍາທີ່ຜ່ານມາ ມັນໄດ້ທຳລາຍຄວາມໝັ້ນຄົງຂອງພື້ນທີ່ ແລະ ຖານປຸງເຍ-ຣີ ອາດບໍ່ສາມາດໃຊ້ເປັນສະຖານທີ່ທົດສອບນິວເຄຣຍໄດ້ອີກຕໍ່ໄປ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...