Homeນານາສາລະ4 ພຶດຕິກຳທີ່ເຮັດໃຫ້ທ່ານເປັນໜີ້ຖ້ວມຫົວ

4 ພຶດຕິກຳທີ່ເຮັດໃຫ້ທ່ານເປັນໜີ້ຖ້ວມຫົວ

Published on

ເວົ້າເລື່ອງລາຍຈ່າຍ ແລະ ໜີ້ສິນ ເວົ້າຂຶ້ນມາແລ້ວເຮັດໃຫ້ຫຼາຍຄົນເຈັບເສັ້ນຄິດບໍ່ຕົກ ສາເຫດຂອງການເປັນໜີ້ຫຼັກໆແມ່ນມາຈາກການຈ່າຍເງິນເກີນຕົວ ໂດຍບໍ່ມີການສົມທຽບເບິ່ງລາຍຮັບຂອງຕົວເອງ ແລະ ແຫຼ່ງທີ່ມາຂອງເງິນທີ່ຕົນມີຢູ່ກ່ອນ ໃນຄໍລຳ ສາລະໜ້າຮູ້ນີ້ ເຮົາຈະມາຮູ້ຈັກ ກັບພຶດຕິກຳທີ່ເຮັດໃຫ້ທ່ານກາຍເປັນຄົນທີ່ມີແຕ່ໜີ້ ຫຼື ໜີ້ຖ້ວມຫົວ

  1. ຫ້າມພຶດຕິກຳການໃຊ້ຈ່າຍເງິນຂອງຕົນເອງບໍ່ໄດ້ ແລ່ນນຳວັດຖຸນິຍົມ/ສັງຄົມຫຼາຍຈົນກາຍເປັນໜີ້ຢາກໄດ້ຫຍັງແມ່ນຕ້ອງໃຫ້ໄດ້ທັນໃຈເຖິງຈະເປັນໜີ້ກໍ່ຕາມ
  2. ຊຳລະໜີ້ເກົ່າບໍ່ໝົດ ກໍ່ຫາສ້າງໜີ້ກ້ອນໃໝ່ຂຶ້ນມາອີກ
  3. ເປັນຄົນໃຈກວ້າງໃຈອ່ອນບໍ່ມີຂອບເຂດຂາດການພິຈາລະນາຮອບຄອບໄປຢືນຢັນຄ້ຳປະກັນໃຫ້ຜູ້ອື່ນສຸດທ້າຍມາຕົນເອງຮັບໃຊ້ໜີ້
  4. ຕິດການພະນັນທຸກຊະນິດ ເງິນບໍ່ມີກໍ່ຕິດໜີ້ຫຼິ້ນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...