spot_img
Homeຂ່າວທ້ອງຖິ່ນ​ລາຍ​ຊື່ຜູ້​ແທນ​ຕ່າງ​ປະເທດທັງໝົດ​ 42 ປະເທດ​ທີ່​ຈະເຂົ້າຮ່ວມ​ພະ​ລາຊະ​ພິທີ​ພະບໍຣົມມະສົບ

​ລາຍ​ຊື່ຜູ້​ແທນ​ຕ່າງ​ປະເທດທັງໝົດ​ 42 ປະເທດ​ທີ່​ຈະເຂົ້າຮ່ວມ​ພະ​ລາຊະ​ພິທີ​ພະບໍຣົມມະສົບ

Published on

ກະຊວງ​ການ​ຕ່າງ​ປະເທດ​ຂອງລາຊະອານາຈັກໄທ ໄດ້​ເປີດ​ເຜີຍ​ລາຍ​ລະອຽດ​ລາຍ​ຊື່ຜູ້​ແທນ​ຕ່າງ​ປະເທດ​ທີ່​ຈະເຂົ້າຮ່ວມ​ພະ​ລາຊະ​ພິທີ​ພະບໍຣົມມະສົບ​ ປະກອບ​ດ້ວຍ​ຜູ້​ນຳ ​ແລະ ​ປະ​ມຸກ​ຂອງ​ແຕ່​ລະ​ປະເທດ​ ຕະຫຼອດ​ຈົນ​ຜູ້​ແທນ​ພະອົງ ຫຼື ​ຜູ້​ແທນ​ພິເສດ​ຂອງ​ປະເທດ​ຕ່າງ​ໆ​ ທີ່​ສະເດັດ​ພະ​ລາຊະ​ດຳ​ເນີນ​ ແລະ ​ເດີນທາງ​ມາ​ຮ່ວມ​ງານ​ພະ​ຣາຊະ​ພິທີຖວາຍ​ພະ​ເພີງ​ພະບໍຣົມມະສົບ​ພະ​ບາດ​ສົມ​ເດັດ​ພະປໍຣະມົນທະຣະມະຫາ​ພູ​ມິພົນ​ດຸນ​ລະ​ຍະເດດ​ ບໍຣົມມະ​ນາດຊ​ະບໍ​ພິດ​ ໃນ​ວັນທີ​ 26 ຕຸລາ​ 2017 ນີ້. ໜຶ່ງໃນນັ້ນ ກໍມີຊື່ຂອງ ທ່ານ ບຸນຍັງ ວໍລະຈິດ ແລະ ພັນລະຍາ ພ້ອມດ້ວຍຜູ້ນຳຈາກປະເທດອື່ນໆອີກ 41 ປະເທດ.

ນາງສາວ ​ບຸດສະ​ດີ​ ສັນ​ຕິ​ພິ​ທັກ​ ຫົວໜ້າກ​ົມ​ສາລະ​ນິ​ເທດ ​ແລະ ​ໂຄສົກກ​ະ​ຊວງ​ການ​ຕ່າງ​ປະເທດ​ ເປີດ​ເຜີຍ​ວ່າ​ ຂະນະ​ນີ້​ມີ​ຜູ້​ນຳ​ ແລະ ​ຜູ້​ແທນ​ຕ່າງ​ປະເທດ​ ລວມທັງໝົດ​ 42 ປະເທດ​ ຢືນຢັນ​ເຂົ້າ​ຮ່ວມ​ງານ​ພະ​ລາຊະ​ພິທີ​ແລ້ວ​ ເຊິ່ງປະກອບ​ດ້ວຍ​:

ພະ​ປະ​ມຸກ,​ ປະ​ມຸກ​ ແລະ​ພະ​ລາຊະ​ວົງ​ ທັງຫມົດ​ 24 ປະເທດ​ ໄດ້​ແກ່​:
1. ສົມ​ເດັດ​ພະ​ລາຊາ​ທິບ​ໍດີ​ ແລະ ​ສົມ​ເດັດ​ພະລາຊິນີ​ແຫ່ງ​ເລ​ໂຊ​ໂທ​
2. ສົມ​ເດັດ​ພະ​ລາຊາ​ທິບໍ​ດີ ​ແລະ ​ສົມ​ເດັດ​ພະລາຊິນີ​ແຫ່ງ​ພູ​ຕານ​
3. ສົມ​ເດັດ​ພະ​ລາຊາ​ທິບໍ​ດີ ​ແລະ ​ສົມ​ເດັດ​ພະລາຊິນີ​ແຫ່ງ​ຕອງ​ກາ​
4. ທ່ານ ​ຕິນ​ ຈໍ່​ ປະ​ທາ​ນາ​ທິບໍ​ດີ​ມຽນ​ມາ​ ແລະ​ ພັນລະຍາ​
5. ທ່ານ ​ບຸນ​ຍັງ​ ວໍ​ລະ​ຈິດ​ ປະ​ທານ​ປະເທດ​ ແຫ່ງ​ ສບປປ ລາວ ​ແລະ ​ພັນລະຍາ​
6. ນາງ​ ຮາ​ລິມ​ ຢາ​ຄັອບ​ ປະ​ທາ​ນາ​ທິບ​ໍດີ​ສິງ​ກະ​ໂປ​ ແລະ​ຄູ່ສົມລົດ​
7. ສົມ​ເດັດ​ພະລາຊິນີ​ ຊິນ​ເວຍ ​ແຫ່ງ​ສະ​ວີ​ເດນ​
8. ສົມ​ເດັດ ​ພະລາຊິນີ​ ແມັກ​ຊິ​ມາ ​ແຫ່ງ​ເນ​ເທີ​ແລນ​
9. ສົມ​ເດັດ​ພະລາຊິນີ​ ມາ​ທິນ​ ​ແຫ່ງ​ເບວ​ຢຽມ​
10. ສົມ​ເດັດ​ພະລາຊິນີ​ ໂຊ​ເຟຍ ​ແຫ່ງ​ສະ​ເປນ​
11. ທ່ານ ​ປີ​ເຕີ​​ ຄອສໂກຣ​ບ ຜູ້​ສຳ​ເລັດ​ລາຊະການ​ແທນ​ພະອົງ​​ ແຫ່ງ​ອົດສະ​ຕຣາລີ ​ແລະ ​ພັນລະຍາ​
12. ມາ​ດາມ ​ຈູ​ລີ​ ພາ​ແຢັດ​ ຜູ້​ສຳ​ເລັດລາຊະ​ການ​ແທນ​ພະອົງ​​ ແຫ່ງ​ກາ​ນາ​ດາ​
13. ນາງ ​ເມ​ກາ​ວາ​ຕີ​ ຊູ​ກາ​ໂນ​ບຸດຕ​ຣີ​ ອະ​ດີດ​ປະ​ທາ​ນາ​ທິບໍ​ດີ​ອິນ​ໂດເ​ນ​ເຊຍ​
14. ທ່ານ ​ໂຈ​ເຊ​ບ​ ໄດ​​ ອະ​ດີດ​ປະທານາທິບໍດິ​ແຫ່ງ​ສະ​ມາ​ພັນ​ທະລັດ​ສະ​ວິດ​
15. ທ່ານ ​ຄຣິດສະຕຽນ​ ວູ​ບ​ ອະ​ດີດ​ປະທານາທິບໍດິສ​ຫະ​ພັນ​ສາທາລະນະ​ລັດ​ ເຢຍລະມັນ​
16. ເຈົ້າ​ຊາຍ ​ຄໍ​ລິ​ຟະ​ ບິນ​ ຊັນ​ມານ​ ອັນ​ ຄໍ​ລິ​ຟະ​ ນາຍົກ​ລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ບາ​ເຣນ​
17. ມ​ົງກຸດ​ລາຊະ​ກຸ​ມານ ​ເຟຣເດີ​ຣິກ ​ແຫ່ງ​ເດນ​ມາ​ກ​
18. ມົງ​ກຸດ​ລາຊະ​ກຸ​ມານ​ ຮາກ​ອນ​ ແມັກ​ນຸດ​ ແຫ່ງ​ນໍ​ເວ​
19. ແກຣນ​ດະ​ຢຸກ​ ກີ​ໂຢມ​ ຊອງ​ ໂຈ​ເຊບ​ ມາ​ຣີ​ ລັດຊະທາຍາດ​ແຫ່ງ​ລຸກຊຳບວກ​
20. ຮອງ​ສົມ​ເດັດ​ພະ​ລາຊາ​ທິບ​ໍດີ​ແຫ່ງ​ມາ​ເລ​ເຊຍ ​ແລະ ​ຊຸນ​ຕານ​ແຫ່ງ​ລັດ​ເປຣະ​ ແລະ ​ພະ​ຊາຍາ​
21. ເຈົ້າ​ຊາຍ​ແອນ​ດ​ຣູ​ ດ​ະຢຸກ​ແຫ່ງ​ຢອກ​ ແຫ່ງ​ສະ​ຫະລາຊະ​ອານາຈັກ​
22. ເຈົ້າ​ຊາຍ​ອະ​ກິ​ຊິ​ໂນະ​ ແລະ ​ພະ​ຊາ​ຢາ​ ແຫ່ງ​ຍີ່​ປຸ່ນ​
23. ເຈົ້າ​ຊາຍ​ທາ​ນີ​ ບິນ​ ຮາ​ໝັດ​ ບິນ​ ຄາ​ລິ​ຟາ​ ອັນ​-ທາ​ນີ​ ພະ​ອ​ະນຸ​ຊາ​ຂອງ​ເຈົ້າ​ຜູ້​ຄອງ​ລັດ​ແຫ່ງ​ກາ​ຕາ​
24. ເຈົ້າ​ຊາວ​ມາ​​ກາ​ເຣ​ຕາ​ ແຫ່ງ​ລິກ​ເຕນ​ສະຕາຍ

ຮອງ​ປະ​ມຸກ​, ຫົວ​ໜ້າ​ລັດຖະບານ​ ແລະ​ ຜູ້​ແທນ​ພິເສດ​ ລວມທັງໝົດ​ 18 ປະເທດ:​
25. ນາງ​ ດັ່ງ​ ທິ​ ງັອກ​ ທິນ​ ຮອງ​ປະທານປະເທດຫວຽດ​ນາມ​
26. ທ່ານ ​ຮຸນ​ ເຊນ​ ນາຍົກ​ລັດຖະມົນຕີ​ກຳປູເຈຍ​
27. ທ່ານ ​ບາ​​ນາ​ບາດ​ ຊິ​ບູ​ຊິ​ໂວ​ ດ​ຼາ​ມິ​ນີ​ ນາຍົກ​ລັດຖະມົນຕີ​ສະວາ​ຊິ​ແລນ​
28. ທ່ານ ​ເຈມ​​ ໂບນ​ເຈີ​ ອະ​ດີດນາຍົກ​ລັດຖະມົນຕີ​ແຫ່ງ​ນິວ​ຊີ​ແລນ​
29. ທ່ານ ​ຊອງ​-ມາ​ກ​ ອາຍ​ໂຣນ​ ອ​ະດີດ​ນາຍົກ​ລັດຖະມົນຕີ​ຝ​ຣັ່ງ​ ແລະ​ ພັນລະຍາ​
30. ທ່ານ ​ຈາງ​ ເກົາ​ລີ່​ ຮອງນາຍົກ​ລັດຖະມົນຕີ​ຈີນ​
31. ທ່ານ ​ຟີກ​ຣີ​ ອຶດ​ຊຶກ​ ຮອງ​ນາຍົກ​ລັດຖະມົນຕີ​ແຫ່ງ​ຕວກກີ​
32. ທ່ານ ​ພັກ​ ຈູ​ຊຸນ​ ຮອງ​ປະ​ທານລັດຖະ​ສະພາ​ແຫ່ງ​ສາທາລະນະ​ລັດ​ເກົາ​ຫຼີ​
33. ນາງ ​ໂອນ​ກາ​ ອີ​ພິ​ຟາ​ໂນ​ວາ​ ຮອງ​ປະ​ທານ​ສະພາ​ດູ​ມາ​ ແຫ່ງ​ລັດ​ເຊຍ​
34. ທ່ານ ​ລິມ​ ຈັອກ​ ເສັງ​ ລັດຖະ​ມົນ​ຕີ​ປະຈຳ​ສຳ​ນັກ​ງານນາຍົກ​ລັດຖະມົນຕີ​ ແລະ ​ລັດຖະ​ມົນ​ຕ​ີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະເທດ ​ແລະ ​ການ​ຄ້າ​ ຄົົນທີ 2 ແຫ່ງ​ບ​ຣູ​ໄນ​
35. ທ່ານ ​ເຈມ​​ ແມັດ​ຕິສ ລັດຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງກັນປະເທດ​ແຫ່ງ​ສະ​ຫະລັດ​ອາເມ​ລິ​ກາ​
36. ທ່ານ ​ອະ​ລັນ​ ປີ​ເຕີ​ ແຄ​ເຢ​ຕາ​ໂນ​ ລັດຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະເທດ​ຟິ​ລິບ​ປິນ​ ແລະ ​ພັນລະຍາ​
37. ທ່ານ ​ທິ​ລັກ​ ມາ​ຣາ​ພາ​ນາ​ ລັດຖະມົນ​​ຕ​ີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະເທດ​ ແລະ ​ກະ​ຊວງ​ນະໂຍບາຍ ​ແລະ ​ແຜນການ​ສີ​ລັງ​ກາ​ ແລະ ​ພັນລະຍາ​
38. ທ່ານ ​ພິມ​ເສນ​ ດາດ​ ປຣາ​ທານ​ ລັດຖະ​ມົນ​ຕີ​ວ່າ​ການ​ກະຊວງປ້ອງກັນປະເທດ​ ແຫ່ງ​ເນ​ປານ ​ແລະ ​ພັນລະຍາ​
39. ທ່ານ ​ອະວາ​ອິສ​ ອາ​ເໝັດ​ ຄານ​ ເລ​ກາ​ຣີ​ ລັດຖະມົນຕີ​ວ່າ​ການ​ກະຊວງ​ພະລັງ​ງານ​ປາ​ກີສະ​ຖານ​
40. ທ່ານ ​ໂມ​ຮັມ​ເໝັດ​ ຊາ​​ຣິ​ອະ​ ອະ​ລາມ​ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງ​ປະເທດ​ ແຫ່ງ​ບັງ​ກລາ​ເທດ​
41. ທ່ານ ​ ເອັມ.​ເຈ.​ ອັກ​ບາ​​ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງ​ປະເທດ​ ອິນ​ເດຍ​
42. ອາ​ກ​ບິຊອບ​ ກິ​ອຳ​ບັດ​ຕິສ​ຕາ​ ດີກຄວັ​ດໂຕຣ​ ເອກ​ອັກ​ຄະຣະສະມະນະ​ທູດ​ ນະຄອນ​ລັດ​ວາ​ຕິ​ກັນ ​ປະຈຳ​ສາທາລະນະ​ລັດ​ອິນ​ເດຍ ​ແລະ ​ສະ​ຫະ​ພັນ​ສາທາລະນະ​ລັດ​ປະ​ຊາ​ທິປະໄຕ​ເນ​ປານ​

 

ແຫລ່ງຂ່າວ: ມ່ວນສະນຸກ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...