Homeຂ່າວຕ່າງປະເທດພູເຂົາໄຟ ທາວູວູ ລະເບີດໃນປາປົວນິວກີນີ ປະຊາຊົນໃນລັດສະໝີ 1 ກິໂລແມັດ ຕ້ອງໄດ້ອົບພະຍົບ

ພູເຂົາໄຟ ທາວູວູ ລະເບີດໃນປາປົວນິວກີນີ ປະຊາຊົນໃນລັດສະໝີ 1 ກິໂລແມັດ ຕ້ອງໄດ້ອົບພະຍົບ

Published on

 

ເມື່ອວັນທີ 29 ສິງຫາ 2014 ຜ່ານມານີ້ ເວັບຂ່າວຂອງຕ່າງປະເທດລາຍງານວ່າ ພູເຂົາໄຟ ທາວູວູ ໃນປາປົວນິວກີນີ

ໄດ້ລະເບີດພົ່ນເຖົ່າຖ່ານຂຶ້ນສູ່ເທິງຟ້າໄກຫຼາຍຮ້ອຍແມັດ ເຮັດໃຫ້ປະຊາຊົນຕ້ອງອົບພະຍົບອອກຈາກຊຸມຊົນໃກ້ຄຽງ

ສ່ຽງຢ້ານເກີດອັນຕະລາຍຈາກພູເຂົາໄຟລະເບີດດັ່ງກ່າວ.

 

ທາງການເມືອງ  ຣາບວນ ເຊິ່ງເປັນທີ່ຕັ້ງຂອງພູເຂົາໄຟ ທາວູວູ ໄດ້ເປີດເຜີຍວ່າ ການລະເບີດຂອງພູເຂົາໄຟໃນຄັ້ງນີ້

ເກີດຂຶ້ນເມື່ອເວລາປະມານ 03:00 – 04:00 ໂມງ ຂອງວັນທີ 29 ສິງຫາ 2014 ນີ້ ໂດຍການລະເບີດນັ້ນເປັນໄປຢ່າງ

ຊ້າໆ ແລະ ໄດ້ຍິນສຽງລະເບີດດັງອອກມາເປັນໄລຍະ ເຊິ່ງດັງພໍທີ່ຈະເຮັດໃຫ້ກະຈົກເຮືອນຊານຂອງປະຊາຊົນສັ່ນສະ

ເທືອນໄດ້ ໃນຂະນະທີ່ພູເຂົາໄຟກໍໄດ້ພົ່ນເຖົ່າຖ່ານຂຶ້ນສູ່ເທິງຟ້າໄປໄກຫຼາຍຮ້ອຍແມັດ ໂດຍມີລາວາໄຫຼອອກມາຈາກ

ປາກປ່ອງພູເຂົາໄຟອີກດ້ວຍ.

 

557000010220701

 

ຈາກເຫດການດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນທີ່ອາໄສຢູ່ໃກ້ກັບພູເຂົາໄຟ ພາຍໃນລັດສະໝີ 1 ກິໂລແມັດ ຕ້ອງໄດ້ອົບ

ພະຍົບອອກຈາກທີ່ຢູ່ອາໄສ ແຕ່ບໍ່ໄດ້ລະບຸວ່າ ເປັນຄຳສັ່ງຂອງທາງການ ຫຼື ບໍ່ ໃນຂະນະທີ່ພື້ນທີ່ທີ່ຫ່າງອອກມານັ້ນ

ເປັນຕົ້ນໂຮງຮຽນ, ຮ້ານຄ້າຕ່າງໆ ກໍໄດ້ທຳການປິດບໍລິການ.

 

ສຳລັບພູເຂົາໄຟ ທາວູວູ ແຫ່ງນີ້ ເປັນພູເຂົາໄຟທີ່ລະເບີດຫຼາຍທີ່ສຸດໃນແຖບພື້ນທີ່ດັ່ງກ່າວ ໂດຍນັບຕັ້ງແຕ່ລະເບີດ

ຄັ້ງໃຫຍ່ໃນປີ 1994 ພູເຂົາໄຟລູກນີ້ ກໍເລີ່ມລະເບີດອີກຢ່າງຕໍ່ເນື່ອງ ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ ແລະ ກ່ອນ

ທີ່ຈະມາລະເບີດອີກໃນເທື່ອນີ້ ເມື່ອຊ່ວງຕົ້ນປີ 2013 ທີ່ຜ່ານມາ ກໍໄດ້ລະເບີດອີກເທື່ອໜຶ່ງແລ້ວ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...