Homeຂ່າວຕ່າງປະເທດດູເຕີເຕສະຫຼອງປົດປ່ອຍເມືອງມາຣາວີ ແຕ່ກອງທັບບອກຍັງປົດປ່ອຍບໍ່ໄດ້ 100%

ດູເຕີເຕສະຫຼອງປົດປ່ອຍເມືອງມາຣາວີ ແຕ່ກອງທັບບອກຍັງປົດປ່ອຍບໍ່ໄດ້ 100%

Published on

ເອເອຟພີລາຍງານເມື່ອວັນທີ 17 ຕຸລາ ວ່າ ທ່ານ ໂຣຣິໂກ ດູເຕີເຕ ປະທານາທິບໍດີ ຟຶລິບປຶນ ນຳທະຫານສະຫຼອງໄຊທ່າມກາງສາຍຝົນໃນເມືອງ ມາຣາວີ ເພື່ອປະກາດສັນຍານວ່າປົກປ່ອຍເມືອງນີ້ຈາກຜູ້ກໍ່ການຮ້າຍໄດ້ແລ້ວ ເຖິງແມ່ນວ່າທະຫານຈະລະບຸວ່າການສູ້ຮົບລະຫວ່າງລັດຖະບານກັບກຸ່ມກໍ່ການຮ້າຍທີ່ດຳເນີນມາກວ່າ 5 ເດືອນຍັງບໍ່ສຳເລັດລົງ 100% ເພາະຍັງຕ້ອງໄປຊ່ວຍເຫຼືອຕົວປະກັນປະມານ 20 ຄົນ ຈາກນັກຮົບທີ່ເຫຼືອຢູ່ປະມານ 20-30 ຄົນ

ທ່ານ ດູດຕີເຕກ່າວ “ທ່ານຍິງ ແລະ ທ່ານຊາຍ ຂ້ອຍຂໍປະກາດວ່າເມືອງມາຣາວີເປັນອິດສະຫຼະຈາກການຮຸກຮານຂອງກຸ່ມກໍ່ການຮ້າຍແລ້ວ ເຊິ່ງເປັນຈຸດເລີ່ມຕົ້ນຂອງການຟື້ນຟູເມືອງໃຫ້ຄືນສູ່ສະພາບເດີມ”

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...