Homeຂ່າວທ້ອງຖິ່ນພົບພຣະພຸດທະຮູບທອງສຳຣິດ ຈຳນວນ 4 ອົງທີ່ວັດບ້ານຖ້ຳ ແຂວງຊຽງຂວາງ

ພົບພຣະພຸດທະຮູບທອງສຳຣິດ ຈຳນວນ 4 ອົງທີ່ວັດບ້ານຖ້ຳ ແຂວງຊຽງຂວາງ

Published on

ເມື່ອເວລາ 10:00 ໂມງ ຂອງວັນທີ 17 ຕຸລາ 2017 ໄດ້ມີການຄົ້ນພົບພຣະພຸດທະຮູບທອງສຳຣິດ ຈຳນວນ 4 ອົງ ( ມີ 3 ອົງໃຫຍ່ ແລະ 1 ອົງນ້ອຍ) ທີ່ວັດບ້ານຖ້ຳ ເມືອງຄູນ ແຂວງ ຊຽງຂວາງ ແຕ່ບໍ່ມີລາຍລັກອັກສອນໃດໆບັນທຶກໄວ້ວ່າພຣະພຸດທະຮູປດັ່ງກ່າວນີ້ສ້າງຂຶ້ນໃນປີໃດ.

ທາງຄະນະບ້ານໄດ້ລົງມາກວດກາ ແລະ ບັນທຶກເປັນຫລັກຖານໄວ້ ພ້ອມທັງເກັບຮັກສາພຣະພຸດທະຮູບທັງ 4 ອົງໄວ້ທີ່ ວັດບ້ານຖ້ຳເພື່ອໃຫ້ຊາວບ້ານ ແລະ ຊາວພຸດທັງຫລາຍໄດ້ມາສັກກາລະບູຊາ ຂາບໄຫວ້ ເພື່ອຄວາມເປັນສິຣິມຸງຄຸນສືບໄປ

 

ຮູບພາບ ແລະ ຂໍ້ມູນໄດ້ຈາກ : ພໍ ເມືອງພວນ ແຫຼ່ງຄວາມຮູ້ແລະຮູບພາບງາມໆຈາກຊຽງຂວາງ
ແຫລ່ງທີ່ມາຈາກ Art and Culture of Laos

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...