spot_img
Homeນານາສາລະທຸລະກິດເຈັ້ງ ຍ້ອນປັບໂຕບໍ່ທັນ ບົດຮຽນທີ່ແສນແສບ

ທຸລະກິດເຈັ້ງ ຍ້ອນປັບໂຕບໍ່ທັນ ບົດຮຽນທີ່ແສນແສບ

Published on

ເມື່ອປະມານ 5 ປີຄືນຫຼັງ ຖ້າໃຜໄດ້ເປັນເຈົ້າຂອງຮ້ານຂາຍເພງຢູ່ຕະຫຼາດ ແມ່ນບໍ່ຄິດອຸກອັ່ງຫຍັງກັບຊີວິດການເປັນຢູ່ ເພາະແຕ່ລະມື້ຈະມີລູກຄ້າໄປເລາະຊື້ເພງຢູ່ຕະຫຼາດຢ່າງຫຼວງຫຼາຍ ແຕ່ວ່າມາຮອດຍຸກສະໄໝຊູ່ມື້ນີ້ ແຜ່ນຊີດີແລະວິດີໂອເພງຢູ່ຕະຫຼາດ ເລິ່ມຂາຍຝືດ ແລະມີຫຼາຍຮ້ານໃນເຂດຕ່າງແຂວງຈົນເຖິງຂັ້ນເຈັ້ງ.

ມີແມ່ຄ້າຜູ້ໜຶ່ງເລິ່ມຕົ້ນດ້ວຍການຕັ້ງຮ້ານນ້ອຍໆ ຂາຍແຜ່ນຊີດີເພງຢູ່ຕະຫຼາດແຫ່ງໜຶ່ງເມື່ອປະມານປີ 2007 ກິດຈະການຮ້ານຂາຍແຜ່ນເພງໄປໄດ້ດິບໄດ້ດີ ມີລາຍໄດ້ເຂົ້າມາແຕ່ລະມື້ເປັນກອບເປັນກຳ ລາວເລີຍຂະຫຍາຍຮ້ານຂອງລາວອອກຕື່ມເປັນຮ້ານບັກໃຫຍ່ ແລະກໍຍິ່ງສ້າງລາຍຮັບໃຫ້ລາວຫຼາຍຂຶ້ນຕື່ມເຊັ່ນກັນ ຢູ່ຕໍ່ມາເມື່ອເພງ MP3 ເລິ່ມເປັນທີ່ນິຍົມ ລາວກໍໄດ້ຊື້ຄອມພິວເຕີມາເພື່ອຮັບບໍລິການໂຫຼດເພງໃສ່ໂທລະສັບ ຫຼື ໃສ່ແມມໂມລີ່ໃຫ້ລູກຄ້າ ກໍຍິ່ງເຮັດໃຫ້ຮ້ານເປັນທີ່ນິຍົມຂອງລູກຄ້າຫຼາຍຂຶ້ນ ລາວຂາຍເພງຢູ່ແບບນັ້ນໄດ້ປະມານ 8 ປີ ລາຍໄດ້ເຂົ້າມາຢ່າງສະໝໍ່າສະເໝີ ຈົນສາມາດດາວລົດກະບະວີໂກ້ແຊ້ມມາຂີ່ໄດ້ຄືບ້ານຄືເມືອງ.

ແນວໃດກໍຕາມ, ຕົກມາຮອດປີ 2015 ກິດຈະການຂາຍເພງຂອງລາວເລິ່ມຖົດຖອຍ ມີຄົນແວ່ເຂົ້າຮ້ານນັບມື້ໜ້ອຍລົງ ເພາະຜູ້ຄົນໃນສັງຄົມ ເລິ່ມຢູ່ກັບໂທລະສັບຫຼາຍຂຶ້ນ ແລະຈົນໃນທີ່ສຸດມາຮອດປີນີ້ 2017 ຮ້ານຂາຍເພງກໍມີລາຍໄດ້ພຽງມື້ລະ 100,000 ກີບ ຫຼື ບາງມື້ກໍບໍ່ຮອດ, ລົດທີ່ດາວມາໃກ້ຊິໝົດແລ້ວ ກໍບໍ່ສາມາດດາວຕໍ່ໄປໄດ້ ເຖິງຂັ້ນໄດ້ຂາຍເຂົ້າຮ້ານໃນທີ່ສຸດ.

ແມ່ຄ້າທ່ານນີ້ເວົ້າວ່າ ເສຍດາຍທີ່ຕົນເອງປັບໂຕບໍ່ທັນ ຖ້າຄິດອອກໃນຕອນນັ້ນ ຕອນທີ່ຄົນເລິ່ມເອົາໂທລະສັບມາໃຫ້ໂຫຼດເພງໃສ່ໃຫ້ນັ້ນ ເຊິ່ງເປັນໄລຍະປ່ຽນຜ່ານຈາກແຜ່ນເພງມາເປັນ MP3 ແລະກຳລັງຫັນເຂົ້າສູ່ການຟັງເພງແບບອອນລາຍ ຜ່ານເວັບໄຊ ແລະ Youtube, ຖ້າຄິດທັນແລ້ວເລິ່ມເອົາໂທລະສັບເຂົ້າມາຂາຍໃນຮ້ານຕັ້ງແຕ່ຕອນນັ້ນ ມາຮອດຕອນນີ້ຄືຊິສາມາດປ່ຽນຈາກຮ້ານຂາຍແຜ່ນເພງມາເປັນຮ້ານຂາຍໂທລະສັບໄດ້ ເຊິ່ງແນ່ນອນວ່າກິດຈະການກໍຈະດຳເນີນຕໍ່ໄປໄດ້ ເສຍດາຍທີ່ຄິດຊ້າໄປ ມາຄິດອອກຕອນທີ່ບໍ່ມີເງິນແລ້ວ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...