Homeຂ່າວຕ່າງປະເທດຫາກສະຫະລັດຮຸກຮານບໍ່ເລີກເກົາຫຼີເໜືອພ້ອມເຮັດສົງຄາມທຸກເວລາ

ຫາກສະຫະລັດຮຸກຮານບໍ່ເລີກເກົາຫຼີເໜືອພ້ອມເຮັດສົງຄາມທຸກເວລາ

Published on

ສຳນັກຂ່າວຕ່າງປະເທດລາຍງານ 17 ຕຸລາ 2017 ວ່າ: ທ່ານ ຄິມ ອິນ ຣີຢອງ ຮອງທູດເກົາຫຼີເໜືອປະຈຳສະຫະປະຊາຊາດ ກ່າວຕໍ່ກຳມາທິການປົດອາວຸດຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດເມື່ອວັນຈັນທີ່ຜ່ານມາວ່າ: ບໍ່ມີປະເທດໃດໃນໂລກນອກເໜືອຈາກເກົາຫຼີເໜືອ ທີ່ຕົກຢູ່ພາຍໃຕ້ໄພຮຸກຮານໂດຍກົງ ແລະ ຮ້າຍແຮງຈາກນິວເຄຣຍຂອງສະຫະລັດອາເມລິກາ ແລະ ເກົາຫຼີເໜືອມີສິດທີ່ຈະປ້ອງກັນໂຕເອງ.

ທ່ານ ຄິມ ກ່າວຕື່ມອີກວ່າ ປີນີ້ເກົາຫຼີເໜືອໄດ້ກາຍເປັນປະເທດມະຫາອຳນາດນິວເຄຣຍໂດຍສົມບູນແບບແລ້ວ ແລະ ມີຄວາມສາມາດທາງດ້ານນິວເຄຣຍໃນຫຼາຍລະບັບລວມເຖິງ ລະເບີດປະລາມະນູນ, ລະເບີດໄຮໂດຣເຈນ ແລະ ຂີປະນາວຸດຂ້າມທະວີບ, ພ້ອມທັງເຕືອນວ່າ ແຜ່ນດິນໃຫຍ່ສະຫະລັດທັງໝົດຕົກຢູ່ໃນຈຸດພິກັດຍິງຂອງພວກເຮົາ ແລະ ຫາກສະຫະລັດອາເມລິກາມາຮຸກຮານ ພວກເຮົາຈະລົງໂທດຢ່າງຮຸນແຮງດ້ວຍການໂຈມຕີທຸກບ່ອນທົ່ວໂລກ.

ທາງດ້ານທ່ານ ຈອນ ເຈ ຊັນລິແວນ ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວຕໍ່ສື່ມ່ວນຊົນທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ພາຍຫຼັງສຳເລັດການຢ້ຽມຢາມ ເພື່ອປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ເມື່ອວັນຈັນທີ່ຜ່ານມາວ່າ ສະຫະລັດ ອາເມຣິກາຫວັງທີ່ຈະຮ່ວມໂຕະເຈລະຈາໂດຍກົງກັບເກົາຫຼີເໜືອໃນບັ້ນປາຍ ໂດຍສະຫະລັດ ອາເມຣິກາເອງແມ່ນເນັ້ນແນວທາງການທູດເພື່ອແກ້ໄຂບັນຫາ ແຕ່ສະຫະ ລັດ ອາເມຣິກາ ແລະ ພັນທະມິດຄື ຍີ່ປຸ່ນ ແລະ ເກົາຫຼີໃຕ້ ພ້ອມທີ່ຈະປະຈັນໜ້າກັບສິ່ງທີ່ຊົ່ວຮ້າຍທີ່ສຸດ ຫາກການ ທູດລົ້ມເຫຼວ. 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...