spot_img
Homeຍ້ອງຍໍຄົນດີເດັ່ນຝຣັ່ງໃຈດີ ພາເດັກນ້ອຍໄປປາດປ້າງ

ຝຣັ່ງໃຈດີ ພາເດັກນ້ອຍໄປປາດປ້າງ

Published on

ອາເລັກ ເຈົ້າຂອງເຮືອນພັກ ໂນລາ ທີ່ເມືອງກາສີ ແຂວງວຽງຈັນ ຜູ້ກ່ຽວເປັນຄົນຕ່າງປະເທດທີ່ມີຈິດໃຈທີ່ດີງາມ ໄດ້ພາເດັກນ້ອຍລາວໄປປາດປ້ອງ ທີ່ໂຮງໝໍເດັກນ້ອຍ (ໃກ້ໂຮງໝໍ 150 ຕຽງ), ອອກຄ່າໃຊ້ຈ່າຍທັງໝົດ ແລະນອນເຝົ້າຈົນຄົນເຈັບຫາຍດີ.

ອາເລັກ ເລົ່າວ່າ ຕົນເອງມາຢູ່ລາວດົນແລ້ວ ມີເຮືອນພັກຢູ່ເມືອງກາສີ ຕົນເອງຮູ້ພາສາລາວດີ ແລະຮູ້ພາສາຂະມຸບາງເລັກນ້ອຍ. ມື້ໜຶ່ງມີໝູ່ທີ່ເປັນຄົນລາວຜູ້ໜຶ່ງ ໄດ້ເອົາຮູບຖ່າຍເດັກນ້ອຍຜູ້ຍິງ ທີ່ເປັນພະຍາດປ້າງມາໃຫ້ເບິ່ງ ແລ້ວຖາມຕົນເອງວ່າ ເຈົ້າສາມາດຊ່ວຍເຫຼືອເດັກນ້ອຍຜູ້ນີ້ໄດ້ບໍ ລາວເປັນປ້າງໃຫຍ່, ຕົນໂຕເຫຼືອງ ແລະບໍ່ແຂງແຮງ. ເມື່ອເປັນແນວນັ້ນ ຕົນເອງຈຶ່ງໄດ້ເດິນທາງໄປຍັງບ້ານທີ່ຢູ່ຫ່າງໄກອອກໄປ ເພື່ອໄປເບິ່ງຕົວຈິງ ແລ້ວເຫັນວ່າ ມີເດັກນ້ອຍຍິງທີ່ເປັນປ້າງ ແລະເປັນໜ້າອິຕົນທີ່ສຸດ ແຕ່ຍ້ອນວ່າຄອບຄົວຂອງລາວທຸກຍາກ ຈຶ່ງບໍ່ສາມາດປິ່ນປົວພະຍາດລູກສາວຂອງຕົນ.

ເມື່ອເຫັນເປັນແນວນັ້ນ ຕົນເອງຈຶ່ງໄດ້ກັບມາເຮືອນພັກຂອງຕົນເອງ ແລະໄດ້ຊັກຊວນໝູ່ຄູ່ທີ່ເປັນຄົນຕ່າງປະເທດ ທີ່ມາພັກຢູ່ເຮືອນພັກຂອງຕົນ ເພື່ອຂໍຄວາມຊ່ວຍເຫຼືອ ແລ້ວກໍສາມາດຮິບໂຮມເງິນໄດ້ຈຳນວນໜຶ່ງ ແຕ່ບໍ່ຫຼາຍ. ຈາກນັ້ນ ຕົນເອງຈຶ່ງໄດ້ຕັດສິນໃຈພາເດັກນ້ອຍຄົນດັ່ງກ່າວ ໄປຍັງໂຮງໝໍເດັກນ້ອຍ ທີ່ນະຄອນຫຼວງວຽງຈັນ ແລະໄດ້ຜ່າຕັດໃຫຍ່ໃຫ້ແກ່ເດັກນ້ອຍ ພ້ອມທັງນອນເຝົ້າຢູ່ຫັ້ນປະມານອາທິດປາຍຈຶ່ງໄດ້ກັບ.

ອາເລັກ ບອກຕື່ມວ່າ ເດັກນ້ອຍຜູ້ນີ້ບໍ່ແມ່ນຜູ້ທຳອິດທີ່ຕົນເອງພາມາຫາໝໍ ແຕ່ວ່າທີ່ຜ່ານມາຕົນເອງກໍເຄີຍໄດ້ໃຫ້ຄວາມຊ່ວຍເຫຼືອເດັກນ້ອຍມາຫຼາຍຄົນແລ້ວ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...