spot_img
Homeວັນນະກຳເລື່ອງສັ້ນແຮັກເກີລົມກັນ ປະເທດໃດແຮັກຍາກກ່ອນໝູ່? ຮູ້ແລ້ວຈະໜາວ

ແຮັກເກີລົມກັນ ປະເທດໃດແຮັກຍາກກ່ອນໝູ່? ຮູ້ແລ້ວຈະໜາວ

Published on

ເວົ້າເຖິງການແຮັກ ແລະ ລັກຂໍ້ມູນທາງອິນເຕີເນັດ ຖືວ່າເປັນສິ່ງທ້າທາຍ ຈົນເກີດມີອາຊີບນັກແຮັກຂໍ້ມູນ ຫຼື Hacker ທີ່ບອກໄດ້ວ່າ ຖ້າແຮັກເກັງ ມີຄົນຈ້າງໄປແຮັກຂໍ້ມູນແລ້ວ ມີແຕ່ລວຍກັບລວຍ. ແຕ່ຕ້ອງບໍ່ໃຫ້ເຂົາຈັບໄດ້ເດີ! ຖ້າຈັບໄດ້ກະຕ້ອງເຂົ້າຄຸກໄດ໋…

ສອງສ່ຽວ ເຈ່ ແລະ ໂຈ່ ທີ່ເປັນຈອມຢຸດ ແຮັກເກີ ທີ່ເກັງທີ່ສຸດ ອັນດັບໂລກ ມາພໍ້ກັນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການແຮັກຂໍ້ມູນ ແລະ ປະເທດໃດແດ່ ທີ່ແຮັກຍາກທີ່ສຸດ….

ສ່ຽວເຈ່: ສະຫາຍ! ເຮົານີ້ແຮັກມາໝົດໂລກແລ້ວ ທັງອາເມລິກາ, ຣັດເຊຍ, ຈີນ. ບາງບ່ອນກະແຮັກໄດ້, ບາງບ່ອນກະແຮັກຍາກ. ແຕ່ສ່ວນຫຼາຍແມ່ນເກືອບວ່າ ແຮັກໄດ້ໝົດ.! ສະຫາຍເດ໋! ຄິດວ່າປະເທດໃດ ແຮັກຍາກກ່ອນໝູ່?

ສ່ຽວໂຈ້: ຈາກປະສົບການຂອງເຮົານີ້, ບໍ່ມີປະເທດໃດທີ່ເຮົາແຮັກບໍ່ໄດ້! ແຕ່ຍັງປະເທດດຽວທີ່ແຮັກ ບໍ່ສຳເລັດຈັກເທື່ອ!

ສ່ຽວເຈ່: ແມ່ນບໍ່! ປະເທດໃດສ່ຽວ?

ສ່ຽວໂຈ່: ປະເທດລາວ!

ສ່ຽວເຈ່: ອ໋າວ! ຄືວ່າຈັ່ງຊັນ ລະບົບປ້ອງກັນຂອງປະເທດລາວມັນເກັ່ງປານນັ້ນພຸ້ນຫວະ!

ສ່ຽວໂຈ່: ບໍ່ແມ່ນ! ເຮົາກຳລັງຊິແຮັກສຳເລັດແຕ່ລະຄັ້ງ! ຮ່າເອີຍ! ອິນເຕີເນັດມັນມັກຕົກ! ຊ້າກະຊ້າ ກະເລີຍວ່າແຮັກບໍ່ໄດ້ຈັກເທື່ອ! ຮະຮະຮະຮະຮະ

ທີ່ມາ:kuvaleo.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...