Homeຂ່າວນໍ້າຖ້ວມປະຊາຊົນຫວຽດນາມ ຮ່ວມບໍລິຈາກເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ລາວ

ປະຊາຊົນຫວຽດນາມ ຮ່ວມບໍລິຈາກເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ລາວ

Published on

ເພື່ອ​ເປັນ​ການ​ຊ່ວຍເຫຼືອ​ໃຫ້ກັບ​ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ໄພ​ພິບັດ​ທາງ​ທຳ​ມະ​ຊາດ (ນ້ຳ​ຖ້ວມ) ໃຫ້​ບັນດາ​ແຂວງ​ພາກ​ກາງ ພາກເໜືອ ແລະ ພາກ​ໃຕ້ ທີ່​ໄດ້​ຮັບ​ຜົນກະທົບ​ຈາກ​ພະຍຸ​ສົງກາ ສະຖານທູດ ​ສສ ຫວຽດນາມ ປະຈຳ ​ສປປ ລາວ ຕາງໜ້າ​ໃຫ້​ບັນດາ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ລາວ ແລະ ປະຊາຊົນ​ຫວຽດນາມ​ອາໄສ​ຢູ່​ລາວ ໄດ້​ຮ່ວມ​ກັນ​ບໍລິຈາກເງິນ​ຊ່ວຍເຫຼືອ​ປະຊາຊົນ​ລາວ ຜູ້ຖືກ​ເຄາະ​ຮ້າຍ​ຈາກ​ພະຍຸ​ດັ່ງກ່າວ ຈຳນວນ 9.546 ໂດ​ລາ​ສະຫະລັດ ຫຼື ປະມານ 79 ລ້ານ​ກວ່າກີບ ນຳ​ມາ​ມອບ​ໃຫ້​ກະຊວງ​ແຮງງານ ແລະ ສະຫວັດດີ​ການ-ສັງຄົມ ເພື່ອ​ນຳໄປ​ຊ່ວຍເຫຼືອ​ຕໍ່ໃຫ້​ກັບຜູ້​ປະສົບ​ໄພພິບັດ​ດັ່ງກ່າວ.

ວັນ​ທີ 9 ຕຸລາ 2017 ທີ່​ກະຊວງ​ແຮງ​ງານ ແລະ ສະຫວັດດີການ-ສັງຄົມ ທ່ານ ຫວຽນ ແທງ ຕຸ່ງ ອຸປະ​ທູດ ​ສສ ຫວຽດນາມ ປະຈຳ ​ສປປ ລາວ ພ້ອມ​ຄະນະ ໄດ້​ນຳ​ເງິນ​ຈຳນວນ​ດັ່ງກ່າວ​ມາມອບ​ໃຫ້​ທ່ານ​ນາງ ໃບ​ຄຳ ຂັດ​ທິຍະ ຮອງ​ລັດຖະມົນຕີກະຊວງແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ.

ໂອກາດ​ນີ້ ທ່ານ​ນາງ ໃບ​ຄຳ ຂັດ​ທິ​ຍະ ໄດ້​ກ່າວ​ສະແດງ​ຄວາມຂອບໃຈ​ຕໍ່​ລັດຖະບານ ​ສສ ຫວຽດນາມ ກໍ່​ຄື​ປະຊາຊົນ​ຫວຽດນາມທີ່​ອາໄສ​ຢູ່​ລາວ ທີ່​ໄດ້​ພ້ອມ​ກັນ​ບໍລິຈາກເງິນ​ຊ່ວຍເຫຼືອ​ປະຊາຊົນ​ຜູ້​ຖືກເຄາະ​ຮ້າຍ​ຈາກ​ໄພພິບັດ ແລະ ຈະ​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ ໄປ​ນຳ​ໃຊ້​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ເຂົ້າ​ໃນ​ການ​ຊ່ວຍເຫຼືອ​ໃຫ້​ແກ່​ຜູ້ປະສົບ​ໄພ ພ້ອມ​ນັ້ນ ຍັງ​ຮຽກຮ້ອງເຖິງ​ພາກສ່ວນ​ຕ່າງໆ​ຮ່ວມ​ກັນ​ບໍລິ​ຈາກ​ເງິນ ຫຼື ວັດຖຸ​ສິ່ງ​ຂອງ ແລະ ເຄື່ອງ​ອຸປະໂພກບໍລິໂພກຕ່າງໆ ເພື່ອ​ຊ່ວຍເຫຼືອ​ໃຫ້​ກັບ​ຜູ້​ປະສົບ​ໄພ ກໍ່​ຄືເພື່ອ​ຟື້ນ​ຟູ​ບູລະນະ​ພື້ນຖານ​ໂຄງ​ລ່າງ ຖະໜົນ​ຫົນທາງ ແລະ ກະສິກຳ ກໍ່​ຄືການ​ຊື້​ແນວພັນ​ເພື່ອ​ໄປ​ມອບ​ໃຫ້​ປະຊາຊົນ​ທີ່ໄດ້​ຮັບ​ຜົນ​ກະທົບ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...