spot_img
Homeຊີວິດແລະຄວາມຮັກຢ້ານການເລິ່ມຕົ້ນແມ່ນບໍ? ອ່ານນີ້ ເຮົາຈະພາເຮັດຕາມຄວາມຝັນ

ຢ້ານການເລິ່ມຕົ້ນແມ່ນບໍ? ອ່ານນີ້ ເຮົາຈະພາເຮັດຕາມຄວາມຝັນ

Published on

ຄົນເຮົາບໍ່ໄດ້ຢ້ານການເລິ່ມຕົ້ນຕາມຄວາມຝັນ ພວກເຂົາຢ້ານການປ່ຽນແປງຕ່າງຫາກ ແລະນີ້ກໍຄືວິທີການເລິ່ມຕົ້ນແລະເຮັດຕາມຄວາມຝັນອັນສູງສຸດຂອງເຮົາຢ່າງກ້າຫານ.

  1. ຈົ່ງຊື່ສັດກັບຕົນເອງ
    ເຈົ້າມົວຊັກຊ້າຢູ່ເຮັດຫຍັງ? ເພາະເຈົ້າຢ້ານ ບ້າຄວາມສົມບູນແບບ ຍັງບໍ່ແນ່ໃຈໃນໂຕເອງ ຫຼືວ່າຍັງມີທັກສະບໍ່ຫຼາຍພໍແທ້ບໍ? ບັນຫາທີ່ແທ້ຈິງອາດຈະຢູ່ທີ່ວ່າ ເຈົ້າພຽງບໍ່ມັກການປ່ຽນແປງ ຫຼືຍັງຢຶດຕິດກັບຈັງຫວະຊີວິດເກົ່າໆ ກໍເປັນໄດ້ ຫຼາຍເທື່ອ ສິ່ງທີ່ເຮັດໃຫ້ຄົນເຮົາບໍ່ສາມາດເລິ່ມຄວາມຝັນຂອງຕົນເອງໄດ້ ກໍຄືການຂຽດແຮງບັນດານໃຈແລະວິໄນ ດັ່ງນັ້ນ, ເຈົ້າຈຶ່ງຕ້ອງເລິ່ມຕົ້ນດ້ວຍການຍອມຮັບຢ່າງຈິງໃຈວ່າ ສິ່ງໃດເປັນອຸປະສັກລະຫວ່າງທ່ານແລະຄວາມຝັນນັ້ນ ບໍ່ດັ່ງນັ້ນ ມັນກໍບໍ່ມີວັນເປັນຈິງໄດ້ຈັກເທື່ອດອກ.
  2. ຈົ່ງມຸ່ງໝັ້ນຕັ້ງໃຈ
    ຫຼາຍໆ ຄົນມີຄວາມຝັນ ແຕ່ໄປບໍ່ເຖິງຝັນ ເຊິ່ງສ່ວນຫຼາຍເປັນຍ້ອນພວກເຂົາບໍ່ມີຄວາມມຸ່ງໝັ້ນພໍທີ່ຈະເຮັດໃຫ້ຄວາມຝັນນັ້ນສຳເລັດ ຖ້າເຈົ້າມີຄວາມຝັນ ເຈົ້າຕ້ອງມີໃຈທີ່ຈົດຈໍ່ກັບມັນໃຫ້ຫຼາຍຈົນຝັນນັ້ນກາຍເປັນຈິງໄດ້ ຈົ່ງທ້າທາຍໂຕເອງດ້ວຍການຫຼີກລ່ຽງສິ່ງທີ່ເຮັດໃຫ້ເຈົ້າລັງເລ ແລ້ວຫັນມານຶກເຖິງວິທີເຮັດຕາມຝັນໃຫ້ເລິກເຊິ່ງແລະຫຼາຍເທື່ອຍິ່ງຂຶ້ນດີກວ່າ ຢ່າເສຍເວລາຢູ່ກັບສິ່ງທີ່ບໍ່ໄດ້ກ່ຽວຂ້ອງກັບຄວາມຝັນຂອງເຈົ້າເລີຍ ເພາະເວລາເປັນສິ່ງທີ່ມີຄ່າຢ່າງຍິ່ງ.
  3. ວາງແຜນສິ່ງທີ່ຕ້ອງຮຽນຮູ້ແລະເຝິກຝົນ
    ຄຳຖາມທີ່ສຳຄັນທີ່ສຸດຄື ເຈົ້າຈະຕ້ອງຮຽນຮູ້ອິຫຍັງແດ່ເພື່ອຈະກ້າວໄປສູ່ເປົ້າໝາຍ ໄດ້ຢ່າງໝັ້ນໃຈແລະມມມີປະສິດທິພາບ? ກໍຈົ່ງກຳໜົດຫົວຂໍ້ເລື່ອງທັກສະຕ່າງໆ ທີ່ທ່ານຕ້ອງການພັດທະນາຕົນເອງຈັ່ງໃດລະ ຈາກນັ້ນກໍເລິ່ມວາງແຜນເສັ້ນທາງ ກຳນົດເວລາສຳລັບແຕ່ລະສິ່ງທີ່ຕ້ອງຮຽນຮູ້ ຖ້າທ່ານບໍ່ໄດ້ກຳໜົດເວລາຫຼືເສັ້ນຕາຍໃຫ້ແນ່ນອນວ່າ ຕ້ອງເຝິກຝົນທັກສະຕ່າງໆ ໃຫ້ສຳເລັດຕອນໃດ ເຈົ້າກໍຈະຂາດຄວາມສາມາດແລະແຮງຜັກດັນພໍທີ່ຈະກ້າວໄປສູ່ເປົ້າໝາຍທີ່ຕັ້ງໄວ້ໄດ້ ແລະຈື່ໄວ້ວ່າການຮຽນຮູ້ເປັນຮາກຖານຂອງຄວາມກ້າວໜ້າແລະການພັດທະນາໂຕເອງໃນທຸກໆດ້ານເລີຍ.
  4. ເລິ່ມຕົ້ນດ້ວຍການເຮັດສິ່ງນ້ອຍໆ ໃນທຸກວັນ
    ເຈົ້າຕ້ອງເລິ່ມຕົ້ນຄວາມຝັນອັນຍິ່ງໃຫຍ່ ດ້ວຍການເຮັດທຸກວັນໃຫ້ກ້າວໄປໃກ້ຝັນນັ້ນຂຶ້ນເລື້ອຍໆ ບໍ່ມີທາງລັດອື່ນນອກຈາກການລົງມືືເຮັດ ຍິ່ງເຮັດຫຼາຍ ກໍຍິ່ງສຳເລັດຫຼາຍ ບໍ່ວ່າໃຜກໍສາມາດເລິ່ມເຮັດຫຍັງໄດ້ທຸກໆວັນ ເພື່ອໃຫ້ໃຊີວິດກ້າວໄປຂ້າງໜ້າ ເພາະສັ້ນນັ້ນ ຈົ່ງລຽງລຳດັບສິ່ງທີ່ຄວນເຮັດໃນແຕ່ລະມື້ສະເໝີ ຢ່າເບິ່ງຂ້າມການເຮັດສິ່ງນ້ອຍໆ ເພາະໄຊຊະນະເລັກໆນ້ອຍໆ ນີ້ແຫຼະທີ່ກະຕຸ້ນໃຫ້ທ່ານມີຄວາມໝັ້ນໃຈໃນການເຮັດສິ່ງທີ່ຍາກຂຶ້ນໄດ້.

ຄວາມຝັນຂອງທ່ານມີຄຸນຄ່າແລະຄວາມໝາຍຫຼາຍ ເພາະສະນັ້ນ ຈົ່ງຢຸດຫາຂໍ້ແກ້ໂຕແລະເລິ່ມເຮັດຕາມຝັນຢ່າງຈິງຈັງທັງແຮງໃຈແຮງກາຍ ເຫດຜົນທີ່ເຮົາມີພອນສະຫວັນໃນການໂຫຍຫາແລະປາຖະໜາຈະບັນລຸໃນຄວາມຝັນນັ້ນ ກໍເພື່ອທີ່ເຮົາຈະໄດ້ພະຍາຍາມເພື່ອມັນໄດ້ເຕີບໂຕຈາກມັນ ແລະເມື່ອເຮັດຝັນສຳເລັດແລ້ວ ທ່ານເອງກໍຈະພັດທະນາຕົນເອງຕາມໄປນຳພ້ອມ. ດັ່ງນັ້ນ, ຈົ່ງກ້າວໄປຫາຄວາມຝັນຢ່າງໝັ້ນຄົງ ຢ່າຍອມແພ້ຕໍ່ຄວາມຢ້ານຂອງໂຕເອງ ເພື່ອທີ່ຈະໄດ້ໃຊ້ຊີວິດໃຫ້ເຕັມທີ່ຕາມທີ່ເຈົ້າປາຖະໜາໄວ້ຈັ່ງໃດລະ.

ບົດຄວາມຈາກ: Success

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...