Homeຂ່າວທ້ອງຖິ່ນລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດເຢຍລະມັນຄົນໃໝ່ ປະຈໍາລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດເຢຍລະມັນຄົນໃໝ່ ປະຈໍາລາວ

Published on

​ໃນ​ວັນ​ທີ 10 ຕຸລາ 2017ທີ່ ກະຊວງ​ການ​ຕ່າງປະ​ເທດ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​​ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ​ ທ່ານ ​ເຢັນ ​ເປ​​ເຕີ ລຸດ​ເຄນ​ເຮິ​ມ (Jens Peter lutkenherm) ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສາທາ ລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ຄົນ​ໃໝ່​ ປະ​ຈໍາ ສປປ ລາວ

​ໃນ​ໂອກາດ​ດັ່ງກ່າວ, ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ທ່ານ​ທູດ ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ມາ​ດໍາລົງ​ຕໍາ​ແໜ່​ງ​ເປັນ ເອກ​ອັກຄະ​ລັດຖະທູດ​ ແຫ່ງ ສາທາລະນະ​ລັດ ສະຫະພັນ​ເຢຍລະ​ມັນ ຄົນ​ໃໝ່​ ປະ​ຈໍາ ສປປ ລາວ, ພ້ອມ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ​ທູດ​ຈະ​ສືບ​ຕໍ່​ເສີມ​ສ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ລາວ-​ເຢຍລະ​ມັນ ​ໃຫ້​ນັບ​ມື້​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນທັງ​ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ດີ ລະຫວ່າງສອງ​ປະ​ເທດ​​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ-​ເຢຍລະ​ມັນ ທີ່​ຈະ​ໝູນວຽນ​ມາຄົບຮອບ 60ປີ ​ໃນ​ປີ 2018 (31/01/1958-31/01/2018), ສອງ​ຝ່າຍ​ເຫັນ​ດີ​ຈະ​ຮ່ວມ​ກັນ​ຈັດ​ພິທີ​ສະ​ເຫລີ​ມສະຫລອງວັນ​ສໍາຄັນ​ດັ່ງກ່າວ ຢ່າງ​ເປັນ​ຂະ​ບວນຝົດ​ຟຶ້ນ ​ແລະ ມີ​ຄວາມ​ໝາຍ

ພ້ອມ​ນີ້, ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​ໄດ້​ຖື​​ເອົາໂອກາດ​ດັ່ງກ່າວ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫລືອ ສປປ ລາວ ຂອງ​ລັດຖະບານແຫ່ງ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ, ຊຶ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສໍາຄັນ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ໃນ​ດ້ານ​ຕ່າງໆ  ຕາມ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ ຂອງສປປ ລາວ ​ເປັນ​ຕົ້ນ​ແມ່ນ ການ​ພັດທະນາ​ຊົນນະບົດ, ວຽກ​ງານ​ອາຊີວະ​ສຶກສາ, ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ, ການ​ພັດທະນາ​ຊັບພະຍາ ກອນ​ມະນຸດ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ການ​ກໍ່ສ້າງ​ພື້ນຖານ​ໂຄງລ່າງ ​ແລະ ການ​ສົ່ງ​ເສີມ​ທຸລະກິດ​ພາກ​ເອກະ​ຊົນ, ຊື່​ງມາ​ເຖິງ​ປັດຈຸບັນ ​ເຢຍລະ​ມັນ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ລວມມູນ​ຄ່າ 377.1 ລ້ານ​ເອີ​ໂຣ, ​ໃນ​ນັ້ນ ສົກ​ປີ 2016-2017 ​ແມ່ນ​ມີ​ມູນ​ຄ່າ 45,8 ລ້ານ​ເອີ​ໂຣ. ​ໃນ​ຕອນ​ທ້າຍ ທ່ານລັດຖະມົນຕີ ຍັງ​ສະ​ເໜີ​ໃຫ້​ທ່ານ​ທູດ ຊ່ວຍ​ຊຸກຍູ້​ນັກ​ລົງ​ທືນ ​ແລະ ​ເຊີນຊວນ​ນັກ​ທ່ອງ​ທ່ຽວ​ເຢຍລະ​ມັນ​ ໃຫ້​ມາ​ທ່ຽວ​ລາວ ​ແລະ ລົງ​ທືນຢູ່​ລາວ​ໃຫ້​ຫລາຍ​ຂຶ້ນ ​ເພື່ອ​ນໍາ​ຜົນ​ປະ​ໂຫຍ​ດມາສູ່ປະຊາຊົນ​ສອງ​ຊາດ ລາວ-​ເຢຍລະ​ມັນ

​ໃນ​ໂອກາດ​ດຽວ​ກັນ, ທ່ານທູດ​ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ສູງຕໍ່ທ່ານລັດຖະມົນຕີ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ​ແລະ ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ​ໃນ​ໄລຍະ​ທີ່ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ລາວ ຈະ​ພະຍາຍາມ​ສືບ​ຕໍ່ເສີມ​ສ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດ ລາວ-​ເຢຍລະ​ມັນ ​ໃຫ້​ນັບ​ມື້​ຂະຫຍາ​ຍຕົວ​ຍິ່ງໆ​ຂຶ້ນ

 

ແຫລ່ງຂ່າວ: ວິ​ໄລ​ສັກ
ພາບປະກອບ: ​ໄອ​ຄໍາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...