Homeຂ່າວພາຍ​ໃນຄວາມຄືບໜ້າຄະດີຍິງປະທານກຸ່ມບໍລິສັດອາຊຽນວຽງຈັນກຣຸບເສຍຊີວິດ

ຄວາມຄືບໜ້າຄະດີຍິງປະທານກຸ່ມບໍລິສັດອາຊຽນວຽງຈັນກຣຸບເສຍຊີວິດ

Published on

ເຈົ້າໜ້າທີ່ສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍຄວາມຄືບໜ້າຄະດີຄົນຮ້າຍໃຊ້ອາວຸດປືນຍິງປະທານກຸ່ມບໍລິສັດອາຊຽນວຽງຈັນກຣຸບ ເຈົ້າຂອງສູນການຄ້າ ສີໄຄ ພລາຊາ ທ່ານ ຊູຫວັງທຽນ ອາຍຸ 60 ປີ ຈົນເສຍຊີວິດຄາທີ່ ໃນເວລາ 9:27 ໂມງ ຂອງວັນທີ 7 ຕຸລາ 2017 ສາເຫດແມ່ນເກີດຈາກການຂັດແຍ່ງຜົນປະໂຫຍດດ້ານທຸລະກິດ.

ເຈົ້າໜ້າທີ່ວິຊາສະເພາະ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກພະນັກງານພາຍໃນສູນການຄ້າ ສີໄຄ ພລາຊາ ວ່າມີຄົນຮ້າຍ 2 ຄົນ ໃຊ້ອາວຸດປືນ ຍິງເຈົ້າຂອງສູນການຄ້າ ສີໄຄ ພລາຊາ ຈົນເສຍຊິວິດຢູ່ຕໍ່ໜ້າສູນການຄ້າດັ່ງກ່າວ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດ ຈຶ່ງປະສານສົມທົບກັບໜ່ວຍພິສູດຫຼັກຖານ ລົງກວດກາສະຖານທີ່ເກີດເຫດ ພົບເຫັນຜູ້ເສຍຊີວິດ ຊື່ ທ່ານ ຊູຫວັງທຽນ ອາຍຸ 60 ປີ ນັກທຸລະກິດເຊື້ອຊາດຈີນ, ສັນຊາດລາວ ເປັນເຈົ້າຂອງສູນການຄ້າ ສີໄຄ ພລາຊາ ຢູ່ບ້ານ ນາແຮ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກຍິງດ້ວຍປືນບໍ່ຮູ້ຊະນິດ ເຂົ້າທີ່ລຳຕົວ 12 ລູກ ຈົນເສຍຊີວິດຄາທີ່. ສ່ວນສາເຫດແມ່ນເກີດຈາກການຂັດແຍ່ງຜົນປະໂຫຍດດ້ານທຸລະກິດ, ປັດຈຸບັນແມ່ນເລັ່ງຕິດຕາມຜູ້ກໍ່ເຫດໃນຄັ້ງນີ້ ຄາດວ່າຈະໄດ້ຕົວໄປດຳເນີນຄະດີໃນໄວໆນີ້.

ຕາມການສອບສວນ, ຜູ້ເຫັນເຫດການໄດ້ເວົ້າວ່າ: ມື້ເກີດເຫດໃນເວລາ 9:27 ໂມງ ທ້າວ ຊູຫວັງທຽນ ໄດ້ຂັບລົດເລັກຊັດ ສີດຳ ປ້າຍທະບຽນ ກຕ 6289 ກຳແພງນະຄອນ ເຂົ້າໄປຈອດຢູ່ດ້ານຫຼັງຂອງສູນການຄ້າ. ຈາກນັ້ນ, ຜູ້ເສຍຊີວິດລົງຈາກລົດດັ່ງກ່າວ ແລ້ວໄປໄຂປະຕູທ້າຍລົດ ໃນຄະນະນັ້ນໄດ້ມີຄົນຮ້າຍຈຳນວນ 2 ຄົນ ເປັນເພດຊາຍ ຂີ່ລົດຈັກໂຄລາວ ສີຂາວ-ແດງ ບໍ່ມີປ້າຍທະບຽນ ນຸ່ງເສື້ອສີດໍາ ໃສ່ໝວກກັນກະທົບສີດໍາ ທັງສອງຂັບຂີ່ເຂົ້າມາທາງຂ້າງຜູ້ເສຍຊີວິດ ແລ້ວຜູ້ຊ້ອນທ້າຍຈົກປືນສັ້ນບໍ່ຮູ້ຊະນິດ ຍິງໃສ່ໄລຍະໃກ້ໆ ປະມານ 8-9 ລູກ ແລ້ວຂີ່ລົດຈັກໜີໄປ.

ພາຍຫຼັງການກວດສອບເບາະແສ ແລະ ຕິດຕາມລົດຈັກທີ່ຕ້ອງສົງໄສ. ທາງເຈົ້າໜ້າທີ່ໄດ້ຮັບແຈ້ງຈາກປະຊາຊົນ ໃນວັນອາທິດ ທີ 8 ຕຸລາ 2017 ວ່າມີລົດຈັກ ຖືກຖິ້ມໄວ້ກອງແຮ່ຊາຍ ໃກ້ກັບ ໂຮງແຮມ ແມ່ຂອງບິສ,​ ທາງໄປເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງບໍ່ໄກ ຈາກຫ້າງສີໄຄ ພລາຊາ ປານໃດ ແລະ ໃກ້ກັນນັ້ນ ກໍ່ພົບເຫັນ ໝວກກັນກະທົບສີດຳຖິ້ມຢູ່.

ເຈົ້າໜ້າທີ່ບອກວ່າ ຖ້າຄົນຮ້າຍຂ້າມຂອງໄປປະເທດເພື່ອນບ້ານ ກໍ່ຈະເຮັດໃຫ້ການຕິດຕາມຕົວຍາກຂຶ້ນ,​ ເຊິ່ງຈະຕ້ອງໄດ້ ປະສານງານໄປຫາເຈົ້າໜ້າທີ ປະເທດໄທຕໍ່ໄປ ໃນການຕິດຕາມຕົວຄົນຮ້າຍ. ແຕ່ກໍ່ຍັງບໍ່ທັນຢືນຢັນວ່າ ມືປືນ ຈະຂ້າມນໍ້າຂອງໄປແລ້ວ ຫຼື ບໍ່.

ປະຈຸບັດນີ້, ເຈົ້າໜ້າທີ່ກ່ຽວຂ້ອງກຳລັງຮວບຮວມຫຼັກຖານ ແລະ ຂຶ້ນເປົ້າໝາຍຕິດຕາມຫາຜູ້ກໍ່ເຫດໃນຄັ້ງນີ້ ໄປດຳເນີນຄະດີຕາມກົດໝາຍ.

 

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...