spot_img
Homeຂ່າວທ້ອງຖິ່ນຊ່ຽວຊານຕ່າງປະເທດ ຊີ້! ສື່ສິ່ງພິມໃນລາວກຳລັງຖືກເມີນເສີຍຈາກຜູ້ອ່ານຍຸກໃໝ່

ຊ່ຽວຊານຕ່າງປະເທດ ຊີ້! ສື່ສິ່ງພິມໃນລາວກຳລັງຖືກເມີນເສີຍຈາກຜູ້ອ່ານຍຸກໃໝ່

Published on

ສື່​ມວນ​ຊົນ​ລາວ ​ແລະ ສື່​ມວນ​ຊົນ​ຈາກປະ​ເທດນໍ​ເວ ​​​ໄດ້​ຈັດ​ເວທີ​ພົບປະ​ແລກປ່ຽນ​ບົດຮຽນ ​ເຊິ່ງກັນ ​ແລະ ກັນ ​ໃນ​ວັນ​ທີ 9 ຕຸລາ 2017 ນີ້​, ຢູ່ສະມາຄົມ​ນັກ​ຂ່າວ​ ແຫ່ງ ສປປ ລາວ ​ເພື່ອຊອກ​ຫາ​ຊ່ອງທາງ​​ ດຶງ​ດູ​ດໃຫ້​ໄວໜຸ່ມລາວ ຫັນ​ມາ​ອ່ານສື່​ສິ່ງພິມ​ຫລາຍ​ຂຶ້ນ.

​​ປັດຈຸບັນ ສື່​ມວນ​ຊົນໃນ​ທົ່ວ​ໂລກ ​ເວົ້າ​ສະ​ເພາະ ຢູ່ ສປປ ​ລາວ ​ກຳລັງ​ປະສົບ​ກັບ​ບັນຫາ​ສື່​ອອນ​ລາຍ​ ເຂົ້າ​ມາ​​ແຊກ​ແຊງ, ​ເຮັດ​ໃຫ້​ສື່​ສິ່ງ​ພິມ, ວິທະຍຸ ​ແລະ ​ໂທລະພາບ ​ນັບ​ມື້ໄດ້​ຮັບ​ຄວາມ​ສົນ​ໃຈໜ້ອຍລົງ ​ເຊິ່ງມັນ​ໄດ້​ສົ່ງ​ຜົນ​ກະທົບ​ ໂດຍ​ກົງ​ຕໍ່ສື່​ສິ່ງ​ພິມ ​ເມື່ອ​ຄົນ​ຫັນ​ມາ​ນິຍົມ​ອ່ານ​ຂ່າວ​ເທິງ​ອິນ​ເ​ຕີ​ເນັດ ເຮັດ​ໃຫ້​ຍອດ​ຂາຍໜັງສື​ພິມ​ຫລຸດ​ລົງ ​ເຊິ່ງສິ່ງ​ທ້າ​ທ້າຍ​ດັ່ງກ່າວ ​ເຮັດ​ໃຫ້​ສື່​ມວນ​ຊົນຕ້ອງ​ໄດ້​ບຸກບືນ ​ພັດທະນາ​ອົງ​ກອນ ​ໃຫ້​ມີ​ຄຸນ​ນະພາ​ບ, ປັບປຸງ​ທາງ​ດ້ານ​ເນື້ອ​ໃນ, ​ເພີ່ມ​ຄວາມ​ສາມາດ​​ ໃນ​ການຂຽນຂ່າວ​ທີ່​ດີ ​​ເປັນ​ຕົ້ນ​ແມ່ນ​ການ ກຳນົດ​ຄໍ​ລຳທີ່ໜ້າສົນ​ໃຈ, ​​ເພີ່ມ​ເນື້ອ​ຫາ​ສາ​ລະ​ໃໝ່ໆ ​ເພື່ອ​ດຶງ​ດູດ​ໃຫ້​ໄວໜຸ່ມຫັນ​ມາ​ສົນ​ໃຈ ​ແລະ ອ່ານໜັງສື​ພີມ​ຫລາຍ​ຂຶ້ນ ​ແທນ​ການ​ອ່ານ​ທາງ​ສື່​ອອນ​ລາຍ.

ສຳລັບ​ ສປປ ​ລາວ ສື່​ອອນ​ລາຍ ຫລື (ຂ່າວ​ເທິງ​ອິນ​ເຕີ​ເນັດ) ​​ເປັນ​ສື່​ທາງ​ເລືອກ​ໃໝ່ ທີ່​​ເຂົ້າ​ມາ​ມີ​ບົດບາດ ​ແລະ ໄດ້​ຮັບ​ຄວາມ​ນິຍົມຫລາຍ​​ໃນ​ປັດຈຸບັນ, ​ເນື່ອງ​ຈາກ​ວ່າ ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ​ສານ​ໄດ້​ສະ​ດວກ​ສະບາຍ, ​ວ່ອງ​ໄວ​, ທ່ວງທັນ​ເຫ​ດການ, ບໍ່​ກຳນົດ​ເວລາ, ພຽງ​ແຕ່​ມີ​ອິນ​ເຕີ​ເນັດ ກໍ່​ສາມາດ​ຮັບ​ຂ່າວ ສານ​​ໄດ້​ທຸກສະຖານ​ທີ່ ດ້ວຍຄວາມໂດດເດັ່ນທີ່ປະຕິເສດບໍ່ໄດ້ ​ເຮັດ​ໃຫ້ຄົນ​ສ່ວນ​ໃຫຍ່​ ຫັນ​ມາ​ອ່ານ​ຂ່າວເທິງອິນເຕີເນັດຫລາຍ​ຂຶ້ນ ​ເປັນ​ຕົ້ນທາງ​ເຟສບຸກ, ​ເວ​ບ​ໄຊ ​ແລະ ສື່​ອອນ​ໄລ ຕ່າງໆ.

ອາຈານ ຢັນ ວິນເຊັນ ສເຕິນ ຜູ້ເຮັດວຽກກ່ຽວກັບສື່ມວນຊົນມາໄດ້ 35 ປີ ຈາກປະເທດ ນໍເວ ໄດ້ໃຫ້ທັດສະນະກ່ຽວກັບສື່ມວນຊົນລາວວ່າ: ຂ້າພະເຈົ້າມາແລກປ່ຽນບົດຮຽນຢູ່ປະເທດລາວເປັນຄັ້ງທຳອິດ ເຊິ່ງເປັນຫ່ວງອະນາຄົດຂອງສື່ມວນຊົນລາວຫຼາຍ, ເປັນຕົ້ນແມ່ນ ໜັງສືພິມ ປັດຈຸບັນນີ້ໄວໜຸ່ມບໍ່ຄ່ອຍສົນໃຈ ຫຼື ບໍ່ອ່ານໜັງສືພິມ ເພາະວ່າເຂົາເຈົ້າຈະໃຊ້ແຕ່ສະມາດໂຟນ, ເທັບເລັດ, ໂຊຊຽວມີເດຍຕ່າງໆ. ສະນັ້ນ ຈຶ່ງເຮັດໃຫ້ສື່ມວນຊົນລາວມີຄວາມສ່ຽງ ແລະ ຄວາມທ້າທາຍຫຼາຍ.

ທ່ານກ່າວຕື່ມວ່າ: ຖ້າເຮົາຢາກໃຫ້ຊາວໜຸ່ມໄດ້ອ່ານໜັງສືພິມ ຫຼື ສື່ສິງພິມຕ່າງໆ ຕ້ອງເຂົ້າໃຈວ່າໄວໜຸ່ມຕ້ອງການແນວໃດ ຈຶ່ງຢາກໃຫ້ສື່ມວນຊົນລາວພວກເຮົາຮ່ວມຈິດຮ່ວມໃຈກັນປຸກລະດົມທຸກວິທີທາງໃຫ້ໄວໜຸ່ມຫັນມາເປັນຄົນມັກອ່ານຕັ້ງແຕ່ໄວຮຽນ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...