Homeເກັບຕົກ-ເລື່ອງແປກເດັກຊາຍທ້ອງອືດເປັນເວລາ 15 ປີ ສາເຫດເພາະມີຮ່າງແຝດຢູ່ໃນທ້ອງ

ເດັກຊາຍທ້ອງອືດເປັນເວລາ 15 ປີ ສາເຫດເພາະມີຮ່າງແຝດຢູ່ໃນທ້ອງ

Published on

ເດລີເມລລາຍງານເມື່ອວັນທີ 4 ຕຸລາ 2017 ວ່າ ແພດຊາວມາເລເຊຍພົບສາເກດທີ່ເຮັດໃຫ້ເດັກຊາຍໄວອາຍຸ 15 ປີ ມີອາການທ້ອງອືດຕັ້ງແຕ່ລາວຍັງນ້ອຍຈົນຮອດປັດຈຸບັນ ວ່າຄວາມຈິງແລ້ວທີແຝດທີ່ຢຸດການຈະເລີນເຕີບໂຕ ແລະ ຜິດຮູບຮ່າງຢູ່ໃນທ້ອງຂອງລາວ ແລະ ເມື່ອຜ່າຕັດອອກມາແລ້ວພົບວ່າຮ່າງດັ່ງກ່າວມີການພັດທະນາຈົນເຖິງຂັ່ນມີຜົມ ແລະ ອະໄວຍະວະເພດແລ້ວ

ແພດປະຈຳໂຮງໝໍສຸລາຕານ ອັບດຸລ ຮາລິມ ໃນເມືອງຊັນໄກ ເປຕານີ ເຜີຍວ່າ ທຳອິດທີ່ເບິ່ງພາບຊີທີສະແກນຍັງຄິດວ່າເປັນພຽງເນື້ອງອກ ຈົນເມື່ອຜ່າຕັດອອກມາພົບວ່າເປັນແຝດຂອງ ທີ່ມີນ້ຳໜັກ 1.6 ກິໂລກຣາມ ບໍ່ມີປາກ, ບໍ່ມີແຮ່ ແຕ່ມີກະໂຫລກທີ່ຜິດສ່ວນ ມີກະດູກສັນຫຼັງ ແລະ ມີຜົມຍາວ

ລັກສະນະທີ່ຕົວອ່ອນຍັງຝັງຢູ່ໃນຕົວແຝດມີໂອກາດໜ້ອຍຫຼາຍ ຫຼື ພຽງ 1 ໃນ 5 ລ້ານ ແລະ ສ່ວນໃຫຍ່ຈະພົບວ່າເປັນຢູ່ໃນທ້ອງ 80% ສ່ວນການຜ່າຕັດນັ້ນຜ່ານໄປດ້ວຍດີຄົນເຈັບກຳລັງພັກຟື້ນ ແລະ ແຂງແຮງດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...