spot_img
Home​ຂ່າວທ່ອງທ່ຽວກິດຈະກຳປີທ່ອງທ່ຽວລາວ 2018

ກິດຈະກຳປີທ່ອງທ່ຽວລາວ 2018

Published on

ປີ 2018, ສປປ ລາວ ພວກເຮົາຈະເປີດປີທ່ຽວທ່ຽວດ້ວຍ ຫລາຍຂະບວນ ການທີ່ຈະຈັດຂຶ້ນ ໃນທົ່ວປະເທດ ແລະ ຢູ່ບາງປະເທດ ເພື່ອດຶງດູດ ການທ່ອງ ທ່ຽວ, ສ້າງລາຍຮັບເຂົ້າ ປະເທດ ເຊິ່ງມີການກະກຽມ ມາໄດ້ໄລຍະໜຶ່ງແລ້ວ ເພື່ອໃຫ້ການເປີດປີ ທ່ອງທ່ຽວ 2018 ໃຫ້ດຳເນີນເປັນ ຂະບວນຟົດຟື້ນໃນຂອບເຂດ ທົ່ວປະເທດ ໂດຍຈະໃຊ້ ງົບປະມານເຖິງ 22,9 ຕື້ກວ່າກີບ ແນໃສ່ບັນດາ ກິດຈະກໍາ ໃນການສົ່ງເສີ່ມບຸນປະ ເພນີຕ່າງໆ ແລະ ໂຄສະນາເຜີຍແຜ່ ວັດທະນະທຳ ອັນດີງານ, ປະຫວັດສາດ ອັນເປັນມູນ ເຊື້ອຂອງລາວ ແລະ ຄວາມອຸດົມສົມບູນ ຮັ່ງມີທາງດ້ານ ທຳມະຊາດ ທີ່ສວຍງາມ ຂອງປະເທດລາວ. ພິ​ທີ​ເປີດ​ປີ​ທ່ອງ​ທ່ຽວ​ລາວ 2018 ຈະ​ຈັດ​ຂຶ້ນ​ພ້ອມ​ກັບ​ ພິ​ທີ​ເປີດ​ບຸນ​ນະ​ມັດ​ ສະ​ການ​ພະ​ທາດ​ ຫລວງວຽງ​ຈັນ ໃນ​ວັນ​ທີ 28 ຕຸ​ລານີ້.

ນອກນັ້ນ, ຍັງຈະມີກິດຈະກຳ ກໍ່ຄື ຂະບວນການຕ່າງໆ ປິ່ນອ້ອມຕື່ມອີກເຊັ່ນ: ການສຳມະນາ ການທ່ອງທ່ຽວ, ການຍ່າງ ເພື່ອສຸຂະພາບ, ການປະກວດ ແລະ ວາງສະແດງຮູບພາບ ແຫລ່ງທ່ອງທ່ຽວ, ການແຂ່ງຂັນ ແລະ ມອບລາງວັນ ຄລິບວີດີໂອ, ຮູບເງົາສັ້ນ, ສາລະຄະດີ ແລະ ອື່ນໆ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າງບໍ່ດົນນີ້ວ່າ: ສຳລັບກິດຈະ ກຳປີທ່ອງທ່ຽວ ທີ່ຈະມາເຖິງນີ້, ລວມມີທັງໝົດ 18 ກິດຈະກຳ ໃນຂອບເຂດ ທົ່ວປະເທດເຊັ່ນ: ບຸນປີໃໝ່ ຊົນເຜົ່າກຶມມຸ ແຂວງອຸດົມໄຊ, ບຸນເສົາຫລັກເມຶືອງ 10 ຊົນ ເຜົ່າແຂວງເຊກອງ, ບຸນພະບາດ ໂພນສັນ ແຂວງບໍລິຄຳໄຊ, ບຸນຊົນເຜົ່າ ແຂວງຫລວງນ້ຳທາ, ເທສະການດອກງິ້ວບານ ແຂວງ ບໍ່ແກ້ວ, ບຸນຊ້າງ ແຂວງໄຊຍະບູລີ, ບຸນວັດພູ ແຂວງຈຳປາສັກ, ບຸນພະທາດສີໂຄດ ແຂວງຄຳມ່ວນ, ບຸນປີໃໝ່ລາວ ແຂວງຫລວງພະບາງ, ງານສະເຫລີມ ສະຫລອງ ແກ້ວຫລັກເມືອງ ແລະ ທ່ອງທ່ຽວ ຊົມຖ້ຳຜູ້ນຳແຂວງ ຫົວພັນ, ບຸນຊ່ວງເຮືອ ແຂວງສາລະວັນ, ບຸນນະມັດ ສະການພະທາດ ຫລວງນະຄອນ ຫລວງວຽງຈັນ, ບຸນຊ່ວງເຮືອ ເມືອງຂວາ ແຂວງຜົ້ງສາລີ, ບຸນພະທາດອີງຮັງ ແຂວງສະຫວັນນະເຂດ, ບຸນກິນຈຽງ (ຫລັກ52) ແຂວງ ວຽງຈັນ, ບຸນກິນຈຽງ ແຂວງໄຊສົມບູນ ແລະ ງານນະມັດ ສະການພະເຈົ້າ ໄຊເສດຖາແຂວງ ອັດຕະປື. ສຳລັບການເຄື່ອນໄຫວ ແລະ ກິດຈະກຳ ປິ່ນອ້ອມຢູພາຍໃນ ປະກອບມີ: ການຈັດຂະບວນ ຄາລາວານ ລົດທ່ອງທ່ຽວ ຕາມເສັ້ນທາງ ແຫລ່ງທ່ອງທ່ຽວ ບາງແຂວງພາກເໜືອ ແລະ ພາກໃຕ້, ການຈັດລາຍ ການຢ້ຽມຢາມ ແຫລ່ງທ່ອງທ່ຽວ ສຳລັບສື່ມວນຊົນ ແລະ ບໍລິສັດທ່ອງ ທ່ຽວພາຍໃນ ແລະ ຕ່າງປະເທດ ເພື່ອໂຄສະນາ ຜະລິດຕະພັນ ແລະ ແຫລ່ງທ່ອງທ່ຽວອັນໂດດເດັ່ນຂອງ ສປປ ລາວ, ໂດຍສະເພາະແມ່ນ ແຫລ່ງທ່ອງທ່ຽວປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ, ກິດຈະກຳ ສະເຫລີມສະຫລອງວັນ ທ່ອງທ່ຽວໂລກ, ບຸນມະໂຫລານສິລະ ປະການສະແດງ ພື້ນເມືອງບັນດາເຜົ່າ ທົ່ວປະເທດ ໃນງານບຸນນະມັດ ສະການພະທາດຫລວງ. ນອກນີ້, ຍັງມີກິດຈະກຳ ທີ່ຖືກສະເໜີ ເຂົ້າເພີ່ມມີ ພິທີຕັກບາດໃຫຍ່, ການເຕັ້ນລຳວົງ, ແລະ ເຕັ້ນບັດສະຫລົບ, ລາຍການ ທ່ອງທ່ຽວ ຂີ່ລົດຖີບອາຊຽນ, ການແຂ່ງລົດຈັກວິບາກ, ກິດຈະກຳປີນ ໜ້າຜາ ແລະ ກິດຈະກຳອື່ນໆ. ສ່ວນລາຍການເຄື່ອນໄຫວ ແລະ ກິດຈະກຳ ປິ່ນອ້ອມ ຢູ່ຕ່າງປະເທດ ມີຈັດງານວັນລາວ (Lao night) ໃນງານ ATF 2018 ຢູ່ຊຽງໃໝ່ ປະເທດໄທ, ຈັດງານ Cooktail ຢູ່ ITB Berlin 2018 ປະເທດເຢຍລະມັນ, ງານວາງສະແດງ ທ່ອງທ່ຽວສາກົນ SMT ຢູ່ປາຣີ ປະເທດຝຣັ່ງ, ຈັດງານວັນລາວ (Lao night) ທີ່ງານ  Lao Festival ທີ່ໂຕກຽວ ປະເທດຢີປຸ່ນ, ຈັດງານວັນລາວ (Lao night) ໃນງານ ITE HCM ຢູ່ປະເທດຫວຽດນາມ, ງານວາງສະແດງ ທ່ອງທ່ຽວສາກົນ WTM ຢູ່ລອນດອນ ປະເທດອັງກິດ.

ປີທ່ອງທ່ຽວລາວ 2018 ຖືເປັນບຸນມະໂຫລານ ທີ່ຄົນລາວທຸກຄົນ ຄວນປະກອບ ສ່ວນສ້າງສີສັນໃຫ້ປີທ່ອງທ່ຽວ ຂອງພວກເຮົາເຕັມໄປ ດ້ວຍບັນຍາກາດ ອັນຄຶກຄື້ນມ່ວນຊື່ນ ໃນຂອບເຂດ ທົ່ວປະເທດ, ພ້ອມກັນ ເຜີຍຮອຍຍິ້ມ ຕ້ອນຮັບແຂກ ຕ່າງດ້າວທ້າວຕ່າງແດນ ທີ່ເຂົ້າມາທ່ອງທ່ຽວ ປະເທດລາວ ໃຫ້ເຂົາເຈົ້າຈັບ ເອົາຈັບໃຈ ດ້ວຍອັດທະຍາໄສ ແລະ ໄມຕີຈິດອັນບໍລິສຸດ ຜຸດຜ່ອງ ເພື່ອໃຫ້ເຂົາເຈົ້າ ນຳເອົາສິ່ງດີງາມ ທີ່ພົບເຫັນ ໄປເລົ່າຕໍ່ ເຮັດໃຫ້ຊື່ສຽງ ຂອງລາວເຮົາດັງກ້ອງ ກັງວານໄປທົ່ວສາກົນ. ຂະນະດຽວ ກັນສຳລັບ ຄົນລາວພວກເຮົາ ກໍ່ພ້ອມໃຈກັນ ທ່ອງທ່ຽວພາຍໃນ ປະເທດໃຫ້ ຫລາຍຂຶ້ນ ເພື່ອສ້າງ ທ່າແຮງພາຍໃນ, ປະກອບ ສ່ວນສ້າງລາຍຮັບຢູ່ ພາຍໃນໃຫ້ທົ່ວເຖິງ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...