Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດເມຕຳເດັກນ້ອຍ ເສຍຊີວິດຄາທີ່ຢູ່ເມືອງພີນ!

ລົດເມຕຳເດັກນ້ອຍ ເສຍຊີວິດຄາທີ່ຢູ່ເມືອງພີນ!

Published on

 

ໃນເວລາປະມານ 18:10 ໂມງຂອງວັນທີ 26 ສິງຫາຜ່ານ​ມານີ້ ທີ່​ບໍ​ລິ​ເວນ​ບ້ານ​ເຊ​ທ່າ​ມວກ ​ເມືອງ​ພີນ ​ແຂວງ​ສະຫວັນ​

ນະ​ເຂດ ​ໄດ້​ເກີດ​ເຫດ​ລົ​ດ​ເມໝາຍເລກທະບຽນ ກຳແພງນະຄອນ ບກ 9559, ສາຍຫວຽດນາມ ​ແລ່ນ​ມາ​ດ້ວຍ​ຄວາມ

​ໄວ ​ແລະ ​ໄດ້​ຕຳ​ເອົາ​ເດັກນ້ອຍ​ຢ່າງ​ແຮງ ເຮັດ​ໃຫ້​ເດັກ​ເສຍ​ຊີວິດ​ຄາ​ທີ່​.

 

ຕາມ​ການ​ບອກ​ເລົ່າ​ຂອງຜູ້ເຫັນເຫດການວ່າ: ເດັກນ້ອຍທີ່​ຖືກ​​ຕຳ​,  ເບື່ອງຕົ້ນແມ່ນຢືນຢູ່ຂ້າງທາງກັບພໍ່ເຖົ້າ, ແຕ່

ທັນໃດລາວໄດ້ຍ່າງອອກມາແຄມທາງ ໂດຍທີ່ພໍ່ເຖົ້າຂອງລາວບໍ່ທັນເຫັນ ບວກ​ກັບຄວາມໄວຂອງລົດທີ່ແລ່ນມາ ຈິ່ງ

ຕຳເອົາເດັກນ້ອຍຈົນເສຍຊີວິດ ຈາກ​ການ​ສອບ​ຖາມ​ຂໍ້​ມູນ​ຮູ້​ວ່າ: ເດັກນ້ອຍ​ທີ່​ເສຍ​ຊີວິດ​ ແມ່ນຢູ່​ບ້ານ​ສີ​ບຸນ​ເຮືອງ ​

ເມືອງ​ພີນ ​ແຂວງ​ສະຫວັນ​ນະ​ເຂດ.

 

ເຫດການ​ນີ້ ​ໄດ້​ເປັນ​ອຸທາຫອນໃຫ້​​ມີ​ຄວາມ​ລະມັດລະວັງ​ໃນ​ການ​​ໃຊ້​ລົດ​ໃຊ້​ຖະໜົນ​, ການ​ຂັບ​ຂີ່​ລົດ​ຕ້ອງ​ໄດ້​ປະຕິບັດ​

ຕາມ​ກົດ​ລະບຽບ​ຈະລາ​ຈອນ​ກຳນົດ​ໄວ້​ຢ່າງ​ເຄັ່ງ​ຄັດ ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ໃນ​ເຂດ​ຊຸມ​ຊົນ ພ້ອມ​ນີ້ ກໍ​ໃຫ້​​ເອົາ​ໃຈ​ໃສ່

​​ເບິ່ງ​ແຍງ​ລູກ​ຫຼານ​ຂອງ​ຕົນ ​ແລະ ຄວນບອກສອນ​​ເຂົາ​ເຈົ້າໃຫ້​ລະ​ມັດ​ລະວັງໃນ​ການ​ຂ້າມ​ທາງ ຫຼື​ ອັນຕະລາຍ​ທີ່​ອາດ

​ເກີດ​ຂື້ນຈາກ​ລົດ​ຈາກ​ຖະໜົນ ທັງ​ນີ້ ​ກໍເພື່ອ​ບໍ່​ໃຫ້​ເກີດ​ເຫດການທີ່​ໜ້າ​ເສົ້າ​ແບບ​ນີ້​ຂຶ້ນອີກ.

 

ແຫຼ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...