spot_img
Home​ຂ່າວບັນເທິງຫວານໜ້າຮັກ! ປາຕີ້ສະຫຼະໂສດ "ຟຣຸກ ກັບ ແອັບເປິ້ນ" ຄູ່ຮັກຄົນດັງສອງຝັ່ງຂອງ

ຫວານໜ້າຮັກ! ປາຕີ້ສະຫຼະໂສດ “ຟຣຸກ ກັບ ແອັບເປິ້ນ” ຄູ່ຮັກຄົນດັງສອງຝັ່ງຂອງ

Published on

ກ່ອນຈະຮອດມື້ເຂົ້າພາຂວັນແທ້ໃນວັນທີ 3 ພະຈິກ 2017 ທີ່ຈະມາຮອດນີ້ ຄູ່ຮັກຄົນດັງຢ່າງ “ແອັບເປີ້ນ ສີສະຫງຽນ ສີຫາລາດ  ກັບ ຟຣຸກ ຈິຣະ” ກໍ່ໄດ້ຈັດປາຕີ້ສະຫຼະໂສດຢູ່ທີ່ເຮືອນຂອງພວກເຂົາຢ່າງອົບອຸ່ນ ໂດຍມີເພື່ອນໆໃນວົງການບັນເທີງທີ່ຄຸ້ນໜ້າຄຸ້ນຕາພວກເຂົາດີ ແລະ ເພື່ອນສະໜິດຂອງທັງຄູ່ເຂົ້າຮ່ວມ ໃນງານຈັດແນວຕຣີມສີບົວຫວານຊື່ນໄປທົວງານ ໂດນເພື່ອນທີ່ມາຮ່ວມງານຕ່າງພາກັນແຕ່ງຊຸດນອນສີບົວຫວານ ງານນີ້ບອກໄດ້ເລີຍວ່າທັງເຈົ້າຂອງງານ ແລະ ແຂກທີ່ມີຮ່ວມງານມີທັງຄວາມສຸກ ຄວາມຍິນດີເປັນທີ່ສຸດ

ທາງບັນເທີງລາວໂພສຕ໌ ກໍ່ຂໍອວຍພອນໃຫ້ທັ້ງຄູ່ມີແຕ່ຄວາມສຸກ ຄອງຄູ່ກັນໄປຕະຫຼອດຊີວິດ ມີລູກມີຫຼານຫຼາຍໆ ມີຄວາມຮຸ່ງເຮືອງທາງອາຊີບການງານ ແລະ ຄວາມສຸກໃນຊີວິດຮັກ

 

ພາບຈາກ: Appleminiberry

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...